spot_img
Homeຂ່າວພາຍ​ໃນIFC ຊ່ວຍເຫຼືອລາວປັບປຸງ ລະບຽບການສ້າງຄວາມສະດວກໃຫ້ທຸລະກິດ

IFC ຊ່ວຍເຫຼືອລາວປັບປຸງ ລະບຽບການສ້າງຄວາມສະດວກໃຫ້ທຸລະກິດ

Published on

IFC ຊ່ວຍເຫຼືອລາວປັບປຸງ ລະບຽບການສ້າງຄວາມສະດວກໃຫ້ທຸລະກິດ

 

ອົງການໆ​ເງິນ​ສາກົນ ຫຼື IFC ໃຫ້ການ​ຊ່ວຍເຫຼືອ ​ສປປ ລາວ ໃນ​ໂຄງການ​ປັບປຸງ​ລະບຽບ​ການ ທີ່​ຕິດ​ພັນ​ກັບ​ການ​ອຳນວຍ​ຄວາມ​ສະດວກ​ໃຫ້​ແກ່​ການ​ດຳເນີນ​ທຸລະ​ກິດ​ຢູ່ ​ສປປ ລາວ ໃນ​ໄລຍະ 3 ປີ​ຕໍ່ໜ້າ ເພື່ອ​ຊ່ວຍ​ໃຫ້​ລັດຖະບານ​ລາວ ໃນ​ການ​ລົບ​ລ້າງ​ບັນດາ​ຂັ້ນ​ຕອນ​ທາງ​ດ້ານ​ລະບຽບ​ການ ແລະ ອອກ​ໃບ​ອະນຸຍາດ​ດຳເນີນ​ທຸລະ​ກິດ​ທີ່​ບໍ່​ຈຳເປັນ.

ການ​ຊ່ວຍເຫຼືອ​ຄັ້ງ​ນີ້ ຈະ​ສາມາດ​ຫຼຸດຜ່ອນ​ຂັ້ນ​ຕອນ​ໃນ​ຂົງເຂດ​ຕ່າງໆ ທີ່​ສຳຄັນ​ຕໍ່​ການ​ດຳເນີນ​ທຸລະ​ກິດ ຊຶ່ງ​ລວມ​ໄປ​ເຖິງ​ລະບຽບ​ໃນ​ການ​ສ້າງຕັ້ງ​ທຸລະ​ກິດ ການ​ອອກ​ໃບ​ອະນຸຍາດ​ດຳເນີນ​ທຸລະ​ກິດ ແລະ ການ​ປົກ​ປ້ອງ​ຜູ້​ລົງທຶນ ຊຶ່ງ​ຕົວ​ຊີ້​ວັດ​ເຫຼົ່າ​ນີ້ ແມ່ນ​ໄດ້​ວັດແທກ​ຈາກ​ບົດ​ລາຍ​ງານ ການ​ດຳເນີນ​ທຸລະ​ກິດ​ຂອງ​ກຸ່ມ​ທະນາຄານ​ໂລກ ຊຶ່ງ​ເຫັນ​ວ່າ​ມີ​ຫຼາຍໆ​ດ້ານ​ທີ່​ຕ້ອງ​ໄດ້​ຮັບ​ການ​ປັບປຸງ​ຕື່ມ​ອີກ.

