spot_img
Home​ຂ່າວບັນເທິງBeerlao Band Challenge Season2

Beerlao Band Challenge Season2

Published on

ກັບມາພົບກັນອີກຄັ້ງກັບໂຄງການປະກວດ Beerlao Band Challenge Season2 ເຊິ່ງໄດ້ມີຮອບ Audition ໃນວັນທີ 17 ມິຖຸນາ 2017 ທີ່
ຜ່ານມາ ຢູ່ທີ່ສູນການຄ້າລາວ-ໄອເຕັກ, ເປັນກຽດເຂົ້າຮ່ວມ ແລະ ເປີດພິທີໃນການແຂ່ງຂັນຢ່າງເປັນທາງການໂດຍ ທ່ານ ຈັນສະໝອນ ຜ່ອງຈັນທາ, ຜູ້ຈັດການຝ່າຍການຕະຫຼາດ ບໍລິສັດເບຍລາວ, ພ້ອມດ້ວຍຄະນະກຳມະການຜູ້ທີ່ມີປະສົບການໃນວົງການບັນເທີງລາວມາດົນນານ ທ່ານ ສົມສິນ ຜູ້ບໍລິຫານໂຄງການ Yamaha by Imusic, ທ່ານ ສຸລິນທອນ ຂຸນສະທອງ ນັກດົນຕີຣ ຜູ້ປະດິດດົນຕີຣ ຫຼື ອ້າຍ ໝີ ເມັກກ່າແດັນ, ທ່ານນາງ ອາລູນາ ຖາວອນສຸກ, ທ່ານ ອຸດາໄລ ນູສີຫາລາດ ຫຼື ຕີ ອຸດາໄລ, ແລະ ທ່ານ ອະທິສັກ ລັດຕະນະວົງ ຫຼື ສັກວົງເຊວ, ໃນການຄັດເລືອກໃນຮອບ Audition ນີ້ມີວົງທີ່ເຂົ້າປະກວດທັງໝົດ 42 ວົງຈາກທົ່ວປະເທດລາວ ແລະ ຈະມີພຽງແຕ່ 24 ວົງເທົ່ານັ້ນທີ່ຈະຖືກຄັດເລືອກເພື່ອເຂົ້າໄປໃນຮອບຊິງຊະນະເລີດ ໃນວັນທີ 24 ມິຖຸນາ 2017 ທີ່ສູນກິລາໃນຮົ່ມ ລ້ານຊ້າງຕໍ່ໄປ…

ຈຸດປະສົງຂອງການແຂ່ງຂັນວົງດົນຕີຣລະດັບປະເທດ Beerlao Band Challenge Season2 ກໍເພື່ອສືບເນື່ອງຈາກຜົນສໍາເລັດຂອງກິດຈະກໍາໃນປີທີ່ຜ່ານມາທີ່ໄດ້ຮັບການຕອບຮັບເປັນຢ່າງດີ ແລະ ປະສົບຜົນສຳເລັດຢ່າງງົດງາມ, ຕ້ອງການເປີດໂອກາດໃຫ້ໄວໜຸ່ມລາວໄດ້ມີພື້ນທີ່ສະແດງຄວາມສາມາດ ສະແດງຄວາມກ້າຫານໃນດ້ານການຮ້ອງເພງ ການຫຼິ້ນດົນຕີຣໃນຮູບແບບເປັນວົງຢ່າງເຕັມທີ່ ແລະ ຫຼັກໆຂອງການປະກວດວົງດົນຕີຣໃນເທື່ອນີ້ກໍເພື່ອຕ້ອງການສົ່ງເສີມອຸດສະຫະກຳຂອງການຜະລິດເພງລາວເຮົາໃຫ້ມີການເຕີບໃຫ່ຍຂະຫຍາຍຕົວຍິ່ງຂຶ້ນ, ສຳລັບການປະກວດວົງດົນຕີຣລະດັບປະເທດ Beerlao Band Challenge Season2 ໃນປີນີ້ຈະມີເງິນລາງວັນລວມສູງເຖິງ 150 ລ້ານກີບ, ວົງທີ່ຊະນະເລີດ 1-4 ຈະໄດ້ຂຶ້ນໂຊຜົນງານເພງໃນເວທີລະດັບປະເທດເຊັ່ນເວທີ່ BeerlaoMusic Zone ເຊິ່ງລາຍລະອຽດມີດັ່ງລຸ່ມນີ້:

  1. ວົງທີ່ຊະນະເລີດລາງວັນທີ່ 1 ຈະໄດ້ຮັບເງິນລາງວັນມູນຄ່າເຖິງ 50 ລ້ານກີບ, ເຄື່ອງດົນຕີຣ 1 ຊຸດຈາກ Yamaha ມູນຄ່າ 25 ລ້ານກີບ ແລະ ກາລັນຕີວຽກຈາກ ບໍລິສັດ ເບຍລາວ 1 ປີເຕັມ ແລະ ຍັງຈະໄດ້ເຊັນສັນຍາກັບຄ້າຍເພງອັນດັບໜຶ່ງຂອງປະເທດລາວ Indee Record 1 ປີເຕັມ ແລະ ມີ Single ເປັນຂອງຕົວເອງ.
  2. ຮອງຊະນະເລີດອັນດັບ 1 ຈະໄດ້ຮັບເງິນມູນຄ່າ 25 ລ້ານກີບ ພ້ອມກີຕ້າໂປ່ງໜຶ່ງໜ່ວຍ ມູນຄ່າ 2,5 ລ້ານກີບ ແລະ ກາລັນຕີວຽກຈາກ ບໍລິສັດ ເບຍລາວ 1 ປີເຕັມ
  3. ຮອງຊະນະເລີດອັນດັບ 2 ຈະໄດ້ຮັບເງິນມູນຄ່າ 15 ລ້ານກີບ ພ້ອມກີຕ້າໂປ່ງໜຶ່ງໜ່ວຍ ມູນຄ່າ 2,5 ລ້ານກີບ ແລະ ກາລັນຕີວຽກຈາກ ບໍລິສັດ ເບຍລາວ 1 ປີເຕັມ
  4. ຮອງຊະນະເລີດອັນດັບ 3 ຈະໄດ້ຮັບເງິນມູນຄ່າ 10 ລ້ານກີບ
  5. ລາງວັນຊົມເຊີຍລາງວັນລະ 5 ລ້ານກີບ

ສ່ວນລາຍຊື່ວົງທີ່ຜ່ານການເຂົ້າຮອບ 24 ວົງມີດັ່ງນີ້ ແລະ ທ່ານສາມາດຕິດຕາມການເຄື່ອນໄຫວຂອງການແຂ່ງຂັນໄດ້ທີ່ເພສ Beerlao

ແລະ ຍັງມີຮູບພາບບັນຍາກາດມື້ Audition ໃນວັນທີ 17 ມິຖຸນາ 2017 ທີ່ຜ່ານມາໆຝາກທຸກຄົນນຳເດີ້!!! #ໂຄງການດີໆແບບນີ້ຢ່າລືມແຊຣໄປໆ

  

ບົດຄວາມຫຼ້າສຸດ

ລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ)

ສຕລ ປະກາດລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ) ທີມຊາດລາວ ຊຸດໃຫຍ່ ພາຍໃຕ້ການຄຸມທີມຂອງ ທ່ານ ຮາ ຮອກ...

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...