spot_img
Homeເກັບຕົກ-ເລື່ອງແປກFacebook ຊ່ວຍເຫລືອ ແມ່ຍິງຄົນໜຶ່ງຈາກການຖຶກກັກຂັງເປັນເວລານານ 10 ປີ

Facebook ຊ່ວຍເຫລືອ ແມ່ຍິງຄົນໜຶ່ງຈາກການຖຶກກັກຂັງເປັນເວລານານ 10 ປີ

Published on

ສຳນັກຂ່າວຕ່າງປະເທດ ລາຍງານຈາກນະຄອນລອສແອງເຈີລີສ (ລັດແຄລິດຟໍເນຍ) ປະເທດສະຫະລັດອາເມລິກາ (21/05/2014)ວ່າ ສຳນັກງານກວດເມືອງ ຊານຕາອານາ ແຈ້ງຜົນການຈັບກຸມ (ທ້າວ) ອິຊິໂດ ກາເຊີ ອາຍຸ 41 ປີ ຂໍ້ຫາລັກພາຕົວ ແລະ ກັກຂັງແມ່ຍິງຄົນໜຶ່ງໄວ້ ເປັນເວລານານ 10 ປີ ແລະຍັງບັງຄັບເອົາເປັນເມຍ ຈົນມີລູກນຳກັນ 1 ຄົນ ປັດຈຸບັນແມ່ຍິງຄົນນີ້ອາຍຸໄດ້ 25 ປີ ແລ້ວ

ຈາກການສອບສວນໄດ້ຄວາມວ່າ ເຫດເກີດຂຶ້ນຕັ້ງແຕ່ 10 ປີທີ່ຜ່ານມາ ທ້າວກາເຊີ ຄົບຫາມີຄວາມສຳພັນກັບແມ່ ຜູ້ເສຍຫາຍ ໂດຍຢູ່ເຮືອນ ດຽວກັນໃນ ເມືອງຊານຕາອານາ ທ້າວ ກາເຊີໄດ້ທຳຮ້າຍແມ່ຂອງຜູ້ເສີຍຫາຍ ແລ້ວກໍວາງຢາ ລັກພາຕັວແມ່ຍິງຄົນນີ້ມາຂັງໄວ້ໃນ ບ່ອນຈອດລົດຂອງເຮືອນອີກຫລັງໜຶ່ງ ຈາກນັ້ນ ກາເຊີ ໄດ້ຂົ່ມຂູ່ ແລະກັກໂຕໄວ້ ຖ້າຫາກວ່າ ຕິດຕໍ່ໂລກພາຍນອກ ຫຼື ຫລົບໜີ ຄອບຄົວຂອງແມ່ຍິງຄົນນັ້ນ ກໍຈະຖຶກເນລະເທດອອກຈາກ ອາເມລິກາ ເນື່ອງຈາກເຂົ້າເມືອງຜິດກົດໝາຍ ແລະ ນາງກໍຖືກທຳຮ້າຍທາງກາຍ ແລະຈິດໃຈ

ຕໍ່ມານາງຜູ້ນີ້ກໍໄດສະໝັກເປັນສະມາຊິກເຟສບຸກ ຊ່ວຍໃຫ້ນາງໄດ້ເປັນໝູ່ກັບເອື້ອຍນາງໂດຍບັງເອີນ ແລະ ກໍໄດ້ວາງແຜນໜີ ແລະໄປແຈ້ງຄວາມກັບຕຳຫຼວດໃຫ້ມາຈັບກຸມ ທ້າວ ກາເຊີຍ ຢູ່ເຮືອນ ແລ້ວກໍຊ່ວຍເຫລືອນາງໄດ້ສຳເຮັດ.

ບົດຄວາມຫຼ້າສຸດ

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...