spot_img
Home​ຂ່າວບັນເທິງ"Dongwoon ແລະ Dujun" ສະມາຊິກວົງ Highlight ແຟນຄລັບ Oppa ໃຫ້ການຕ້ອນຮັບຢ່າງໜາແໜ້ນ

“Dongwoon ແລະ Dujun” ສະມາຊິກວົງ Highlight ແຟນຄລັບ Oppa ໃຫ້ການຕ້ອນຮັບຢ່າງໜາແໜ້ນ

Published on

ເລື່ອງງານເກົາ ແອັດມິນບໍ່ເຄີຍພາດ! ດັ່ງນັ້ນຂ່າວບັນເທີງ ມື້ນີ້ ເຮົາມານຳກະແສທີ່ກຳລັງຮ໋ອດອີກຂ່າວໃນບ້ານເຮົາຊ່ວງນີ້ ເພາະເມື່ອວັນທີ 27 ເມສາ 2017 ໄດ້ມີ 2 ໜຸ່ມ Oppa ຢ່າງ “Dongwoon  ແລະ Dujun” ສະມາຊິກຈາກວົງ Highlight (ຫຼື BEAST ຊື່ວົງເກົ່າ) ເດີນທາງມາທ່ຽວປະເທດລາວ ເມື່ອທາງສອງໜຸ່ມໄດ້ເດິນທາງມາຮອດສະໜາມບິນວັດໄຕ ສາກົນປະເທດລາວ ກໍ່ມີບັນດາແຟນຄລັບສາວົກ Oppa ໄປຕ້ອງຮັບຢ່າງໜາແໜ້ນຄັບສະ ໜາມບິນ ເຫັນພາບແລ້ວຊ່າງໜ້າປະທັບໃຈແທນສອງໜຸ່ມແທ້ໆ! ໂອ້! ຂ່າວນີ້ມັນຊ່າງດີຕໍ່ໃຈແອັດແທ້ໆ ແລະ ກໍ່ຄົງດີຕໍ່ໃຈກັບຕິ່ງເກົາຫຼີທັງຫຼາຍ.

ທັງ “Dongwoon  ແລະ Dujun” ໄດ້ເດີນທາງໄປທ່ຽວ ປະຕູໄຊ ເຊິ່ງເປັນສະຖານທ່ອງທ່ຽວທີ່ສວຍງາມ ແລະ ເປັນອີກໜຶ່ງເອກະລັກຂອງນະຄອນຫຼວງວຽງຈັນ ນອກຈາກນັ້ນຕົກຄ່ຳລົງແລງ ພວກເຂົາກໍ່ຍັງໄດ້ໄປຍ່າງຮັບລົມຊິວໆ ກິນອາຫານແຄມທາງ ແລະ ເລາະເບິ່ງເຄື່ອງຂອງທີ່ຕະຫຼາດມືດແຄມຂອງອີກ ບອກເລີຍງານນີ້ ສາວົກວົງ Highlight (ຫຼື BEAST ຊື່ວົງເກົ່າ) ເຫັນແລ້ວກີ໊ດແທບສະຫຼົບເພາະຄວາມດີໃຈທີ່ໄດເຫັນ ນັກຮ້ອງຂັວນໃຈຂອງຕົວເອງ.

ເອົາເປັນວ່າສຳລັບຄົນທີ່ບໍ່ແມ່ນແຟນຄລັບແນວ Oppa ກໍ່ຢ່າງຟ້າວລຳຄານ ຫຼື ເວົ້ານັ້ນນີ້ໃຫ້ແອັດເລີຍ ເພາະນີ້ຄືຄວາມມັກສ່ວນບຸກຄົນ ແຕ່ສຳລັບຄົນທີ່ມີຣົດນິຍົມດຽວກັນກໍ່ສາມາດໄປນຳກັນໄດ້ ແອັດບໍ່ໄດ້ມາຟອຍລ້າໆແຕ່ມີຄລິບໜ້າປະທັບໃຈ ແລະ ຜົນງານຂອງພວກເຂົາມາຝາກພ້ອມ.

ທ່ານສາມາດເບິ່ງຄລິບແຟນຄລັບຊາວລາວໃຫ້ການຕ້ອນຮັບ “Dongwoon  ແລະ Dujun” ໄດ້ທີ່ລິ້ງລຸ່ມນີ້:

ຄລິບແຟນຄລັບຊາວລາວໄປຮັບທີ່ສະໜາມບິນ ສາກົນ ວັດໄຕ : https://www.instagram.com/p/BTajERdlYPP/?taken-by=hi5hli5ht_around

ຄລິບທີ່ທັງສອງໜຸ່ມໄປຢ່າງຫຼິ້ນທີ່ປະຕູໄຊ ແລະ ແຟນຄລັບໄປຄອຍຕາມກີ້ດທີ່ລິ້ງ 1 : https://www.instagram.com/p/BTZCiecFtXd/?taken-by=hi5hli5ht_around

ຄລິບທີ່ທັງສອງໜຸ່ມໄປຢ່າງຫຼິ້ນທີ່ປະຕູໄຊ ແລະ ແຟນຄລັບໄປຄອຍຕາມກີ້ດທີ່ລິ້ງ 2: https://www.instagram.com/p/BTYzszYDBS2/?taken-by=channie.world

ວິດີໂອຈາກ: 1theK (원더케이)

ບົດຄວາມຫຼ້າສຸດ

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...