spot_img

ຜູ້ຜະລິດເນື້ອຫາ

ເງື່ອນໄຂຂອງຕຳແໜ່ງ:

  • ຈົບປະລິນຍາຕີດ້ານສື່ສານມ່ວນຊົນ, ສຶກສາສາດ, ສື່ສັງຄົມ ຫຼື ສາຂາທີ່ກ່ຽວຂ້ອງ.
  • ມີປະສົບການ ຫຼື ຄວາມຮູ້ໃນການຂຽນຂ່າວ, ການໃຊ້ພາສາ ແລະ ການນຳສະເໜີ.
  • ຮູ້ກ່ຽວກັບການຫາຂໍ້ມູນຂ່າວສານທັງພາຍໃນ ແລະ ຕ່າງປະເທດ ເພື່ອໃຫ້ຮູ້ເຖິງຂໍ້ມູນໃຫມ່ກ່ຽວກັບເຫດການປະຈຸບັນ.
  • ມີທັກສະການຂຽນ ແລະ ການແກ້ໄຂເນື້ອຫາທີ່ດີ ດ້ວຍຄວາມລະອຽດ.
  • ມີຄວາມຮູ້ກ່ຽວກັບເຄື່ອງມື ແລະ ກົນລະຍຸດການຈັດການສື່ສັງຄົມເພື່ອເພີ່ມການມີສ່ວນຮ່ວມຂອງຜູ້ຊົມ.
  • ມີຄວາມຄິດສ້າງສັນ ແລະ ຮູ້ນຳໃຊ້ນະວັດຕະກຳໃໝ່ໆໃນການສ້າງເນື້ອຫາ ແລະ ການເລົ່າເລື່ອງ.

ໜ້າທີ່ ແລະ ຄວາມຮັບຜິດຊອບ:

  • ສາມາດຂຽນຂ່າວ ແລະ ເຜີຍເເຜ່ຂ່າວສານໃນເວບໄຊສ໌ໄດ້.
  • ສາມາດຮັບບຜິດຊອບຊ່ອງທາງໂຊຊຽວມີເດຍທີ່ກ່ຽວຂ້ອງກັບເວບໄຊສ໌ຂ່າວສານໄດ້.
  • ສາມາດຕິດຕາມຂ່າວສານທັງພາຍໃນປະເທດ ແລະ ຕ່າງປະເທດໄດ້.
  • ສາມາດວິເຄາະ, ລະບຸ, ຮວບຮວມ ແລະ ລາຍງານຂໍ້ມູນໄດ້.
  •  ສາມາດຖ່າຍພາບ ແລະ ຕັດຕໍ່ຮູບພາບໄດ້.
  • ສາມາດໃຫ້ການສະໜັບສະໜຸນດ້ານເທັກນິກຕ່າງໆ, ໃນການດຳເນີນງານທີ່ກ່ຽວຂ້ອງກັບກິດຈະກຳໄດ້.