spot_img
HomeມູມໄອທີລາວGalaxy Note 3 ສີທອງ Rose Golde Edition ຈະເລີ່ມວາງຈຳໜ່າຍທີ່ໄຕ້ຫວັນກາງເດືອນນີ້

Galaxy Note 3 ສີທອງ Rose Golde Edition ຈະເລີ່ມວາງຈຳໜ່າຍທີ່ໄຕ້ຫວັນກາງເດືອນນີ້

Published on

Galaxy-Note-3-header

 

ເມື່ອຊ່ວງພະຈິກທີ່ຜ່ານມາເຮົາເຄີຍລາຍງານຂ່າວກ່ຽວກັບ Samsung Galaxy Note 3 ສີທອງ ແລະສີແດງ ໄປແລ້ວເທື່ອໜຶ່ງ ເຊິ່ງຕອນນັ້ນເປັນພຽງການປະກາດຈາກທາງ Samsung ອາເຈນຕິນາເທົ່ານັ້ນ ແຕ່ວ່າຫລ້າສຸດ Galaxy Note 3 ສີທອງ Rose Gold Edtion ນັ້ນພ້ອມທີ່ຈະວາງຈຳໜ່າຍໃນປະເທດໄຕ້ຫວັນກາງເດືອນມັງກອນນີ້ແລ້ວ.
ໂດຍ Galaxy Note 3 ສີທອງນັ້ນຈະມີວາງຈຳໜ່າຍໃນຮຸ່ນ CPU ທີ່ເປັນ Snapdragon 800 ແລະມາພ້ອມ 4G LTE ສຳລັບຕົວເຄື່ອງນັ້ນມີການເຕີມແຕ່ງສີ Rose Gold ໄປຕາມຂອບດ້ານຂ້າງທີ່ເຄີຍເປັນສີເງິນ, ຊ່ອງລຳໂພງສົນທະນາ, ຂອບຂອງປຸ່ມ HOME, ຂອບບໍລິເວນກ້ອງ, ໂລໂກ້ທີ່ຝາຫລັງ ແລະທາງດ້ານທ້າຍຂອງ S Pen.

ສຳລັບບ້ານເຮົານັ້ນຕອນນີ້ຍັງບໍ່ຮູ້ວ່າມີກຳນົດການນຳເຂົ້າມາຈຳໜ່າຍ ຫລືບໍ່ ຕ້ອງຕິດຕາມກັນຕໍ່ໄປເດີ :D
ຂໍຂອບໃຈຂໍ້ມູນຈາກ : eprice

ບົດຄວາມຫຼ້າສຸດ

ລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ)

ສຕລ ປະກາດລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ) ທີມຊາດລາວ ຊຸດໃຫຍ່ ພາຍໃຕ້ການຄຸມທີມຂອງ ທ່ານ ຮາ ຮອກ...

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...