ເງື່ອນໄຂຂອງຕຳແໜ່ງ:
- ນັກສຶກສາຈົບໃໝ່ ຫຼື ຜູ້ທີ່ມີປະສົບການທາງດ້ານການຂາຍ ແລະ ການຕະຫຼາດ ຫຼື ສາຍທີ່ກ່ຽວຂ້ອງ.
- ມີຄວາມສາມາດໃນການຈັດການຂັ້ນຕອນການອອກໃບແຈ້ງເກັບເງິນ ແລະ ບັນຊີໜີ້ລູກຄ້າ.
- ມີທັກສະການຂາຍ ແລະ ການເຈລະຈາທີ່ດີ ພ້ອມກັບການຕິດຕາມກຸ່ມລູກຄ້າເປົ້າໝາຍ.
- ມີທັກສະດ້ານມະນຸດສຳພັນທີ່ດີກັບເພື່ອນຮ່ວມງານ ແລະ ລູກຄ້າ.
ໜ້າທີ່ ແລະ ຄວາມຮັບຜິດຊອບ:
- ຮັກສາຄວາມສຳພັນກັບບໍລິສັດເອເຈັນຊີ່ ແລະ ຜູ້ຮ່ວມ.
- ຈັດການອອກໃບແຈ້ງເກັບເງິນ ແລະ ບັນຊີລູກໜີ້ຂອງລູກຄ້າ.
- ເຂົ້າຮ່ວມການປະຊຸມ, ງານສຳມະນາ, ນິເທດສະການ ແລະ ງານສ້າງເຄື່ອຂ່າຍ.
- ສະເໜີ ແລະ ອອກແບບການປັບປຸງຜະລິດຕະພັນ ຫຼື ຜະລິດຕະພັນໃໝ່.