spot_img
HomeBaby-ແມ່ແລະເດັກFlurona ຄືການຕິດເຊື້ອໂຄວິດ-19 ແລະ ຕິດເຊື້ອໄຂ້ຫວັດໃຫຍ່ພ້ອມກັນ

Flurona ຄືການຕິດເຊື້ອໂຄວິດ-19 ແລະ ຕິດເຊື້ອໄຂ້ຫວັດໃຫຍ່ພ້ອມກັນ

Published on

ໃນວັນທີ 2 ມັງກອນ 2021 ເວັບໄຊ້ ຂ່າວຕ່ງປະເທດ ໄດ້ລາຍງານວ່າ ເຈົ້າໜ້າທີ່ຂອງອິດສະລາແອນໄດ້ຢືນຢັນວ່າ ພົບຜູ້ຕິດເຊື້ອໄວຣັສໄຂ້ຫວັດໃຫຍ່ ແລະ ເຊື້ອໂຄວິດ-19 ພ້ອມກັນ ເຊິ່ງເປັນຄົນທໍາອິດຂອງປະເທດ. ຜູ້ຕິດເຊື້ອຄົນນີ້ແມ່ນເປັນແມ່ຍິງຖືພາທີ່ຍັງບໍ່ທັນໄດ້ຮັບການສັກວັກຊີນ ແລະ ມີອາການສະແດງພຽງໜ້ອຍດຽວແລະ ຕອນນີ້ໄດ້ເຂົ້າຮັບການປິ່ນປົວທີ່ໂຮງໝໍແລ້ວ.

ສໍານັກຂ່າວບາງແຫ່ງຍັງໄດ້ລາຍງານຕື່ມວ່າ ຜູ້ຕິດເຊື້ອຄົນນີ້ແມ່ນເປັນຄົນທໍາອິດຂອງໂລກທີ່ຕິດເຊື້ອ 2 ຊະນິດພ້ອມກັນ. ປະເທດອິດສະລາແອນມີຜູ້ຕິດເຊື້ອໄຂ້ຫວັດໃຫຍ່ເພີ່ມຂຶ້ນຢ່າງໄວວາໃນຊ່ວງອາທິດກ່ອນ ໂດຍມີຜູ້ເຂົ້າຮັບການປິ່ນປົວຢູ່ທີ່ໂຮງໝໍປະມານ 2,000 ຄົນ ທ່າມກາງຄວາມວິຕົກກັງວົນວ່າຈະຕິດເຊື້ອທັງສອງຊະນິດນີ້ພ້ອມກັນ.

ເຈົ້າໜ້າທີ່ສາທາລະນະສຸກຂອງອິດສະລາແອນໄດ້ກ່າວວ່າມີແນວໂນ້ມທີ່ຈະມີອີກຫຼາຍຄົນທີ່ຕິດເຊື້ອໄວຣັສທັງສອງຊະນິດນີ້ ແຕ່ກໍຍັງບໍ່ທັນໄດ້ຮັບການຢືນຢັນຢ່າງຊັດເຈນ. ທາງດ້ານທ່ານໝໍທີ່ຢູ່ໃນໂຮງໝໍ ເບລິນສັນ ໄດ້ກ່າວວ່າ ຜູ້ຕິດເຊື້ອຄົນນີ້ເປັນການຕິດເຊື້ອມີ່ມີຊື່ວ່າ Flurona ທີ່ມາຈາກຄໍາວ່າ Flu ທີ່ແປວ່າໄຂ້ຫວັດໃຫຍ່ ແລະ Coronavirus ທີ່ແປວ່າເຊື້ອໂຄໂຣນ່າ ທີ່ມີອາການບໍ່ຮຸນແຮງ. ນອກຈາກນັ້ນ, ຜູ້ອໍານວຍການຂອງໂຮງໝໍຍັງໄດ້ກ່າວເສີມອີກວ່າ: “ໂຣກນີ້ເປັນໂຣກດຽວກັນ ພວກມັນເກີດມາຈາກໄວຣັສ ແລະ ເຮັດໃຫ້ຫາຍໃຈຍາກ ເພາະໄວຣັສທັງສອງຊະນິດນີ້ໂຈມຕີທາງລະບົບການຫາຍໃຈ”

ບົດຄວາມຫຼ້າສຸດ

ລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ)

ສຕລ ປະກາດລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ) ທີມຊາດລາວ ຊຸດໃຫຍ່ ພາຍໃຕ້ການຄຸມທີມຂອງ ທ່ານ ຮາ ຮອກ...

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...