spot_img
Homeຂ່າວພາຍ​ໃນGMS ມີແຜນງານການຮ່ວມມືກວມເອົາ 9 ຂົງເຂດວຽກງານທີ່ສຳຄັນ

GMS ມີແຜນງານການຮ່ວມມືກວມເອົາ 9 ຂົງເຂດວຽກງານທີ່ສຳຄັນ

Published on

GMS logo

ເພື່ອ​ກະກຽມ​ໃຫ້​ແກ່​ກອງ​ປະຊຸມ​ລັດຖະມົນຕີ ການ​ຮ່ວມ​ມື​ອະນຸ​ພາກ​ພື້ນ​ແມ່ນ້ຳ​ຂອງ (GMS) ຄັ້ງ​ທີ 19 ທີ່ ​ສປປ ລາວ ເຮົາ​ເປັນ​ເຈົ້າພາບ ຈັດ​ຂຶ້ນ​ທີ່​ນະຄອນຫຼວງ​ວຽງ​ຈັນ ໃນ​ວັນ​ທີ 11 ທັນວາ 2013 ນີ້ ໃຫ້​ມີ​ຜົນສຳເລັດ​ອັນ​ຈົບງາມ​ນັ້ນ ວັນ​ທີ 10 ທັນວາ 2013 ຜ່ານ​ມາ​ນີ້ ກໍ​ໄດ້​ມີ​ກອງ​ປະຊຸມ​ເຈົ້າ​ໜ້າທີ່​ອາວຸໂສ ແລະ ກອງ​ປະຊຸມ​ຄູ່​ຮ່ວມ​ພັດທະນາ ຈັດ​ຂຶ້ນ​ຢູ່​ໂຮງແຮມ​ດອນ​ຈັນ​ພາ​ເລດ ນະຄອນຫຼວງ​ວຽງ​ຈັນ ເປັນ​ປະທານ​ຮ່ວມ​ຂອງ​ທ່ານ​ນາງ ມອນ​ມະນີ ຍອຍ​ບົວ​ກອງ ຫົວໜ້າ​ກອງ​ເລຂາ​ຄະນະ​ກຳມະການ​ແມ່ນ້ຳ​ຂອງ​ແຫ່ງ​ຊາດ ຜູ້​ປະສານ​ງານ​ວຽກ​ງານ​ຮ່ວມ​ມື​ອະນຸ​ພາກ​ພື້ນ​ແມ່ນ້ຳ​ຂອງ ແລະ ທ່ານ ເຈມ ສຸລິນ ຫົວໜ້າ​ພະ​ແນກ​ຮ່ວມ​ມື ແລະ ປະສານ​ງານ​ອະນຸ​ພາກ​ພື້ນ​ແມ່ນ້ຳ​ຂອງ ຂອງ​ທະນາຄານ​ພັດທະນາ​ອາຊີ (ADB) ຊຶ່ງ​ມີ​ຫົວໜ້າ ແລະ ຄະນະ​ກອງ​ເລຂາ​ແມ່ນ້ຳ​ຂອງ​ຈາກ 6 ປະເທດ ໃນ​ອະນຸ​ພາກ​ພື້ນ​ແມ່ນ້ຳ​ຂອງ​ຄື: ​ສປ.ຈີນ ມຽນ​ມາ ໄທ ລາວ ຫວຽດນາມ ແລະ ກຳປູເຈຍ ແລະ ອົງການ​ຮ່ວມ​ມື​ທະນາຄານ​ພັດທະນາ​ອາຊີ​ເຂົ້າ​ຮ່ວມ.

