spot_img
Homeສຸຂະພາບ ແລະ ສີ່ງແວດລ້ອມIceBucketChallange ຫົດນ້ຳກ້ອນໃສ່ຫົວ ລະວັງເຈັບປ່ວຍເປັນໄຂ້ຫວັດກະທັນຫັນ

IceBucketChallange ຫົດນ້ຳກ້ອນໃສ່ຫົວ ລະວັງເຈັບປ່ວຍເປັນໄຂ້ຫວັດກະທັນຫັນ

Published on

        images

           IceBucketChallange ການຫົດນ້ຳ​ກ້ອນ​ໃສ່ຫົວ ແພດ​ໄດ້ເຕືອນ​​ເຖິງກຸ່ມ​ສ່ຽງ​ທີ່ມີ​ພະຍາດ​ປະຈຳ​​ໂຕ ລະວັງຮ່າງກາຍ​ອ່ອນແອ ​ເປັນ​ໄຂ້​ຫວັດ​ກະ​ທັນ​ຫັນ ​ແລະ ແນະ​ນໍາ​ໃຫ້ປ່ຽນ​ເສື້ອ​ຜ້າ​ທັນ​ທີ ພາຍຫລັງ​ຫລິ້ນ​ກິດຈະ​ກໍາ​ແລ້ວ

ກະ​ແສ Ice Bucket Challange ຮັບ​ຄຳ​ທ້າ​ຫົດ​ນ້ຳ​ກ້ອນ​ເຢັນ​​ໃສ່​ຫົວ ກຳ​ລັງ​ມາ​ແຮງ​ຫຼາຍ ໃນ​ບັນດາ​ຄົນ​ດັງ​ທົ່ວ​ໂລກ ​ເຊິ່ງ​ມີ​ຂຶ້ນ​ເພື່ອ​ປຸກລະດົມໃຫ້​ຜູ້​ຄົນ​ເຂົ້າ​ມາ​ຮ່ວມ​ເຮັດ​ກິດຈະກຳ​ ພ້ອມ​ບໍລິຈາກ​ເງີນ​ຊ່ວຍເຫລືອ​ສັງຄົມ ລວມ​ທັງ​ຊ່ວຍເຫລືອ​ຜູ້ທີ່​ເຈັບ​ປ່ວຍ​ພະຍາດ​ກ້າມ​ເນື້ອ​ອ່ອນ​ແຮງ ເອ​ແອລ​ເອສ (ALS) ພະຍາດ​ຮ້າຍ​ທີ່​ບໍ່​ມີ​ທາງ​ປິ່ນປົວ​ໃຫ້​ຫາຍຂາດ​ໄດ້ ໂດຍ​ຜູ້​ເຈັບ​ປ່ວຍ​ທີ່ເປັນ​ແລ້ວ​ ມີ​ໂອ​ກາດ​ເສຍຊີວິດ​ໄດ້​ພາຍ​ໃນ 2-5 ປີ

ຢ່າງໃດ​ກໍ​ຕາມ ຈາກ​ພາລະ​ກິດ​ຫົດ​ນ້ຳ​ເຢັນ​​ນັ້ນ ໄດ້​ເຮັດໃຫ້​ຫລາຍ​ຄົນ​ຕັ້ງ​ຄຳ​ຖາມວ່າ ການ​ທີ່​ຮ່າງກາຍ​ຖືກ​ນ້ຳ​ເຢັນ​​ແບບນີ້ ​ຈະ​ສົ່ງ​ຜົນ​ກະທົບ​ຢ່າງໃດ​ຕໍ່​ສຸຂະພາບ ຫລື ​ບໍ່ ຊຶ່ງ​ເລື່ອງນີ້ປະ​ຊາ​ສຳພັນ​ສະມາຄົມ​ແພດ​ຜິວ​ໜັງຈາກ​ປະ​ເທດ​ໄທ ​ໃຫ້​ຮູ້ວ່າ ພາລະ​ກິດ IceBucketChallange ທີ່​ໃຊ້​ນ້ຳ​ເຢັນ​ມາ​ຫົດ​ໂຕ​ນັ້ນ ເພື່ອ​ເຮັດໃຫ້​ຜູ້​ເຂົ້າ​ຮ່ວມ​ກິດຈະກຳ​ຮູ້ສຶກ​ເຢັນ, ຊາ​​ມື ​ແລະ ຊາ​ຕົນ​ໂຕ ເພື່ອຈະ​ໄດ້ຮັບ​ຮູ້​ວ່າ​ ຜູ້​ທີ່​ເຈັບ​ປ່ວຍພະຍາດ​ກ້າມ​ເນື້ອ​ອ່ອນ​ແຮງ ເອ​ແອລ​ເອດ ນັ້ນ​ໄດ້ຮັບ​ຄວາມ​ທຸກທໍລະມານ​ພຽງ​​ໃດ

