spot_img
Homeຂ່າວຕ່າງປະເທດDelivery Hero ຢືນຢັນການຂາຍກິດຈະການ Foodpanda ໃນອາຊຽນ

Delivery Hero ຢືນຢັນການຂາຍກິດຈະການ Foodpanda ໃນອາຊຽນ

Published on

Delivery Hero ບໍລິສັດສັ່ງອາຫານອອນລາຍ ແລະ ຈັດສົ່ງອາຫານ ສັນຊາດເຢຍລະມັນ ເຊິ່ງເປັນບໍລິສັດແມ່ ຂອງ Foodpanda ຢືນຢັນຂາຍກິດຈະການໃນອາຊຽນບາງສ່ວນໃນວັນພຸດ ທີ່ຜ່ານມາ.

ສຳລັບມູນຄ່າການຂາຍກິດຈະການໃນຄັ້ງນີ້ ຍັງຢູ່ໃນລະຫວ່າງການເຈລະຈາ ເຊິ່ງວາລະສານ Wirtschaftswoche ໄດ້ມີການຄາດຄະເນວ່າ ການຂາຍໃນຄັ້ງນີ້ຈະມີມູນຄ່າປະມານ 1,07 ພັນລ້ານໂດລາ ຫຼື 21,5 ຕື້ກີບ.

ໃນການຂາຍແບຣນ Foodpanda ຈະປະກອບມີ ລາວ ກຳປູເຈຍ ສິງກະໂປ ມາເລເຊຍ ມຽນມາ ຟິລິບປິນ ແລະ ໄທ.

ຖ້າການຂາຍນີ້ເກີດຂຶ້ນ Foodpanda ຈະຍັງເຫຼືອຢູ່ໃນປະເທດ ບັງກລາເທດ ປາກິດສະຖານ ແລະ ໄຕ້ຫວັນ ທີ່ຈະຍັງຢູ່ໃນເຄືອຂອງ Delivery Hero.

ທັ້ງນີ້ ບາງແຫຼ່ງຂ່າວຄາດການວ່າ ການຂາຍກິດຈະການ Foodpanda ໃນອາຊຽນ ອາດໄດ້ຂາຍໃຫ້ແກ່ Grab.

ແຫຼ່ງຂ່າວ Reuters

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...