spot_img
Homeຂ່າວພາຍ​ໃນMMG-ອົດສະຕຣາລີ ຮ່ວມສົ່ງເສີມປູກໝາກ ກ້ຽງເປັນສິນຄ້າ ແກ່ຊຸມຊົນ

MMG-ອົດສະຕຣາລີ ຮ່ວມສົ່ງເສີມປູກໝາກ ກ້ຽງເປັນສິນຄ້າ ແກ່ຊຸມຊົນ

Published on

​ເມື່ອ​ບໍ່ດົນ​ມາ​ນີ້, ບໍລິສັດ ລ້ານຊ້າງມີເນໂຣນສ໌ ລິມິເຕັດ-ບໍ່ຄໍາ-ທອງເຊໂປນ(MMG) ​ແລະ ລັດຖະບານອົດສະຕຣາລີ ​ໄດ້​ຈັດ​ພິທີ​ມອບ-​ຮັບ ​ໂຄງການ​ກໍ່ສ້າງ ​ແລະ ຂະຫຍາຍ​ລະບົບນ້ຳ​ລິນ, ມູນ​ຄ່າ 24 ພັນ​ກວ່າ​ໂດ​ລາ​ສະຫະລັດ ເພື່ອ​ສະໜອງນ້ຳຮັບໃຊ້ເຂົ້າ ໃນໂຄງການປູກໝາກກ້ຽງ ຂອງປະຊາຊົນ ບ້ານນາຫອຍ ເມືອງວິລະບູລີ ແຂວງສະຫວັນນະເຂດ ​​ເຊິ່ງເປັນຊຸມຊົນອ້ອມຂ້າງບໍ່ຄຳ-​ທອງ ​ເຊໂປການຮ່ວມມືດັ່ງກ່າວນີ້ ຈະຊ່ວຍເສີມສ້າງດ້ານການປະຕິບັດໂຄງການ​ ພັດທະນາສັງຄົມຂອງ MMG ​ໃຫ້ສອດຄ່ອງກັບເປົ້າໝາຍ ກາພັດນາແບບຍືນຍົງ​ ​ແລະ ​​ສ້າງໂອກາດ​ ໃນການຮັບປະກັນລາຍຮັບ​ໃຫ້ສູງຂຶ້ນ​​ແກ່ຊາວກະສິການທ້ອງຖິ່ນ​.

ທ່ານ ຈອນ ວິນລຽມ ເອກອັກຄະລັດຖະທູດອົດສະຕຣາລີ ປະຈໍາ ສປປ ລາວ ກ່າວວ່າ: ປະ​ເທດອົດສະຕຣາລີ ລວມທັງຕົນ​ເອງ ມີຄວາມພາກ​ພູມ​ໃຈ​ເປັນ​ຢ່າງ​ຍິ່ງ ທີ່​ໄດ້ມອບລະບົບນໍ້າ​ລິນ ເພື່ອຜົນປະໂຫຍດໂດຍກົງ ຂອງ ຊາວກະຊິກອນຜູ້​ປູກໝາກກ້ຽງບ້ານນາຫອຍການຊ່ວຍ​ເຫລືອ​​ແກ່ຊາວບ້ານອ້ອມ​ຂ້າງ​ບໍ່ຄຳ-​ທອງ​ເຊ​ໂປ​ນ ​ເພື່ອ​ເປັນ ແຮງບັນດານໃຈ​ໃຫ້​ເຂົາ​ເຈົ້າ  ​ໄດ້​ມີ​ໂອກາດ​ຜະລິດ​ເປັນ​ສິນຄ້າ ສ້າງ​ລາຍ​ຮັບ​ເຂົ້າ​ຄອບຄົວ​ນັບ​ມື້​ຫລາຍ​ຂຶ້ນ. ທາງ​ດ້ານ ທ່ານ ວິບູນ ສິດທິມໍລະດາ ຜູ້ຈັດການພະແນກພົວພັນທຸລະກິດ ແລະ ຊຸມຊົນ ຂອງ MMG ກ່າວຕື່ມວ່າ: ການສະໜອງລະບົບ​ນ້ຳ​ລິນ​ໃຫ້​ຊາວ​ສວນ​ເທື່ອ​ນີ້ ​ແມ່ນສອດຄ່ອງກັບແຜນງານ ການພັດທະນາສັງຄົມຂອງ​ບໍ​ລິ​ສັດ​ ເຊິ່ງໄດ້ສຸມ ໃສ່ ໂຄງການຜະລິດກະສິກໍາໃຫ້ເປັນສິນຄ້າ ເພື່ອຮັບປະກັນລາຍ​ໄດ້ ທີ່ໝັ້ນຄົງໂຄງການຜະລິດ ກະສິກໍາໃຫ້ເປັນສິນຄ້ານີ້ ແມ່ນການເຮັດວຽກຮ່ວມກັບ ອົງການຈັດ​ຕັ້ງສາກົນ ແລະ ບໍລິສັດຕ່າງ ປະເທດ ເພື່ອສ້າງການສະຫນອງແບບຕ່ອງໂສ້ ໃນຊຸມຊົນທີ່ມີລາຍຮັບຕໍ່າ ແລະ ເພື່ອສ້າງໂອກາດ ໃນການມີວຽກເຮັດງານທໍາ ຂອງຊຸມຊົນທ້ອງຖິ່ນ.

