Homeຄົມຄິດຄົມຄົນແຈັກມ່າ ສອນ 5 ຊ່ວງຊີວິດຂອງຄົນ

ແຈັກມ່າ ສອນ 5 ຊ່ວງຊີວິດຂອງຄົນ

Published on

Alibaba Group Holding Ltd founder Jack Ma speaks after accepting the Game Changer of the Year award during the Asia Society's Game Changer Awards at United Nations headquarters in New York

“ບໍ່ຕ້ອງຫ່ວງເລື່ອງຄວາມຜິດພາດດອກ ມັນເປັນບົດຮຽນທີ່ມີຄ່າສຳລັບທຸກຄົນ”

ກ່ອນອາຍຸ 20 ປີ ຈົ່ງເຮັດໂຕເປັນນັກຮຽນທີ່ດີ ເພາະມັນຄືຊ່ວງເວລາແຫ່ງການຮຽນຮູ້ແລະຊຶມຊັບປະສົບການທີ່ດີທີ່ສຸດ

ກ່ອນອາຍຸ 30 ຈົ່ງເຮັດຄືຜູ້ອື່ນ ສິ່ງທີ່ຄວນມອງຫາບໍ່ແມ່ນບໍລິສັດດັງໆ ແຕ່ເປັນເຈົ້ານາຍເກັ່ງໆທີ່ທ່ານຈະໃຊ້ເຂົາເປັນແບບຢ່າງ ອາດຈະບໍລິສັດນ້ອຍໆ ເພາະບໍລິສັດໃຫຍ່ໆ ເຂົາຈະເປັນຄືກັບເຄື່ອງຈັກເປັນພຽງແຂ້ວເຟືອງຊິ້ນໜຶ່ງ.

ໃນໄລຍະ 30-40 ປີ ນັ້ນທ່ານຈົ່ງຈັດການລະບົບຄວາມຄິດໃຫ້ຮອບຄອບ ທ່ານຈະຕ້ອງເຮັດວຽກເພື່ອຕົນເອງ ເພື່ອຄວາມສຳເລັດ.

ໃນໄລຍະ 40-50 ປີ ທ່ານຈະຕ້ອງເຮັດວຽກທີ່ທ່ານຊຳນານທີ່ສຸດ ຢ່າໄປຊອກຫາວຽກປະເພດໃໝ່ໆເລີຍ ມັນຊ້າໄປແລ້ວ ທ່ານອາດຈະສຳເລັດກໍໄດ້ ແຕ່ໂອກາດລົ້ມແຫຼວກໍມີສູງຫຼາຍ ດັ່ງນັ້ນ, ໃນໄລຍະນີ້ ເຮັດໃນສິ່ງທີ່ທ່ານເຮັດໄດ້ດີດີກວ່າ.

ໃນໄລຍະ 50-60 ປີ ທ່ານຄວນຈະເຮັດວຽກເພື່ອຄົນລຸ້ນຫຼັງ ພວກເດັກນ້ອຍລຸ້ນຫຼັງຈະເຮັດວຽກເກັ່ງກວ່າທ່ານ ຈົນເພິ່ງພາພວກເຂົາ ຂັດເກົາພວກເຂົາ ເຮັດໃຫ້ພວກເຂົາມີຄວາມສາມາດ.

ພໍອາຍຸຫຼາຍກວ່າ 60 ປີ ກໍຈົ່ງໃຊ້ຊີວິດ ເພື່ອຕົນເອງຢ່າງເຕັມທີ່ ນອນຕາກລົມຢູ່ຖຽງແຄມທົ່ງ ມີຄວາມສຸກກັບຊີວິດ ປ່ອຍໂຕເອງໄປຕາມທຳມະຊາດ….

ບົດຄວາມຫຼ້າສຸດ

ລັດຖະບານ ຍີ່ປຸ່ນ ມອບພາຫະນະ, ອຸປະກອນ ແລະ ລົດກົນຈັກ ສ້ອມແປງຂົວ-ທາງ ໃຫ້ ກະຊວງ ຍທຂ

ໃນວັນທີ 9 ພະຈິກ 2026 ທີ່ລັດວິສາຫະກິດ ກໍ່ສ້າງທາງເລກ 8 ທີ່ນະຄອນຫຼວງວຽງຈັນ ໄດ້ມີພິທີ ມອບ-ຮັບ ອຸປະກອນ ແລະ ລົດກົນຈັກ ສ້ອມແປງຂົວ-ທາງ...

JOYEE N01 ພ້ອມລຸຍຕະຫຼາດໂລກຢ່າງເປັນທາງການ!

ວັນທີ 28 ຕຸລາ ທີ່ຜ່ານມາ, China FAW (ສາຂາ Yancheng) ໄດ້ຈັດພິທີສະຫຼອງການຜະລິດ JOYEE N01 ຈຳນວນຫຼາຍ (Mass Production)...

ນວ ພົບການສໍ້ລາດບັງຫຼວງ ທັງໝົດ 31 ກໍລະນີ ຢູ່ນະຄອນຫຼວງວຽງຈັນ ໃນນີ້ມີສວຍໃຊ້ຕຳແໜ່ງ 12 ຄົນ

ກອງປະຊຸມສະຫຼຸບວຽກງານກວດກາ 5 ປີ (2021-2025) ທົ່ວນະຄອນຫຼວງວຽງຈັນ ຄັ້ງທີ IV ຈັດຂຶ້ນວັນທີ 6 ພະຈິກ 2026 ທີ່ຫ້ອງວ່າການປົກຄອງນະຄອນຫຼວງວຽງຈັນ ໂດຍເປັນປະທານຂອງທ່ານ ວັນໄຊ...

ປະເທດທີ່ຍິ່ງໃຫຍ່ ເກີດຈາກການນຳພາຂອງຜູ້ນຳ: 5 ຫຼັກການສຳລັບລາວ ແລະ ປະເທດອື່ນໆ

ໃນວັນທີ 3 ພະຈິກ 2026 ທີ່ຜ່ານມາ ຢູ່ ສູນຮ່ວມມືລາວ-ສິງກະໂປ ນະຄອນຫຼວງວຽງຈັນ ທ່ານ ດຣ. ອານຸລັກ ກິດຕິຄຸນ ຜູ້ອຳນວຍການໃຫຍ່ ແລະ...