spot_img
Homeຂ່າວທ້ອງຖິ່ນອີກ 10 ວັນ ຈະຄວບຄຸມໄຟໄໝ້ສະໜາມຂີ້ເຫຍື້ອໄດ້

ອີກ 10 ວັນ ຈະຄວບຄຸມໄຟໄໝ້ສະໜາມຂີ້ເຫຍື້ອໄດ້

Published on

ນັບແຕ່ມື້ເກີດເຫດໄຟໄໝ້ສະໜາມຂີ້ເຫຍື້ອ ຫຼັກ 32 ບ້ານນາຜາສຸກ ເມືອງໄຊທານີ ນະຄອນຫຼວງວຽງຈັນ ຈົນເຖິງປັດຈຸບັນ, ເຈົ້າໜ້າທີ່ສາມາດສະກັດກັ້ນ ແລະ ມອດໄຟໄດ້ 20 ກວ່າເຮັກຕາ ຈາກເນື້ອທີ່ໄຟໄໝ້ທັງໝົດ 36,2 ເຮັກຕ້າ ແລະ ຢືນຢັນວ່າອີກ 10 ວັນ ຈະສາມາດຄວບຄຸມເຫດການໄຟໄໝ້ໄວ້ໄດ້.

ທ່ານ ຈັນທະລາ ອິນທະລັງສີ ເຈົ້າເມືອງໆໄຊທານີ ຫົວໜ້າຄະນະຮັບຜິດຊອບສະກັດກັ້ນ ແລະ ປ້ອງກັນຜົນກະທົບ ຈາກໄຟໄໝ້ສະໜາມຂີ້ເຫຍື້ອ ຫຼັກ 32 ພ້ອມຄະນະ ໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນໃນວັນທີ 14 ມີນາ 2018 ວ່າ: ພາຍຫຼັງໄຟໄໝ້ສະໜາມຂີ້ເຫຍື້ອ ຫຼັກ 32 ມາໄດ້ 10 ວັນ ຄະນະກໍາມະການ ແລະ ເຈົ້າໜ້າທີ່-ທີ່ກ່ຽວຂ້ອງໄດ້ສຸມໃສ່ສະກັດກັ້ນ ເພື່ອບໍ່ໃຫ້ຄວັນຈາກການໄໝ້ຂີ້ເຫຍື້ອ ສົ່ງຜົນກະທົບຕໍ່ປະຊາຊົນ ຢູເຂດບ້ານໃກ້ຄຽງ, ນັບແຕ່ມື້ໄຟໄໝ້ພາກສ່ວນທີ່ກ່ຽວຂ້ອງໄດ້ປະສານງານກັບທຸກພາກສ່ວນ ບັນດາກົມກອງ ແລະ ພາກສ່ວນທຸລະກິດໃນການລະດົມອຸປະກອນເພື່ອມອດໄຟ ໂດຍນໍາໃຊ້ລົດມອດໄຟຂອງກະຊວງ ປກສ 5 ຄັນ, ລົດຂອງຫ້ອງການຄຸ້ມຄອງ ແລະ ບໍລິຫານຕົວເມືອງວຽງຈັນ (ຄບຕ) 7 ຄັນ, ລົດດ້າມ, ລົດຈົກ, ລົດດຸດ, ລົດດູດນໍ້າ ແລະ ລົດອື່ນໆ ຂອງ ຄບຕ ແລະ ບໍລິສັດທີ່ລະດົມມາໄດ້ລວມທັງໝົດຢ່າງໜ້ອຍ ມື້ລະ 30 ກວ່າຄັນ ເຂົ້າມາມອດໄຟໃນແຕ່ລະວັນ; ມາເຖິງປັດຈຸບັນ, ສາມາດສະກັດກັ້ນ ແລະ ມອດໄຟໄດ້ທັງໝົດ 20 ກວ່າເຮັກຕາ ເທົ່າກັບ 55,76% ຂອງພື້ນທີ່ທັງໝົດເຮັດໃຫ້ຄວັນ ແລະ ກິ່ນຂິວ ທີ່ປົກຄຸມຢູ່ຈໍານວນ 11 ບ້ານຄື: ບ້ານໜອງບົວ, ໂຄກສາ, ນາຝາຍ, ແສນອຸດົມ, ນາພອກ, ໄຜ່ລ້ອມ, ສ້າງຄອມ, ດຸນອຽນ, ສົມສະໄໝ, ນາທາມ ແລະ ບ້ານດອນໄຮ່ ຫຼຸດໜ້ອຍຖອຍລົງ ແລະ ບາງບ້ານກໍບໍ່ມີຄວັນປົກຄຸມເລີຍ.

