1. ຫນ້າທີ່ຫຼັກໃນການຮັບຜິດຊອບຕົ້ນຕໍ
ຮັບສົ່ງແຂກ, ລູກຄ້າພາຍໃນ ແລະ ສິ່ງຂອງພາຍໃນຂອງທະນາຄານ
ໂດຍຮັບປະກັນຄວາມປອດໄພໃນການຂົນສົ່ງ.
ຮັບປະກັນ ແລະ ເຄົາລົບຕໍໍ່ກັບລະບຽບກົດຫມາຍ, ກົດຈາລະຈອນແຫ່ງ
ສປປ ລາວ ຢູ່າງເຄັັ່ງຄັດ ແລະ ຂັບຂີ່ຕາມທ້ອງຖະຫນົນສາທາລະນະ
ດ້ວຍຄວາມຊຳນານ.
ກວດກາການເຄື່ອນໄຫວ ແລະ ຮັກສາລົດຕາມການແນະນຳທາງດ້ານ
ມາດຕະຖານເຕັກນິກ.
ສາມາດປະຕິບັດວຽກງານອື່ນໆທີ່ກ່ຽວຂ້ອງຕາມການມອບຫມາຍຂອງ
ຜູ້ຄຸ້ມຄອງ.
2. ຄຸນວຸດທິ
ຢູ່າງຫນ້ອຍມີໃບປະກາດມັດທະຍົມສຶກສາຕອນຕົ້ນ ຫ ທຽບເທົ່າຂຶ້ນໄປ.
ມີໃບຂັບຂີ່ (ລົດໃຫຍ່)
ມີມະນຸດສຳພັນດີ ແລະ ສາມາດເຮັດວຽກເປັນກຸ່ມໄດ້.
ມີຄວາມຫ້າວຫັນ ແລະ ສຸຂະພາບແຂງແຮງດີ.
ມີຄວາມຮັບຜິດຊອບ ແລະ ເອົາໃຈໃສ່ຕໍໍ່ຫນ້າທີ່ວຽກງານສູງ.
ຜູ້ສະຫມັກທີ່ມີອາຍຸແຕ່ 18 ປີຂຶ້ນໄປ.
ເງິນເດືອນ ແລະ ສະຫວັດດີການເມື່ອໄດ້ເຂົ້າເປັນພະນັກງານຂອງ ທະນາຄານ ເອຊີລີດາ ລາວ ຈຳກັດ.
1. ພະນັກງານທີ່ຢູ່ໃນຊ່ວງທົດລອງງານ:
– ເງິນເດືອນພື້ນຖາມແມ່ນພິຈາລະນາໃຫ້ຕາມຄຸນວຸດທິຕົວຈິງ
– ເງິນອຸດຫນຸນເຄື່ອງແບບພະນັກງານ
– ເງິນອຸດຫນຸນກວດສຸຂະພາບ ແລະ ປິິ່ນປົວພະຍາດ
– ເງິນອຸດຫນຸນການເດີນທາງພາຍໃນແຂວງ ແລະ ຕ່າງແຂວງ
2. ພະນັກງານຫຼັງຈາກຜ່ານທົດລອງງານ:
– ເງິນເດືອນພື້ນຖານເພີ່ມຂຶ້ນຕາມການປະເມີນຜົນງານຕົວຈິງ
– ເງິນອຸດຫນຸນລູກ (ສູງສຸດບໍໍ່ເກີນ 04 ຄົນ)
– ເງິນອຸດຫນຸນຕັດເຄື່ອງແບບພະນັກງານປະຈຳປີ
– ເງິນໂບນັດ (ບຸນປີໃຫມ່ລາວ ແລະ ບຸນອອກພັນສາ)
– ເງິນແບ່ງປັນຜົນກຳໄລປະຈຳປີຫຼາຍກ່ອນ 4 ເທົ່າຂອງເງິນເດືອນ
– ເງິນອຸດຫນຸນຕ່າງໆຈາກອົງການປະກັນສັງຄົມແຫ່ງຊາດ (ອປສ)
– ແລະ ຜົນປະໂຫຍດອື່ນໆອີກ ຕາມນະໂຍບາຍຂອງທະນາຄານ
ຫມາຍເຫດ: – ສະເພາະຜູ້ທີ່ຜ່ານການຄັດເລືອກເທົ່ານັັ້ນ ທີ່ຈະໄດ້ຮັບການຕິດຕໍໍ່ເຂົ້າຮ່ວມສອບເສັງ ແລະ ສຳພາດ.
– ທຸກໆເອກະສານທີ່ປະກອບໃນການສະຫມັກວຽກ ແມ່ນບໍໍ່ສາມາດຖອນຄືນໄດ້.
– ທຸກໆຂັັ້ນຕອນໃນການຮັບສະຫມັກງານ ແມ່ນບໍໍ່ໄດ້ເສຍຄ່າໃຊ້ຈ່າຍ, ຜົນຕອບແທນ ຫຼື ສິນນ້ຳໃຈໃດໆ.
➢ ປິດຮັບສະຫມັກ: ວັນທີ 06 ມິຖຸນາ 2025 ເວລາ: 12:00 ໂມງຕອນສວາຍ
➢ ຟອມສະຫມັກໃດທີ່ຍື່ນກ່ອນ ມີສິດໃນການຄັດເລືອກເພື່ອເຂົ້າຮ່ວມສອບເສັງ ແລະ ສຳພາດກ່ອນ
❖ ສຳລັບຜູ້ທີ່ສົນໃຈ ສາມາດພົວພັນເອົາແບບຟອມສະຫມັກໄດ້ທຸກຫ້ອງການຂອງທະນາຄານ ໂດຍບໍໍ່ມີຄ່າໃຊ້ຈ່າຍໃດໆ.
ຫຼື ສາມາດດາວໂຫຼດແບບຟອມໄດ້ທີ່ Website: www.acledabank.com.la ແລະ ນຳສົ່ງຊີວະປະຫວັດ ຫຼື CV ຂອງທ່ານມາ
ທາງ E-mail: salongxay@acledabank.com.la
ສົນໃຈລາຍລະອຽດ ສາມາດສອບຖາມຂໍໍ້ມ ນໂທ: 020 9300 0204, 020 9292 4999
ເບີໂທ, Whatsapp: 020 9534 5001, 020 9206 9494