spot_img

ພະນັກງານດ້ານການຕະຫຼາດ

ເງື່ອນໄຂຂອງຕຳແໜ່ງ:

  • ຈົບຊັ້ນສູງຂຶ້ນໄປໃນສາຍການຕະຫຼາດ, ສາຍທີ່ກ່ຽວຂ້ອງ ຫຼື ມີປະສົບການດ້ານການທຳງານທີ່ທຽບເທົ່າກ່ຽວກັບການຈັດການສື່ສັງຄົມອອນລາຍ.
  • ມີຄວາມສາມາດໃນການນຳສະເໜີເນື້ອຫາທີ່ສ້າງສັນ (ຂໍ້ຄວາມ, ຮູບພາບ ແລະ ວິດີໂອ).
  • ມີຄວາມຮູ້ກ່ຽວກັບ ຊ໊ອບແວອອນລາຍ (Canva Pro, WordPress, etc).
  • ມີຄວາມຮູ້ກ່ຽວກັບສື່ສັງຄອມອອນລາຍ (Facebook, Instagram, TikTok, Twitter, LinkedIn, etc).
  • ມີມະນຸດສຳພັນທີ່ດີ ແລະ ທັກສະການສື່ສານທີ່ດີ.
  • ຄວາມສົນໃຈໃນການຕະຫຼາດແລະແນວໂນ້ມສື່ມວນຊົນສັງຄົມ.

ໜ້າທີ່ ແລະ ຄວາມຮັບຜິດຊອບ:

  • ອອກແບບ ແລະ ດຳເນີນການເຮັດແຄມເປນການຕະຫຼາດຜ່ານການພັດທະນາເນື້ອຫາສື່ຜະສົມຜະສານ ສຳລັບຊ່ອງທາງ ອອນລາຍ ແລະ ອອຟລາຍ.
  • ຂຽນສຳເນົາສຳລັບເຜີຍແຜ່ເນື້ອຫາທາງດ້ານການຕະຫຼາດທີ່ຫຼາກຫຼາຍ(ເນື້ອຫາສື່ສັງຄົມອອນລາຍ,ໃບປິວ,ເອກະສານຂ່າວ ແລະ ອື່ນໆ).
  • ປະສານງານກັບນັກອອກແບບກຣາຟຟິກ ໃນການພັດທະນາສື່ ເພື່ອໃຫ້ແນ່ໃຈວ່າປະຕິບັດຕາມແນວທາງທີ່ວາງໄວ້.
  • ມີສ່ວນຮ່ວມໃນການຊ່ວຍເຫຼືອໃນການຈັດງານສຳມະນາ ຫຼື ງານກິດຈະກຳຕ່າງໆ.
  • ປະສານງານກັບບຸກຄົນທີ່ສາມ ແລະ ຜູ້ສັບໜຸນລາຍອື່ນ.
  • ລວບລວມຂໍ້ມູນຈາກສື່ສັງຄົມອອນລາຍ ແລະ ຊ່ອງທາງອື່ນໆເພື່ອກຽມລາຍງານສຳລັບລູກຄ້າ.
  • ເຮດໜ້າທີ່ເປັນຕົວກາງໃນການຮັກສາຄວາມສຳພັນກັບສື່ຂ່າວ ແລະ ຜູ້ສະໜອງຕ່າງໆ.