ໃນ​ກອງ​ປະຊຸມ​ເຈົ້າ​ໜ້າທີ່​ອາວຸໂສ​ຄັ້ງ​ນີ້ ແມ່ນ​ໄດ້​ພ້ອມ​ກັນ​ປະກອບ​ຄຳ​ຄິດ​ຄຳ​ເຫັນ ແລະ ປຶກສາ​ຫາລື​ໃສ່​ບັນດາ​ເນື້ອ​ໃນ​ເອກະສານ​ຕ່າງໆ ທີ່​ຈະ​ຮັບຮອງ​ເອົາ​ຢູ່​ໃນ​ເວລາ​ກອງ​ປະຊຸມ​ລັດຖະມົນຕີ GMS ຄັ້ງ​ທີ 19 ນີ້ ຊຶ່ງ​ກອງ​ປະຊຸມ​ຄັ້ງ​ນີ້ ຈະ​ໄດ້​ປຶກສາ​ຫາລື​ກ່ຽວ​ກັບ 4 ບັນຫາ​ໃຫຍ່​ຄື: ໂຄງການ​ລະດັບ​ພາກ​ພື້ນ​ລຸ້ນ​ຕໍ່​ໄປ ຂອງ​ອະນຸ​ພາກ​ພື້ນ​ແມ່ນ້ຳ​ຂອງ ຜົນ​ໄດ້​ຮັບ​ຈາກ​ການ​ວິເຄາະ ພາຍ​ໃຕ້​ກອບ​ການ​ຮ່ວມ​ມື​ອະນຸ​ພາກ​ພື້ນ​ແມ່ນ້ຳ​ຂອງ ການ​ທົບ​ທວນຄືນ ແລະ ຮອງ​ຮັບ​ເອົາ​ຂໍ້​ຕົກລົງ​ຕ່າງໆ ແລະ ບັນດາ​ຄຳ​ຄິດ​ຄຳ​ເຫັນ​ຈາກ​ຂະແໜງການ​ອ້ອມ​ຂ້າງ ໃນ​ການ​ຮ່ວມ​ມື ແລະ ບັນຫາ​ຕ່າງໆ ເພື່ອ​ເຮັດ​ໃຫ້​ການຈັດຕັ້ງ​ປະຕິບັດ​ໂຄງການ ໃນ​ກອບ​ການ​ລົງທຶນ​ໃຫ້​ມີ​ປະສິດທິພາບ.

ອະນຸ​ພາກ​ພື້ນ​ແມ່ນ້ຳ​ຂອງ ໂດຍ​ມີ​ຈຸດປະສົງ​ເພື່ອ​ສົ່ງເສີມ​ການ​ພັດທະນາ​ເສດຖະກິດ ແລະ ສັງຄົມ ຂອງ​ບັນດາ​ປະເທດ​ໃນ​ອະນຸ​ພາກ​ພື້ນ​ແມ່ນ້ຳ​ຂອງ ຊຶ່ງ​ມີ​ແຜນ​ງານ​ຮ່ວມ​ມື​ກວມ​ເອົາ 9 ຂົງເຂດ​ວຽກ​ງານ​ເຊັ່ນ: ແຜນ​ງານ​ການ​ຂົນສົ່ງ ໂທລະ​ຄົມມະນາຄົມ ພະລັງງານ​ການທ່ອງທ່ຽວ ການ​ພັດທະນາ​ຊັບພະຍາກອນ​ມະນຸດ ສິ່ງແວດລ້ອມ ການ​ກະສິກຳ ການ​ຄ້າ ແລະ ແຜນ​ງານ​ການ​ລົງທຶນ ບັນດາ​ແຜນ​ງານ​ດັ່ງກ່າວ​ທັງ​ໝົດ ໄດ້​ສະເໜີ​ໃຫ້​ທະນາຄານ​ພັດທະນາ​ອາຊີ​ເປັນ​ກອງ​ເລຂາ ເພື່ອ​ສະໜັບສະໜູນ​ທຶນ​ໃຫ້​ແກ່​ແຜນ​ງານ​ຕ່າງໆ​ເຫຼົ່ານັ້ນ ບັນດາ​ປະເທດ​ອະນຸ​ພາກ​ພື້ນ​ແມ່ນ້ຳ​ຂອງ ມີ​ປະຊາກອນ​ທັງ​ໝົດ 324 ລ້ານ​ຄົນ ຍຸດ​ທະ​ສາດ 10 ປີຜ່ານມາ (2002-2012) ໄດ້​ບົ່ງ​ບອກ​ຂີດ​ຄວາມ​ສາມາດ ໃນ​ການ​ເພີ່ມ​ທະວີ​ຄວາມ​ສາມາດ ໃນ​ການ​ແຂ່ງຂັນ ເພີ່ມ​ທະວີ​ຜົນ​ຕອບ​ແທນ​ຈາກ​ການ​ພັດທະນາ ການ​ເຊື່ອມ​ຕໍ່​ໂຄງ​ລ່າງ​ພື້ນຖານ​ໃນ​ອະນຸ​ພາກ​ພື້ນ ແລະ ຈະ​ກໍ່ໃຫ້ເກີດ​ຄວາມ​ສຳນຶກ ແຫ່ງ​ການ​ກາຍເປັນ​ຊຸມ​ຊົນ​ໜຶ່ງ​ດຽວ.

ທີ່ມາhttp://www.vientianemai.net

ບົດຄວາມຫຼ້າສຸດ

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...