ສັດຈະທຳໃນຊີວິດ

iStock_000004703492XSmall

1. ຄົນຈົນ ຕ້ອງການບາງຢ່າງ

ຄົນໂລບຕ້ອງການທຸກຢ່າງ

2. ຖ້າທຸກຄົນໄດ້ທຸກຢ່າງຄືທີ່ຄິດ ສິ້ນຊີວິດ ຈະເອົາຂອງ ກອງໄວ້ໃສ

ໄດ້ມາແດ່ ເສຍໄປແດ່ ຊິເປັນໃດ ໜ້າທີ່ໃຜ ເຮັດໃຫ້ດີ ເທົ່ານີ້ພໍ

3. ຈັກໜ້ອຍກ່ອນ ມື້ນີ້ຍັງບໍ່ວ່າງ

ຈັກໜ້ອຍກ່ອນ ວຽກຕ່າງໆຍັງເຫຼືອລົ້ນ

ຈັກໜ້ອຍກ່ອນ ເປັນຂໍ້ອ້າງຂອງບາງຄົນ

ພາອັບຈົນເພາະຄຳດຽວ “ຈັກໜ້ອຍກ່ອນ”

4. ຖ້າບໍ່ມັກ ຄືບໍ່ແມ່ນ

ຖ້າບໍ່ແມ່ນ ຄືບໍ່ເອົາ

ແຕ່…ຖ້າມັກ ແລະ…ກໍແມ່ນ

ເຖິງບໍ່ໃຫ້ ກໍຈະເອົາ

5. ເວລານ້ຳເຂົ້າຕາ ມັນເຈັບທີ່ຕາ

ແຕ່ເວລານ້ຳອອກຈາກຕາ ມັນພັດໄປເຈັບທີ່ໃຈ

6. ແລກເງິນຄົນລະກີບ ກໍໄດ້ຄົນລະກີບ

ແລກປ່ຽນຄວາມຄິດຄົນລະ 1 ຄວາມຄິດ ຈະໄດ້ຄົນລະ 2 ຄວາມຄິດ

7. ຊີວິດນີ້ ຈະມີຄຸນຄ່າ

ເມື່ອເກີດມາ ແລ້ວມີໜ້າທີ່

ມີແລ້ວຕ້ອງເຮັດໃຫ້ດີ

ບໍ່ແມ່ນມີ ໜ້າທີ່ຢູ່ໄປວັນໆ

8. ຄົນງາມ ງາມຈິດໃຈ ໃຊ່ຮູບສວຍ

ຄົນລວຍ ລວຍທີ່ໃຈ ໃຊ່ເງິນໜາ

ຄົນເກັ່ງ ເກັ່ງມາໄດ້ ດ້ວຍວິຊາ

ຄົນດັງ ດັງບໍ່ວ່າ ຢ່າລືມຕົວ

9. ຄວາມສຸກ… ຖ້າແບ່ງປັນກັນ ກໍຈະສຸກເພິ່ມເປັນ 2 ເທົ່າ

ຄວາມທຸກ… ຖ້າແບ່ງປັນກັນ ກໍຈະຫຼຸດລົງເຄິ່ງໜຶ່ງ

10. ບໍ່ມີຄຳແນະນຳຂອງໃຜ ທີ່ໄຮ້ຄ່າໄປເສຍໝົດ

ແມ່ນແຕ່ໂມງຕາຍ ມັນຍັງກົງເວລາ ເຖິງວັນລະ 2 ຄັ້ງ

11. ເວລາບໍ່ໄດ້ເຮັດໃຫ້ໃຜເສຍຄົນ

ແຕ່ໃຜບາງຄົນຕ່າງຫາກ ເຮັດໃຫ້ເສຍເວລາ

12. ຄວາມທຸກ ເກີດຂຶ້ນແທ້ໆ ຄັ້ງດຽວ

ແຕ່ຄວາມຄິດ ເກີດວົນວຽນຊ້ຳຊາກນັບພັນຄັ້ງ

13. ມີ 4 ສິ່ງໃນໂລກທີ່ເງິນຊື້ບໍ່ໄດ້

ຄວາມຮັກ, ເວລາ, ຊີວິດ ແລະມິດແທ້

14. Impossible ຈະກາຍເປັນ I’m possible

ຖ້າເຮົາເດິນໜ້າ ຄຳວ່າ ເປັນໄປບໍ່ໄດ້ ຈັກມື້ໜຶ່ງກໍຈະເປັນໄປໄດ້

15. ສາລະພາບຜິດ ຫຼຸດໂທດເຫຼືອເຄິ່ງໜຶ່ງ

ສາລະພາບຮັກ ເພິ່ມຄວາມຄິດເຖິງເປັນສອງເທົ່າ

 

ຮັກໃຜມັກໃຜ ສົ່ງຕໍ່ໄດ້ເດີ !!