spot_img
Homeຂ່າວ​ໄອ​ທີHuawei ເປີດໂຕ P10 Lite ສະມາດໂຟນລຸ້ນນ້ອຍຂອງຕະກຸນ ເພີ່ມຕື່ມຄືສະເປັກໃໝ່ມາພ້ອມ Android 7.0

Huawei ເປີດໂຕ P10 Lite ສະມາດໂຟນລຸ້ນນ້ອຍຂອງຕະກຸນ ເພີ່ມຕື່ມຄືສະເປັກໃໝ່ມາພ້ອມ Android 7.0

Published on

ສຳລັບທາງດ້ານ Huawei ກໍໄດ້ເປີດໂຕສະມາດໂຟນເຮືອທຸງຂອງຕົນເອງໄປແລ້ວນັ້ນກໍຄື: Huawei P10 ນັ້ນເອງ ແລະກໍຖືວ່າເປັນເລື່ອງປົົກກະຕິທີ່ຈະເປີດໂຕລຸ້ນນ້ອຍສຸດຂອງຕະກຸນຄື: P10 Lite ມາພາຍຫຼັງ. 

ສຳລັບ P10 Lite ນີ້ຖືວ່າຍັງຄົງຄວາມເປັນເອກກະລັກຄືຍັງມາພ້ອມກ້ອງຫຼັງເລນດ່ຽວເທົ່ານັ້ນ ແຕ່ທີ່ເພີ່ມເຂົ້າມາໃໝ່ກໍຄືລູກຫຼິ້ນທີ່ເຮືອທຸງເຮັດໄດ້ມາດົນແລ້ວນັ້ນກໍຄື: ການໃຊ້ຂໍ້ມືເຕາະໜ້າຈໍ ຫຼືແຕ້ມໜ້າຈໍນັ້ນເອງ.
ສຳລັບສະເປັກຂອງ Huawei P10 Lite ມີດັ່ງນີ້:

  • ສັດສ່ວນເຄື່ອງ: 146.5 x 72 x 7.2 ມມ
  • ນ້ຳໜັກ: 142 ກຣາມ
  • ໜ້າຈໍ: 5.2ນິ້ວ, FullHD (1920 x 1080 ພິກເຊວ) ມາພ້ອມຈໍໂຄ້ງ 2.5D
  • CPU: Octa-Core Kirin 658 2.1 GHz
  • GPU: Mali T830-MP2 
  • RAM::4GB 
  • ROM: 32GB ເພີ່ມກາຣ໌ດ microSD ໄດ້ 128GB
  • ລະບົບ: Android 7.0 (Nougat) ພ້ອມ EMUI 5.1
  • ຊິມ: Hybird Dual SIM (nano SIM + nano SIM / microSD)
  • ກ້ອງຫຼັງ: 12 ລ້ານພິກເຊວພ້ອມແຟລັດ LED, ຂະໜາດພິກເຊວ 1.25μm
  • ກ້ອງໜ້າ: 8 ລ້ານພິກເຊວ
  • ເຊັນເຊີ້: ສະແກນລາຍນິ້ວມື 
  • ການເຊື່ອມຕໍ່: 4G LTE, WiFi 802.11ac, Bluetooth 4.1, GPS, NFC
  • ແບັດເຕີຣີ: 3000mAh ມາພ້ອມລະບົບສາກໄວ

ສຳລັບ Huawei P10 Lite ແມ່ນມາພ້ອມ 2 ສີຄື: ສີຄຳ ແລະສີດຳ ໂດຍມີລາຄາຢູ່ທີ່ £299 (3.000.000 ກີບ) ແລະເລີ່ມຈຳໜ່າຍໃນປະເທດອັງກິດໄປແລ້ວຕັ້ງແຕ່ມື້ວານ ສ່ວນທາງດ້ານແຖບເອເຊຍຕາເວັນອອກສຽງໃຕ້ນັ້ນຕອນນີ້ຍັງບໍ່ມີຂໍ້ມູນໃດໆແຕ່ກໍຄາດວ່າຈະວາງຈຳໜ່າຍໃນອີກບໍ່ດົນ. 

ແຫຼ່ງຂ່າວ: fonearena

ບົດຄວາມຫຼ້າສຸດ

ລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ)

ສຕລ ປະກາດລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ) ທີມຊາດລາວ ຊຸດໃຫຍ່ ພາຍໃຕ້ການຄຸມທີມຂອງ ທ່ານ ຮາ ຮອກ...

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...