ພັທ ຈັນທະບູນ ມະນີວົງ ຫົວໜ້າພະແນກສະກັດກັ້ນ ແລະ ຕ້ານອັກຄີໄພ ນະຄອນຫຼວງວຽງຈັນ ຄະນະຮັບຜິດຊອບສະກັດກັ້ນ ແລະ ປ້ອງກັນຜົນກະທົບ ຈາກໄຟໄໝ້ສະໝາມຂີ້ເຫຍື້ອຫຼັກ 32 ກ່າວຕື່ມວ່າ: ພາຍຫຼັງໄຟໄໝ້ ໃນເບື້ອງຕົ້ນເຈົ້າໜ້າທີ່ໄດ້ສີດນໍ້າປ້ອງກັນບໍ່ໃຫ້ໄຟໄໝ້ລາມໄປທາງອື່ນ ແລະ ຄ່ອຍໆ ສີດເຂົ້າໄຟ ໃນພື້ນທີ່ໄຟໄໝ້ຈົນເຖິງວັນທີ 7 ມີນາ ຈິງໄດ້ນໍາເອົາກົນຈົກເຂົ້າມາເພື່ອຊ່ວຍໃນການມອດໄຟ; ການດໍາເນີນການມອດໄຟໃນຄັ້ງນີ້ໄດ້ເຮັດເປັນ 3 ວິທີຄື: ວິທີທີ 1 ໃຊ້ລົດມອດໄຟສີດນໍ້າໃສ່ກອງຂີ້ເຫຍື້ອທີ່ບໍ່ສູງ, ວິທີທີ 2 ໃຊ້ລົດຈົກຈົກຂີ້ເຫຍື້ອທີ່ມີຄວາມສູງ 3-4 ແມັດ ຂຶ້ນມາແລ້ວໃຊ້ນໍ້າສີດຮົມເພື່ອດັດໄຟ ແລະ ວິທີທີ 3 ໃຊ້ລົດຈົກຕັກດິນໃສ່ລົດດາບ ຖົມຂີ້ເຫືຍອທີ່ໄຟໄໝ້ ມີຄວາມສູງ 5-7 ແມັດແລ້ວສີດນໍ້າຮົມ ເພາະຖ້າວ່າໃຊ້ນໍ້າສິດຈະເຮັດໃຫ້ນໍາລົງບໍ່ເຖິງຂີ້ເຫຍື້ອທີ່ຖືກໄຟໄໝ້ຢູ່ພື້ນ; ທັງ 3 ວິທີນີ້ແມ່ນ ເພື່ອສະກັດກັ້ນບໍ່ໃຫ້ໄຟກັບຄືນມາໄໝ້ຂີ້ເຫຍື້ອອີກ.

ເພື່ອຮັບປະກັນບໍ່ໃຫ້ໄຟກັບມາໃໝ້ອີກ ພາກສ່ວນທີ່ກ່ຽວຂ້ອງຢັ້ງຢືນຢັນວ່າ: ຫຼັງຈາກມອດໄຟແລ້ວຈະສັ່ງຫ້າມພາກສ່ວນທີ່ເອົາຂີ້ເຫຍື້ອມາຖິ້ມຖອກລົງບໍລິເວັນໄຟໄໝ້ອີກ ຈົນກວ່າຈະເຖິງລະດູຝົນ ຈິ່ງສາມາດຖອກໄດ້ ເພື່ອຮັບປະກັນບໍ່ໃຫ້ໄຟກັບຄືນມາໄໝ້ຊໍາອີກ.

ແຫລ່ງຂ່າວ: ໜັງສືພິມ ປກສ.

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...