​ໃນ​ປີ 2015 ບໍລິສັດ MMG ໄດ້ສະໜັບ​ສະ​ໜູນ​ເບ້ຍໝາກກ້ຽງ​ເກືອບ 1.000 ຕົ້ນ ໃຫ້ແກ່ຊາວສວນ 12 ຄອບຄົວຂອງບ້ານນາຫອຍ ໄດ້ປູກທົດລອງເບື້ອງຕົ້ນ ໃນ​ເນື້ອ​ທີ່ປະມານ 5 ​ເຮັກຕາ, ສ່ວນບໍລິສັດ ໄອເຣິນບາກລາວ ສາຂາບໍລິສັດ ໄອເຣິນບາກອົດ​ສະຕຣາລີ ​ກໍໄດ້ສະໜອງ ການຝຶກອົບຮົມ, ອຸປະກອນກ່ຽວ​ຂ້ອງ ແລະ ຊ່ອງ ທາງການພັດ ທະນາຕ່າງໆ ໃຫ້ ແກ່ຊາວສວນ ດັ່ງກ່າວ. ມາ​ຮອດປັດຈຸບັນນີ້ ການປູກຕົ້ນໝາກກ້ຽງມີ​ຈຳ​ນວນ​ທັງ​ໝົດ 12.275 ຕົ້ນ ຂອງປະຊາຊົນ 33 ຄອບຄົວ ​ແລະ ມີ​ແຜນ​ຈະ​ຂະຫຍາຍ​​ເນື້ອ​ທີ່​ຕື່ມ​ອີກ​ໃຫ້​​ເປັນ 12 ເຮັກຕາ. ໃນ​ຂະ​ນະ​ດຽວ​ກັນ ກໍຍັງມີປະຊາຊົນຫລາຍຄອບຄົວ ຈາກບ້ານອ້ອມຂ້າງ ໄດ້ສະແດງຄວາມສົນໃຈ ຢາກ​ເຂົ້າຮ່ວມໂຄງການ ດັ່ງ​ກ່າວ ​ເຊິ່ງທາງ​ບໍ​ລິ​ສັດ​ໄອ​ເຣິນ​ບາກລາວ ກໍໄດ້ກະກຽມເບ້ຍໝາກກ້ຽງ​ກວ່າ 20.000 ຕົ້ນ ເພື່ອສະໜອງ​ໃຫ້​ຊຸມ​ຊົນປູກ ໃນປີ 2018.

 

ຂ່າວໂດຍ: ຣາຊະ​ວົງ (ສຳນັກຂ່າວປະເທດລາວ)

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...