ທ່ານ ມາ​ມິ​ລິ​ອອດ​​ສ ຮັດ​ຊິ​ນິ​ໂກ​ລາ​ອູ ຜູ້ຕາງໜ້າ​ອົງການ IFC ປະຈຳ ​ສປປ ລາວ ກ່າວ​ວ່າ: ຄວາມ​ສະດວກ​ໃນ​ການ​ດຳເນີນ​ທຸລະ​ກິດ ຈະ​ຊ່ວຍ​ປັບປຸງ​ການ​ແຂ່ງຂັນ​ທາງ​ດ້ານ​ເສດຖະກິດ​ຂອງ ​ສປປ ລາວ ຊຶ່ງ​ຖື​ວ່າ​ເປັນ​ປັດ​ໄຈ​ທີ່​ສຳຄັນ ພາຍຫຼັງ​ການ​ເຂົ້າ​ເປັນ​ສະມາຊິກ​ຂອງ​ອົງການໆ​ຄ້າ​ໂລກ ແລະ ການ​ຈະ​ເຂົ້າ​ເປັນ​ສ່ວນ​ໜຶ່ງ​ຂອງ​ປະຊາ​ຄົມ​ເສດຖະກິດ​ອາ​ຊຽນ ນອກຈາກ​ການ​ຊ່ວຍເຫຼືອ​ດ້ານ​ການ​ປັບປຸງ​ລະບຽບ​ການ ທີ່​ຕິດ​ພັນ​ກັບ​ວຽກ​ງານ​ດັ່ງກ່າວ IFC ຍັງ​ຈະ​ສືບຕໍ່​ປຶກສາ​ຫາລື​ກັບ​ຄູ່​ຮ່ວມ​ໂຄງການ ແລະ ບັນດາ​ຂະແໜງການ​ອື່ນໆ​ທີ່​ກ່ຽວຂ້ອງ ແນໃສ່​ປັບປຸງ​ຄົ້ນຄວ້າ ແລະ ກຳນົດ​ຂົງເຂດ​ອື່ນໆ​ທີ່​ເຫັນ​ວ່າ ຍັງ​ຈຳເປັນ​ທີ່​ຈະ​ຕ້ອງ​ປັບປຸງ​ເພື່ອ​ຊ່ວຍເຫຼືອ​ໃນ​ການ​ປັບປຸງ ແລະ ຊຸກຍູ້​ຜົນ​ການ​ປະ​ເມີນ​ໂຕ​ຊີ້​ວັດ​ຕ່າງໆ​ຂອງ​ການ​ດຳເນີນ​ທຸລະ​ກິດ​ໃນ ​ສປປ ລາວ ທີ່​ກຳນົດ​ໃນ​ບົດ​ລາຍ​ງານ​ການ​ດຳເນີນ​ທຸລະ​ກິດ​ປະຈຳ​ປີ​ຂອງ​ກຸ່ມ​ທະນາຄານ​ໂລກ.

ພິທີ​ເຊັນ​ບົດ​ບັນທຶກ​ໂຄງການ​ດັ່ງກ່າວ ໄດ້​ຈັດ​ຂຶ້ນ​ໃນ​ວັນ​ທີ 21 ມີນາ 2013 ທີ່​ກະຊວງ​ແຜນການ ແລະ ການ​ລົງທຶນ ຕາງໜ້າ​ໃຫ້​ອົງການ IFC ແມ່ນ​ທ່ານ ມາ​ມິ​ລິ​ອອດ​​ສ ຮັດ​ຊິ​ນິ​ໂກ​ລາ​ອູ ແລະ ຕາງໜ້າ​ໃຫ້​ລັດຖະບານ​ລາວ ແມ່ນ​ທ່ານ ​ດຣ. ບຸນ​ທະວີ ສີ​ສຸພັນ​ທອງ ຊຶ່ງ​ມີ​ບັນດາ​ພາກສ່ວນ​ກ່ຽວຂ້ອງ​ເຂົ້າ​ຮ່ວມ​ເປັນ​ພິຍານ.

ທີ່ມາhttp://www.vientianemai.net

ບົດຄວາມຫຼ້າສຸດ

ສຕລ ປະກາດລາຍຊື່ນັກກິລາທີມຊາດລາວ ຍູ 23 ເຂົ້າຮ່ວມການແຂ່ງຂັນບານເຕະ ຊາຍຊິງແຊ້ມອາຊຽນ ຮຸ່ນອາຍຸບໍ່ເກີນ 23 ປີ ທີ່ປະເທດອິນໂດເນເຊຍ.