ທັງ​ນີ້​ທັງ​ນັ້ນ ທ່ານໝໍ​ລະ​ບຸ​ວ່າ ການ​ທີ່​ນຳ​ນ້ຳ​ເຢັນ​ມາ​ຫົດ​ໂຕ​ບໍ່​ເຖິງ​ຂັ້ນ​ເຮັດໃຫ້​ຮ່າງກາຍ​ໄດ້ຮັບ​ຜົນ​ກະທົບ​ຮຸນແຮງ ພຽງ​ແຕ່ຈະ​ເຮັດໃຫ້​ອຸນຫະພູມ​ຂອງ​ຮ່າງກາຍ​ປ່ຽນ​ແປງ​ຢ່າງ​ວ່ອງໄວ ແຕ່​ຕ້ອງ​ລະ​ວັງ​ໃນ​ກຸ່ມ​ຄົົນທີ່​ມີ​ພະຍາດ​ປະຈຳ​ຕົວ ຫລື​ ສະພາບ​ຮ່າງກາຍ​ອ່ອນແອ ເຊັ່ນ ເປັນ​​ໂຮກ​ພູ​ມແພ້, ຫອບ​ຫືດ, ພະຍາດ​ຫົວ​ໃຈ, ມີ​ຄວາມ​ສ່ຽງ​ທີ່​ຈະ​ເຈັບ​ປ່ວຍ​ເປັນ​ໄຂ້​ຫວັດ, ​ບໍ່​ສະບາຍ​ໄດ້​ງ່າຍ​ກວ່າ​ຄົນ​ປົກກະຕິ ຈາກ​ການ​ທີ່​ອຸນຫະພູມ​ຮ່າງກາຍ​ປ່ຽນ​ແປງ​ກະ​ທັນ​ຫັນ ພ້ອມ​ແນະ​ນຳ​ໃຫ້​ຜູ້​ຮ່ວມ​ກິດຈະກຳ​ ຕ້ອງ​ປ່ຽນ​ເສື້ອ​ຜ້າ​ທັນ​ທີ​ເມື່ອ​ສຳເລັດ​ສິ້ນ​ພາລະ​ກິດ

ບົດຄວາມຫຼ້າສຸດ

ທັງໜ້າຕາດີ ທັງຈິດໃຈດີ Felix Stray kids ໃນ 2 ປີທີ່ (2024-2025) Felix ໄດ້ບໍລິຈາກໃຫ້ປະເທດລາວ ລວມມູນຄ່າທັງໝົດປະມານ 3 ຕື້ກີບ

ທັງໜ້າຕາດີ ທັງຈິດໃຈດີ Felix Stray kids ຂອບໃຈທີ່ໃຫ້ການສະໜັບສະໜູນມາຕະຫຼອດ 2 ປີ (2024-2025) ທີ່ໄດ້ເຂົ້າມາຊ່ວຍເຫຼືອເດັກນ້ອຍໃນປະເທດລາວໃຫ້ມີຊີວິດການເປັນຢູ່ ແລະ ສະພາບເວດລ້ອມທີ່ດີຂຶ້ນ, ໃນ 2...

ຕ້ອງກະກຽມຂໍ້ມູນຫຍັງແນ່ ເພື່ອຂຽນປະກອບເອກະສານເຮັດບັດປະຈໍາຕົວດິຈິຕອນ ກຽມພ້ອມໄວ້ ເພື່ອຄວາມສະດວກ ແລະ ວ່ອງໄວ

ໃນປັດຈຸບັນໃນນະຄອນຫຼວງວຽງຈັນສາມາດເຮັດບັດປະຈໍາຕົວໄດ້ແລ້ວ ຢູ່ທີ່ກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ບ້ານແສງສະຫວ່າງ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ເຊິ່ງກ່ອນທີ່ຈະເຮັດບັດປະຈຳຕົວດິຈິຕອນແມ່ນ ຕ້ອງໄດ້ຊື້ແບບຟອມປະກອບຂໍ້ມູນ ລາຄາ 30,000 ກີບ ແລະ ຈະເປີດບໍລິການເຮັດບັດປະຈຳຕົວໃນທົ່ວປະເທດໃນຕົ້ນເດືອນຕຸລາ...

ອົບພະຍົບຫຼາຍກວ່າ 1,000 ຄົນ ເຫດໄຟໄໝ້ເຂດຊຸມຊົນແອອັດ ໃນນະຄອນຫຼວງມະນິລາ ປະເທດຟິລິປິນ

ເກີດເຫດໄຟໄໝ້ຮຸນແຮງຢູ່ເຂດຊຸມຊົນແອອັດ ໃນເມືອງຫຼວງຂອງຟິລິບປິນ ປະຊາຊົນຫຼາຍກວ່າ 500 ຄອບຄົວບໍ່ມີທີ່ຢູ່ອາໄສ. ສຳນັກຂ່າວຕ່າງປະເທດລາຍງານວ່າ: ໃນວັນທີ 15 ກັນຍາ 2025 ຜ່ານມາ, ເກີດເຫດໄຟໄໝ້ຮຸນແຮງໃນຊ່ວງກາງຄືນໃນດເຂດຊຸມຊົນ ແຮບປີ້ແລນ ເຮັດໃຫ້ອາຄານບ້ານເຮຶືອນໄດ້ຮັບຄວາມເສຍຫາຍຫຼາຍຮ້ອຍຫຼັງ ເຮັດໃຫ້ປະຊາຊົນກວ່າ...

ງົດງາມທີ່ສຸດຈາກທົ່ວໂລກ ຕາດກວາງຊີ ແຂວງຫຼວງພະບາງ ຖືຈັດຢູ່ໃນ 21 ນໍ້າຕົກທີ່ສວຍງາມຈາກທົ່ວໂລກ ປີ 2025

ວາລະສານ ການທ່ອງທ່ຽວຊື່ດັງຂອງໂລກ Travel + Leisure ໄດ້ຈັດອັນດັບ Top 21 Most Beautiful Waterfalls in the World...