ຫິມະຖະຫລົ່ມສະຫະລັດກ່ວາເຄິ່ງປະເທດ ມີຜູ້ເສຍຊີວິດແລ້ວ 16 ຄົນ

iammakingart

 

ລະດູໜາວມາໄວກ່ວາປົກກະຕິໃນສະຫະລັດ ກ່ວາເຄິ່ງປະເທດປະເຊີນອາກາດໜາວຕໍ່ເນື່ອງ ໂດຍທາງການເຜີຍ

ມີຜູ້ເສຍຊີວິດແລ້ວ 16 ຄົນ.

 

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 18 ພະຈິກນີ້ວ່າ ພື້ນທີ່ກ່ວາເຄິ່ງໜຶ່ງຂອງສະຫະລັດ ໄດ້ຖືກປົກຄຸມໄປ

ດ້ວຍຫິມະ ທ່າມກາງສະພາບອາກາດທີ່ໜາວເຢັນ ຫລັງຈາກພາຍຸຫິມະໄດ້ພັດເຂົ້າ ເຮັດໃຫ້ມີຫິມະຕົກໜັກໃນ

ຫລາຍພື້ນທີ່ມາຕັ້ງແຕ່ອາທິດທີ່ຜ່ານມາ, ດ້ານສຳນັກງານມະຫາສະໝຸດ ແລະ ຊັ້ນບັນຍາກາດແຫ່ງຊາດ ຂອງ

ສະຫະລັດອາເມຣິກາ ໄດ້ເຕືອນອີກວ່າ ໃນໄລຍະ 2-3 ວັນຂ້າງໜ້ານີ້ ອາກາດຈະສືບຕໍ່ໜາວເຢັນລົງອີກ ເຊິ່ງຈາກ

ສະພາບອາກາດດັ່ງກ່າວ ໄດ້ສົ່ງຜົນເຮັດໃຫ້ມີຜູ້ເສຍຊີວິດແລ້ວ 16 ຄົນ.

coreystearns

HulkNuckols

imput1234-vert