spot_img
Home​ຂ່າວບັນເທິງAriana Grande ເຈົ້າຂອງເພງຕິດຮິດຫູໃນເວລານີ້ Side To Side ໄດ້ຮັບລາງວັນສີລະປິນປະຈຳປີ 2016

Ariana Grande ເຈົ້າຂອງເພງຕິດຮິດຫູໃນເວລານີ້ Side To Side ໄດ້ຮັບລາງວັນສີລະປິນປະຈຳປີ 2016

Published on

ບັນເທີງຕ່າງປະເທດ ມື້ນີ້ເຮົາຈະມາກ່າວເຖິງ ງານປະກາດຜົນລາງວັນທາງດົນຕີທີ່ຍິ່ງໃຫຍ່ທີ່ສຸດອີກງານໜຶ່ງຂອງໂລກ American Music Awards 2016  ທີ່ຫາກໍ່ປະກາດຜົນສົດໆຮ້ອນໆ ໃນເຊົ້າຂອງວັນທີ 21 ພະຈິກ ທີ່ຜ່ານມາ ທີ່ Microsoft Theater ລອສແອນເຈລິສ ສະຫະລັດອາເມລິກາ ໂດຍງານນີ້ໄດ້ມີສີລະປິນແຖວໜ້າເຂົ້າມາຮ່ວມງານກັນຢ່າງຫຼວງຫຼາຍ ເຊິ່ງກໍ່ມີສີລະປິນຊື່ດັງຫຼາຍຄົນທີ່ໄດ້ຮັບລາງວັນຕິດມືກັບບ້ານ ແລະ ໜຶ່ງໃນນັ້ນກໍ່ມີສາວສຽງດີ ຫຸ່ນແຊ໊ບອີກຄົນໜຶ່ງຈາກທາງຝັ່ງຢູໂຣບຢ່າງ Ariana Grande ທີ່ໄດ້ຮັບລາງວັນສີລະປິນປະຈຳປີ ຫຼື Artist of The Year ຈາກເວທີປະກາດຜົນລາງວັນເພງແຫ່ງຊາດຂອງສະຫະລັດອາເມຣິກາ ຫຼື America Music Awards 2016  ດ້ວຍຜົນງານເພງໂດ່ງດັງຫຼາຍເພງໃນອາລະບັ້ມ Dangerous Woman ເປັນຕົ້ນ Dangerouse Woman, Into You ແລະ ຫຼ້າສຸດກັບເພງຕິດຮິດຫູກັນໃນເວລານີ້ Side To Side


ຕິດຕາມເລື່ອງດີດີ ບັນເທີງລາວ Lao Entertenment ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...