spot_img
Homeຂ່າວທ້ອງຖິ່ນTravel Bubble ຮູບແບບການທ່ອງທ່ຽວແບບໃໝ່ໃນຍຸກໂຄວິດ-19

Travel Bubble ຮູບແບບການທ່ອງທ່ຽວແບບໃໝ່ໃນຍຸກໂຄວິດ-19

Published on

ການລະບາດໂຄວິດ-19 ສົ່ງຜົນກະທົບໂດຍກົງຕໍ່ການເດີນທາງ ແລະ ການທ່ອງທ່ຽວ; ຫຼ້າສຸດ ອົງການທ່ອງທ່ຽວໂລກເຕືອນວ່າ ວິກິດການສາທາລະນະສຸກຄັ້ງນີ້ອາດເຮັດໃຫ້ນັກທ່ອງທ່ຽວທົ່ວໂລກຫາຍໄປກວ່າ 80% ໃນປີນີ້ ແລະ ເພີ່ມຄວາມສ່ຽງທີ່ຈະເຮັດໃຫ້ຄົນຕົກງານຢ່າງໜ້ອຍ 100 ລ້ານຄົນ.

Travel Bubble ຖືໄດ້ວ່າເປັນຄໍາຕອບເພື່ອແກ້ໄຂບັນຫາການຢຸດຊະງັກການສັນຈອນຂອງນັກທ່ອງທ່ຽວໃນໄລຍະນີ້ ກໍຄື ການຕົກລົງກັນລະຫວ່າງກຸ່ມປະເທດທີ່ປອດໄພ ປອດເຊື້ອຈາກພະຍາດໂຄວິດ-19 ໃຫ້ເດີນທາງໄປມາຫາສູ່ກັນໄດ້.

ກໍລະນີ ປະເທດນິວຊີແລນ ແລະ ອົດສະຕາລີ ຮັບປາກວ່າຈະເຮັດ ເຂດທ່ອງທ່ຽວປອດໂຣກ (Travel Bubble) ເປີດປ່ອງການເດີນທາງລະຫວ່າງກັນເພື່ອຄວາມປອດໄພຫຼາຍທີ່ສຸດ ສ່ວນຈີນກໍ່ເລີ່ມອະນຸຍາດໃຫ້ປະຊາຊົນເດີນທາງພາຍໃນປະເທດ ເຖິງແມ່ນວ່າຍັງບໍ່ເປີດຮັບນັກທ່ອງທ່ຽວຕ່າງຊາດ ສ່ວນປະເທດໄທ ກໍ່ກຳລັງເຮັດຣີສອດພິເສດເປັນເຂດກັກກັນສຳລັບນັກທ່ອງທ່ຽວຕ່າງປະເທດທີ່ເດີນທາງເຂົ້າມາທ່ຽວໄທ.

ຂໍ້ສະເໜີການເຮັດ ເຂດທ່ອງທ່ຽວປອດໂຣກ ຂອງອົດສະຕາລີ ແລະ ນິວຊີແລນ ເປັນການເປີດພື້ນທີ່ກວ້າງໃຫ້ປະຊາຊົນທີ່ອາໃສຢູ່ທັງສອງປະເທດສາມາດເດີນທາງທ່ອງທ່ຽວໄປມາໄດ້ຢ່າງເສລີ ໂດຍບໍ່ຈຳເປັນຕ້ອງມີການກັກກັນຕົວ ເຊິ່ງເຂດລະບຽງການທ່ອງທ່ຽວນີ້ຈະສ້າງປະໂຫຍດຕໍ່ທັງອົດສະຕາລີ ແລະ ນິວຊີແລນໃນມິຕິຕ່າງໆ ບໍ່ວ່າຈະເປັນການທ່ອງທ່ຽວ ເສດຖະກິດການຄ້າ ລວມເຖິງການຂົນສົ່ງ.

ບັນດາປະເທດໃນເຂດທະເລ 3 ແຫ່ງໄດ້ແກ່: ເອສໂຕເນຍ, ລັດເວຍ ແລະ ລິທົວເນຍ ປະກາດເປີດໃຫ້ຄົນ 3 ປະເທດເດີນທາງໄປມາຫາສູ່ກັນໄດ້ຕັ້ງແຕ່ວັນທີ 15 ພຶດສະພາ 2020 ທີ່ຜ່ານມາ ເພາະປະເທດສ່ວນໃຫຍ່ບໍ່ສາມາດປິດປະເທດໄດ້ດົນ ແລະ ຕໍ່ໄປທຸກປະເທດຕ້ອງເຮັດ Travel Bubble ຂອງຕົນເອງໄວ້.

ຮຽບຮຽງຂ່າວ: ພຸດສະດີ

ບົດຄວາມຫຼ້າສຸດ

ປະຫວັດ ທ່ານ ສຸຣິຍະ ຈຶງຮຸ່ງເຮືອງກິດ ຮັກສາການນາຍົກລັດຖະມົນຕີ ແຫ່ງຣາຊະອານາຈັກໄທ

ທ່ານ ສຸຣິຍະ ຈຶງຮຸ່ງເຮືອງກິດ ຮັກສາການນາຍົກລັດຖະມົນຕີ ແຫ່ງຣາຊະອານາຈັກໄທ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 1 ກໍລະກົດ 2025, ພາຍຫຼັງສານລັດຖະທຳມະນູນຮັບຄຳຮ້ອງ ສະມາຊິກວຸດທິສະພາ ປະເມີນສະຖານະພາບ ທ່ານ ນາງ ແພທອງທານ...

ສານລັດຖະທຳມະນູນ ເຫັນດີຮັບຄຳຮ້ອງ ຢຸດການປະຕິບັດໜ້າທີ່ ຂອງ ທ່ານ ນາງ ແພທອງ ຊິນນະວັດ ນາຍົກລັດຖະມົນຕີແຫ່ງຣາຊະອານາຈັກໄທ ເລີ່ມແຕ່ມື້ນີ້ເປັນຕົ້ນໄປ

ສານລັດຖະທຳມະນູນ ເຫັນດີຮັບຄຳຮ້ອງຢຸດການປະຕິບັດໜ້າທີ່ຂອງ ທ່ານ ນາງ ແພທອງທານ ຊິນນະວັດ ນາຍົກລັດຖະມົນຕີແຫ່ງຣາຊະອານາຈັກໄທ ຕັ້ງແຕ່ວັນທີ 1 ກໍລະກົດ 2025 ເປັນຕົ້ນໄປ. ອີງຕາມເວັບໄຊ້ຂ່າວ Channel News...

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ ເນື່ອງໃນໂອກາດ ວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ (26 ມິຖຸນາ 1987 -...

ສານຫວຽດນາມ ດຳເນີນຄະດີຜູ້ຕ້ອງສົງໃສພະນັກງານລັດ 41 ຄົນ ໃນຂໍ້ຫາສໍ້ລາດບັງຫຼວງ ສ້າງຄວາມເສຍຫາຍ 45 ລ້ານໂດລາ

ສານຫວຽດນາມໄດ້ເປີດການພິຈາລະນາຄະດີສໍ້ລາດບັງຫຼວງ ແລະ ຮັບສິນບົນ ມູນຄ່າ ເກືອບ 1,500 ລ້ານບາດ ຫຼື ປະມານ 45 ລ້ານໂດລາ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 24 ມິຖຸນາ 2025,...