spot_img
HomeມູມໄອທີລາວMediaTek ເປີດໂຕຊິບເຊັດ Helio X30 ພ້ອມໃຊ້ຊິບກຣາບຟິກ PowerVR

MediaTek ເປີດໂຕຊິບເຊັດ Helio X30 ພ້ອມໃຊ້ຊິບກຣາບຟິກ PowerVR

Published on

​ຫຼ້າສຸດນີ້ຜູ້ຜະລິດຊິບເຊັດຍອດນິຍົມແບບ MediaTek ໄດ້ເປີດໂຕຊິບເຊັດເດກ້າຄໍໂຕໃໝ່ຂອງບໍລິສັດ ນາມວ່າ: Helio X30. ເຊິ່ງຊິບປະເພດເດກ້າຄໍນີ້ບໍ່ຖືວ່າເປັນສິ່ງທີ່ໃໝ່ຫຼາຍເພາະກ່ອນໜ້ານີ້ກໍມີ Helio X20 ແລະ Helio X25 ທີ່ເປີດໂຕໂດຍການໃຊ້ຊິບເດກ້າຄໍນີ້ໄປແລ້ວ ແລະກໍເລີ່ມມີສະມາດໂຟນທີ່ໃຊ້ຊິບດັ່ງກ່າວໄປແລ້ວເຊັ່ນກັນ.  

ເຮົາມາເວົ້າເຖິງສະເປັກຂອງ Helio X30 ນຳກັນເລີຍ:

  • ຜະລິດໂດຍ TSMC ດ້ວຍຂະບວນການ FinFet 10ນມ. 
  • ໂຕຊິບປະກອບໄປດ້ວຍ 10 ຄໍຄື: 
  1. 4 Cortex-A73 ຄວາມແຮງທີ່ 2.8GHz
  2. 4 Cortex-A53 ຄວາມແຮງທີ່ 2.2GHz  
  3. 2 Cortex-A35 ຄວາມແຮງທີ່ 2GHz. 
  • ໃຊ້ງານຊິບກຣາບຟິກຄອດຄໍ PowerVR 7XT
  • ຮອງຮັບ RAM 8GB LPDDR4 (Package-On-Package) POP 1600MHz. 
  • ຮອງຮັບມາດຕະຖານ UFS 2.1
  • ຮອງຮັບເຊັນເຊີ້ກ້ອງສູງສຸດ 40 ລ້ານພິກເຊວ ແລະສາມາດຖ່າຍວີດີໂອໄດ້ 24 ລ້ານພິກເຊວ. 
  • ຮອງຮັບ LTE CAT 10 – 12

ຈາກສະເປັກຂ້າງເທິງຈະເຫັນການປ່ຽນແປງໃນຫຼາຍໆດ້ານຂອງຊິບ Helio X30 ຈາກ MediaTek ໂດຍສະເພາະການປ່ຽນມາໃຊ້ GPU PowerVR ຫຼັງຈາກທີ່ກ່ອນໜ້ານີ້ໃຊ້ Mali ມາໂດຍຕະຫຼອດ ແລະໃຊ້ 4 ຄໍ Cortex-A73 ແບບໃໝ່ (ເຊິ່ງໃນຕອນນີ້ເຮົາຈະເຫັນພຽງ A72 ໃນຕະຫຼາດ ແຕ່ກໍຄາດຫວັງໄວ້ສູງວ່າ A73 ຈະແຮງກວ່າຫຼາຍເທົ່າ). 

ສຸດທ້າຍນີ້ໂຕຊິບເຊັດ Helio X30 ພ້ອມທີ່ຈະຈັດສົ່ງໃຫ້ຜູ້ຜະລິດໃນປີໜ້ານີ້ ແລະກໍຄາດວ່າເຮົາຈະໄດ້ເຫັນສະມາດໂຟນທີ່ໃຊ້ຊິບດັ່ງກ່າວຊ່ວງເຄິ່ງຫຼັງປີ 2017 ນີ້. 

ສຳລັບທ່ານໃດທີ່ຮັກໃນການອ່ານຂ່າວໄອທີ ແລະ ເກມ ສາມາດຕິດຕາມໄດ້ທີ່ນີ້ ກົດຖືກໃຈເລີຍ!

ທີ່ມາ:gizmochina

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...