ປະກາດ 23 ລາຍຊື່ນັກກິລາທີມຊາດລາວ ຮ່ວມການແຂ່ງຂັນບານເຕະ ຊາຍຊິງແຊ້ມອາຊຽນ ຮຸ່ນອາຍຸບໍ່ເກີນ 23 ປີ ທີ່ປະເທດອິນໂດເນເຊຍ. ໃນວັນທີ 11 ກໍລະກົດ 2025 ສະຫະພັນບານເຕະແຫ່ງຊາດລາວ (ສຕລ)...

ດາວດວງໃໝ່! ສາຍແສງໃນເວທີສາກົນ ອອດສະກ້າ ນັກກິລາໜຸ່ມນ້ອຍລາວ ອອກເດີນທາງຮ່ວມຝຶກຊ້ອມກັບສະໂມສອນ ຄອນເນຢາ

ນ້ອງ ອອດສະກ້າ ອາຍຸ 11 ປີ ໜຸ່ມນ້ອຍແຄ່ງລູກເຂົ້າໜຽວ ອອກເດີນທາງຮ່ວມຝຶກຊ້ອມກັບສະໂມສອນ ຄອນເນຢາ ທີ່ປະເທດແອັດສະປາຍ. ກາຍເປັນອີກຂ່າວດີຂອງວົງການກິລາບານເຕະເຍົາວະຊົນລາວ ອີກໜຶ່ງຜົນງານໃນເວທີສາກົນ ທ້າວ ສີນໄຊ ຫຼວງບຸນເຮືອງ ຫຼື...

ເຈົ້າໜ້າທີ່ຕຳຫຼວດໄທຈັບກຸມ ໜຸ່ມຮັກສັດເລືອກທາງຜິດ ຂາຍຢາບ້າເພື່ອຫາເງິນຊື້ອາຫາານໃຫ້ໝາ-ແມວ

ໜຸ່ມໄທຮັກສັດເລືອກທາງຜິດ ຂາຍຢາບ້າເພື່ອຊື້ອາຫານມາລ້ຽງໝາ-ແມວ 30 ກວ່າໂຕ ສຳນັກຂ່າວໄທລັດລາຍງານໃນວັນທີ 9 ກໍລະກົດ 2025 ຜ່ານມາ, ເຈົ້າໜ້າທີ່ຕຳຫຼວດໄທ ຮ່ວມກັບພາກສ່ວນກ່ຽວຂ້ອງໄດ້ລົງພຶ້ນທີ່ເພື່ອແກ້ໄຂບັນຫາຢາເສບຕິດ ຕາມການລາຍງານຂອງພົນລະເມືອງດີວ່າມີກຸ່ມຄົນຄ້າຂາຍຢາເສບຕິດໃນຊຸມຊົນແຫ່ງໜຶ່ງໃນ ຈັງຫວັດ ສຣະແກ້ວ ປະເທດໄທ. ຕາມການລົງພຶ້ນທີ່ຕົວຈິງຂອງເຈົ້າໜ້າທີ່ໄທສາມາດຈັບຕົວຜູ້ຖືກຫາໄດ້ໜຶ່ງຄົນ...

ມອບ-ຮັບວຽກງານສື່ມວນຊົນ (ວຽກຖະແຫລງຂ່າວ) ມາຂຶ້ນກັບຄະນະໂຄສະນາອົບຮົມສູນກາງພັກ ຢ່າງເປັນທາງການ

ມອບ-ຮັບວຽກງານສື່ມວນຊົນ (ວຽກຖະແຫລງຂ່າວ) ມາຂຶ້ນກັບຄະນະໂຄສະນາອົບຮົມສູນກາງພັກ. ພິທີເຊັນບົດບັກທຶກ ມອບ-ຮັບວຽກງານສື່ມວນຊົນ (ວຽກຖະແຫລງຂ່າວ) ຈາກກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ມາຂຶ້ນກັບຄະນະໂຄສະນາອົບຮົມສູນກາງພັກ ຈັດຂຶ້ນໃນວັນທີ 8 ກໍລະກົດ 2025,...