spot_img
Homeວິທະຍາສາດ-ວິທະຍາການCOCOMI ເສື້ອຍືດອັດສະລິຍະ ຊ່ວຍແຈ້ງເຕືອນການຫຼັບໃນໄດ້

COCOMI ເສື້ອຍືດອັດສະລິຍະ ຊ່ວຍແຈ້ງເຕືອນການຫຼັບໃນໄດ້

Published on

ເສື້ອຢືດອັດສະລິຍະ ທີ່ວ່ານີ້ມີຊື່ວ່າ Cocomi ມັນຖືກພັດທະນາເພື່ອຊ່ວຍປ້ອງກັນອາການຫຼັບໃນໂດຍສະເພາະ ພາຍໃນເນື້ອຜ້າຖືກຕິດຕັ້ງເຊັນເຊີຄວາມບາງ 0.3 mm ທີ່ໃຊ້ໃນການກວດວັດອັດຕາການເຕັ້ນຂອງຫົວໃຈ ທັນທີ່ທີ່ມັນກວດພົບວ່າອັດຕາການເຕັ້ນຂອງຫົວໃຈເລີ່ມທຳງານຜິດປົກກະຕິສ່ຽງຕໍ່ການຫຼັບໃນ ເຊັນເຊີຈະປະມວນຜົນ ແລະ ສົ່ງຂໍ້ມູນໄປທີ່ແຜງຄວບຄຸມບໍລິເວນໜ້າເອິກ ຈາກນັ້ນມັນຈະສົ່ງສັນຍານເຕືອນໃຫ້ຜູ້ຂັບຂີ່ຮູ້ທັນທີ

Cocomi ກຳລັງຖືກທົດສອບການໃຊ້ງານຮ່ວມກັບພະນັກງານຂັບລົດໂດຍສານສາທາລະນະ ບໍລິສັດ Chuichi Rinkai Bus ໃນຍີ່ປຸ່ນ ແລະ ຫາກມັນຜ່ານການທົດສອບ ເສື້ອຍືດຕົວນີ້ຈະຖືກຜະລິດ ແລະ ວາງຈຳໜ່າຍໃນໄລຍະທ້າຍປີ 2017 ນີ້ ຖືວ່າເປັນຜະລິດຕະພັນໜຶ່ງທີ່ໜ້າສົນໃຈ ບ້ານເຮົາຖ້າໃຜມີອາຊີບຂັບລົດຄວນໄດ້ລອງໃຊ້ຮັບຮອງວ່າເກີດປະໂຫຍດແນ່ນອນ ສ່ວນເລື່ອງລາຄານັ້ນຕອນນີ້ຍັງບໍ່ທັນມີການເປີດເຜີຍ

ທີ່ມາ: http://www.xn--12c1bij4d1a0fza6gi5c.com/cocomi-t-shirt.html
ທີ່ມາ : japantrends

ບົດຄວາມຫຼ້າສຸດ

ຜູ້ນຳສະຫະລັດ ບັນລຸຂໍ້ຕົກລົງກັບຫວຽດນາມ ຈະເກັບພາສີສິນຄ້ານຳເຂົ້າຈາກຫວຽດນາມ 20%

ໂດນັລ ທຣຳ ຜູ້ນຳສະຫະລັດເປີດເຜີຍວ່າ ໄດ້ບັນລຸຂໍ້ຕົກລົງກັບຫວຽດນາມແລ້ວ ໂດຍສະຫະລັດຈະເກັບພາສີສິນຄ້ານຳເຂົ້າຈາກຫວຽດນາມ 20% ຂະນະທີ່ສິນຄ້າຈາກປະເທດທີ 3 ສົ່ງຜ່ານຫວຽດນາມຈະຖືກເກັບພາສີ 40% ສຳນັກຂ່າວບີບີຊີລາຍງານໃນວັນທີ 3 ກໍລະກົດ 2025 ນີ້ວ່າ:...

ປະຫວັດ ທ່ານ ສຸຣິຍະ ຈຶງຮຸ່ງເຮືອງກິດ ຮັກສາການນາຍົກລັດຖະມົນຕີ ແຫ່ງຣາຊະອານາຈັກໄທ

ທ່ານ ສຸຣິຍະ ຈຶງຮຸ່ງເຮືອງກິດ ຮັກສາການນາຍົກລັດຖະມົນຕີ ແຫ່ງຣາຊະອານາຈັກໄທ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 1 ກໍລະກົດ 2025, ພາຍຫຼັງສານລັດຖະທຳມະນູນຮັບຄຳຮ້ອງ ສະມາຊິກວຸດທິສະພາ ປະເມີນສະຖານະພາບ ທ່ານ ນາງ ແພທອງທານ...

ສານລັດຖະທຳມະນູນ ເຫັນດີຮັບຄຳຮ້ອງ ຢຸດການປະຕິບັດໜ້າທີ່ ຂອງ ທ່ານ ນາງ ແພທອງ ຊິນນະວັດ ນາຍົກລັດຖະມົນຕີແຫ່ງຣາຊະອານາຈັກໄທ ເລີ່ມແຕ່ມື້ນີ້ເປັນຕົ້ນໄປ

ສານລັດຖະທຳມະນູນ ເຫັນດີຮັບຄຳຮ້ອງຢຸດການປະຕິບັດໜ້າທີ່ຂອງ ທ່ານ ນາງ ແພທອງທານ ຊິນນະວັດ ນາຍົກລັດຖະມົນຕີແຫ່ງຣາຊະອານາຈັກໄທ ຕັ້ງແຕ່ວັນທີ 1 ກໍລະກົດ 2025 ເປັນຕົ້ນໄປ. ອີງຕາມເວັບໄຊ້ຂ່າວ Channel News...

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ ເນື່ອງໃນໂອກາດ ວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ (26 ມິຖຸນາ 1987 -...