spot_img
Homeລົດຍົນ-ຍານພາຫະນະElextra ລົດຊູເປີຄາຣພະລັງງານໄຟຟ້າ 4 ປະຕູຮຸ່ນທຳອິດຂອງໂລກ

Elextra ລົດຊູເປີຄາຣພະລັງງານໄຟຟ້າ 4 ປະຕູຮຸ່ນທຳອິດຂອງໂລກ

Published on

ນີ້ຄື Elextra ລົດຊູເປີຄາຣພະລັງງານໄຟຟ້າ 4 ປະຕູທີ່ຄ້າຍກັບ Lamborghini Aventador ຮຸ່ນທຳອິດຂອງໂລກມາພ້ອມກັບຄວາມບໍ່ທຳມະດາດ້ວຍຕົວຖັງໂມໂນຄລັອກທັງໝົດທີ່ໃຊ້ອຸປະກອນຄາຣບອນໄຟເບີ ມໍເຕີໄຟຟ້າກຳລັງ 680 ແຮງມ້າ ລະບົບຂັບເຄື່ອນ 4 ລໍ້ ເຮັດຄວາມໄວຕັ້ງແຕ່ 0-100 ກິໂລແມັດ/ຊົ່ວໂມງ ພາຍໃນເວລາ 2.3 ວິນາທີ ທີ່ໜ້າສົນໃຈທີ່ສຸດແມ່ນໄລຍະທາງແລ່ນທີ່ຂັບຂີ່ໄປໄດ້ໄກເຖິງ 600 ກິໂລແມັດຕໍ່ການຊາຣໄຟ 1 ເທື່ອ ເຊິ່ງບໍລິສັດຜູ້ຜະລິດເຄລມວ່າມາຈາກການທົດລອງຂັບຈິ່ງໃຊ້ງານແທ້ຕາມທ້ອງຖະໜົນ

ເຊິ່ງໃນປັດຈຸັບນນີ້ຍັງບໍ່ທັນມີຂໍ້ມູນວ່າ ຊຸເປີຄາຣໄຟຟ້າ 4 ປະຕູ ຮຸ່ນທຳອິດຂອງໂລກຄັນນີ້ຈະເປີດຕົວຢ່າງເປັນທາງການມື້ໃດ ແຕ່ຄາດວ່າໄວໆນີ້ພວກເຮົາຈະໄດ້ເຫັນແນ່ນອນ.

ແຫລ່ງຂ່າວ: http://www.xn--12c1bij4d1a0fza6gi5c.com/elextra-electric-4-door-supercar.html
ທີ່ມາ : autocar

ບົດຄວາມຫຼ້າສຸດ

ຕຳກາງອາກາດ ເຫດລົດບິນຕໍາກັນກາງອາກາດຢູ່ເມືອງສາງຊຸນ ສປ.ຈີນ ໃນລະຫວ່າງຊ້ອມການສະແດງເປີດໂຕລົດບິນໄດ້

ໃນວັນທີ 18/09/2025 ມີລາຍງານຈາກສຳນັກຂ່າວປະເທດຈີນ ເກີດອຸບປະຕິເຫດ ລົດບິນຕໍາກັນລະຫວ່າງຊ້ອມການສະແດງ ທີ່ເມືອງສາງຊຸນ ຂອງປະເທດຈີນ ລາຍງານມີຜູ້ບາດເຈັບ 1 ຄົນ. ອຸບບັດຕິເຫດດັ່ງກ່າວໄດ້ເກີດຂຶ້ນໃນຕອນທີ່ບໍລິສັດ Xpeng ຂອງປະເທດຈີນ ໄດ້ຈັດງານສະແດງເປີດໂຕລົດບິນ. ສະແດງເຖິງເຕັກໂລໂນຊີທີ່ທັນສະໄໝ...

ຍ້ອນຫຼັບໃນ! ກະບະລີໂວ້ຕຳລົດສອງແຖວ ບາດເຈັບ 18 ຄົນ ໃນນັ້ນ 3 ຄົນສາຫັດ

ກະບະລີໂວ້ຫຼັບໃນຕຳລົດສອງແຖວ ບາດເຈັບ 18 ຄົນ ໃນນັ້ນ 3 ຄົນສາຫັດ ຢູ່ບ້ານດ້ານຊ້າງ ເມືອງໄຊທານີ ນະຄອນຫຼວງວຽງຈັນ ເຈົ້າໜ້າທີ່ ປກສ ເມືອງໄຊທານີ ນະຄອນຫຼວງວຽງຈັນ ໃຫ້ຮູ້ວ່າ:...

ທັງໜ້າຕາດີ ທັງຈິດໃຈດີ Felix Stray kids ໃນ 2 ປີທີ່ (2024-2025) Felix ໄດ້ບໍລິຈາກໃຫ້ປະເທດລາວ ລວມມູນຄ່າທັງໝົດປະມານ 3 ຕື້ກີບ

ທັງໜ້າຕາດີ ທັງຈິດໃຈດີ Felix Stray kids ຂອບໃຈທີ່ໃຫ້ການສະໜັບສະໜູນມາຕະຫຼອດ 2 ປີ (2024-2025) ທີ່ໄດ້ເຂົ້າມາຊ່ວຍເຫຼືອເດັກນ້ອຍໃນປະເທດລາວໃຫ້ມີຊີວິດການເປັນຢູ່ ແລະ ສະພາບເວດລ້ອມທີ່ດີຂຶ້ນ, ໃນ 2...

ຕ້ອງກະກຽມຂໍ້ມູນຫຍັງແນ່ ເພື່ອຂຽນປະກອບເອກະສານເຮັດບັດປະຈໍາຕົວດິຈິຕອນ ກຽມພ້ອມໄວ້ ເພື່ອຄວາມສະດວກ ແລະ ວ່ອງໄວ

ໃນປັດຈຸບັນໃນນະຄອນຫຼວງວຽງຈັນສາມາດເຮັດບັດປະຈໍາຕົວໄດ້ແລ້ວ ຢູ່ທີ່ກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ບ້ານແສງສະຫວ່າງ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ເຊິ່ງກ່ອນທີ່ຈະເຮັດບັດປະຈຳຕົວດິຈິຕອນແມ່ນ ຕ້ອງໄດ້ຊື້ແບບຟອມປະກອບຂໍ້ມູນ ລາຄາ 30,000 ກີບ ແລະ ຈະເປີດບໍລິການເຮັດບັດປະຈຳຕົວໃນທົ່ວປະເທດໃນຕົ້ນເດືອນຕຸລາ...