Chrome ປະກາດຈະຍົກເລີກໃຊ້ງານ Flash ຢ່າງເປັນທາງການໃນປີ 2020

ຈາກຂ່າວ Adobe ກຽມຢຸດຕິ Flash ໃນປີ 2020 ທີ່ທາງ Adobe ໄດ້ປະກາດໃນວັນນີ້ (26/07/2017) ທາງກູເກລີໄດ້ອອກມາເຜີຍແຜ່ການທີ່ຈະນຳ Flash ອອກໄປຈາກ Chrome ໄດ້ຢ່າງເປັນທາງການໃນປີ 2020 ຫຼັງຈາກທີ່ກ່ອນໜ້ານີ້ໄດ້ປະກາດປິດ Flash ເປັນດີຟອລໃນທຸກກໍລະນີ ໃນເດືອນ ຕຸລາ 2017

ກູເກລີກ່າວວ່າ ກວ່າ 20 ປີທີ່ Flash ຊ່ວຍກຳນົດແນວທາງໃຫ້ຜູ່ຄົນໄດ້ຫຼິ້ນເກມ, ເບິ່ງວິດີໂອ ແລະ ໃຊ້ງານແອັບພລີເຄຊັ່ນເທິງເວັບໄຊ ແຕ່ຊ່ວງໄລຍະຫຼາຍປີທີ່ຜ່ານມາ Flash ໄດ້ຖືກຫຼຸດຄວາມສຳຄັນລົງຫຼາຍ

ຈາກເມື່ອ 3 ປີກ່ອນໃນແຕ່ລະມື້ 80% ຂອງຜູ່ໃຊ້ Chrome ເທິງເດສທັອບໄດ້ໃຊ້ເວັບໄຊທີ່ໃຊ້ງານ Flash ແຕ່ມາວັນນີ້ເຫຼືອພຽງ 17% ເທົ່ານັ້ນ