Homeຂ່າວພາຍ​ໃນລາວກຽມຂໍຂຶ້ນທະບຽນປີໃໝ່ລາວ, ການບາສີສູ່ຂວັນ ແລະ ກິດຈະກຳທາງສັງຄົມເປັນມໍລະດົກໂລກ

ລາວກຽມຂໍຂຶ້ນທະບຽນປີໃໝ່ລາວ, ການບາສີສູ່ຂວັນ ແລະ ກິດຈະກຳທາງສັງຄົມເປັນມໍລະດົກໂລກ

Published on

ເມື່ອວັນທີ 9 ມີນາ 2018 ທີ່ຜ່ານມາ ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ໄດ້ຈັດປະຊຸມຮ່ວມກັບຕົວແທນຈາກພາກສ່ວນຕ່າງໆເພື່ອຫາລືກຽມຄວາມພ້ອມຍື່ນເອກະສານຕໍ່ອົງການຢູເນສໂກຂຶ້ນທະບຽນລຳວົງລາວ ເປັນມໍລະດົກທາງວັດທະນະ ທຳທີ່ຈັບຕ້ອງບໍ່ໄດ້ ຫຼື ICH (Intagible Cultural Heritage). ພ້ອມກັນນັ້ນກໍຍັງພິຈາລະນາທີ່ຈະຂໍຂຶ້ນທະບຽນກິດຈະກຳທາງສັງຄົມ ແລະ ວັດທະນະທຳອື່ນໆເພີ່ມອີກເຊັ່ນ: ການຕັກບາດ, ພິທີບາສີສູ່ຂວັນ, ປະເພນີບຸນກອງເຂົ້າ ແລະ ປີໃໝ່ລາວ ເປັນຕົ້ນ.

ຈາກ​ຂໍ້​ມູນ​ຂອງ​ຢູ​ເນສ​ໂກ​ ມໍລະດົກ​ທາງ​ວັດທະນະທຳ​ທີ່ຈັບ​ຕ້ອງ​ບໍ່​ໄດ້​ ຫຼື​ ICH ຕ້ອງ​ເກີດ​ຈາກ​ທຳນຽມ​ທີ່​ສືບ​ທອດ​ຕໍ່​ກັນ​ມາ​ທາງ​ການ​ລະຫຼິ້ນ,​ ສິລະ​ປະ​ ຫຼື ​ພິທີກຳ​ ແລະ ​ງານ​ປະເພນີ​ຕ່າງ​ໆ​ ທີ່​ກ່ຽວ​ຂ້ອງ​ກັບ​ທຳມະຊາດ,​ ຈັກກະວານ​ ລວມ​ເຖິງ​ງານ​ຫັດ​ຖະ​ສິນ​ທີ່​ສະ​ສົມ​ຈາກ​ພູ​ມ​ປັນຍາ​ດັ່ງ​ເດີມ.​

ສ່ວນ​ປະກອບ​ສຳຄັນ​ຂອງ​ການ​ເປັນ​ ICH ຍັງ​ລວມ​ເຖິງ​ການ​ທີ່​ວັດທະນະທຳ​ນັ້ນ​ຕ້ອງ​ມີ​ທັງ​ຄວາມ​ດັ່ງ​ເດີມ ​ແລະ ​ທັນ​ສະໄໝ​ ໝາຍ​ເຖິງ​ຍັງ​ຄົງ​ມີ​ການ​ປະຕິບັດ​ສືບ​ຕໍ່​ກັນ​ມາ​ຈົນ​ຖົງ​ປັດຈຸບັນ​ຢ່າງ​ແຜ່ຫຼາຍ​ ແລະ ​ເປັນ​ສ່ວນໜຶ່ງ​ຂອງ​ອັດຕະ​ລັກ​​ທາງ​ວັດທະນະທຳ​ຂອງ​ຊົນຊາດ​ນັ້ນ​ໆ​ ສືບ​ຕໍ່​ຈາກຮຸ່ນ​ສູ່ຮຸ່ນ​ ແລະ​ ເປັນ​ຮາກ​ຖານ​ຂອງ​ຊຸມ​ຊົນ​ ມີ​ຄຸນຄ່າ​ທັງ​ທາງ​ເສດຖະກິດ​ ແລະ ​ວັດທະນະທຳ​ຕໍ່ມ​ວນມະນຸດ​ ລວມ​ເຖິງ​ປະເທດ​ຊາດ.​

ທັງ​ນີ້​ ເມື່ອ​ເດືອນ​ທັນວາ​ທີ່​ຜ່ານມາ​ ຢູ​ເນສ​ໂກ​ຫາກໍ່​ໃຫ້​ການ​ຍອມ​ຮັບ​ວ່າ​ “ການເປົ່າແຄນ” ດົນຕີ​ທີ່​ເກີດ​ຈາກ​ແຄນ​ ເຄື່ອງ​ດົນຕີ​ປະຈຳ​ຊາດ​ຂອງ​ລາວ​ ເປັນ​ມໍລະດົກ​ໂລກ​ທີ່ຈັບ​ຕ້ອງ​ບໍ່​ໄດ້​ ໂດຍ​ຍ້ອງຍໍ​ວ່າ ສຽງຫຼິ້ນ​ແຄນ​ ເປັນ​ສ່ວນ​ສຳຄັນ​ຂອງ​ງານ​ສັງສັນ​ ​ແລະ ​ພິທີກຳ​ຕ່າງ​ໆ​ໃນ​ລາວ​ ສົ່ງ​ເສີມ​ສະ​ຖາ​ບັ​ນຄອ​ບ​ຄົວ​ ແລະ ຍັງ​ເປັນ​ການ​ສົ່ງ​ເສີມ​ວິ​ຖີ​ຊີວິດ​ກະສິກຳ​ທຳມະຊາດ​ ລວມທັງ​ການ​ອອກ​ກຳ​ລັງ​ກາຍ​ ເນື່ອງ​ຈາກ​ການ​ເປົ່າແຄນ​ມັກ​ມີ​ທັງ​ຜູ້​ຮ່ວມ​ຮ້ອງ,​ ຫຼິ້ນ​ດົນຕີ​ ແລະ ​ຟ້ອນລຳ​ໄປ​ໃນ​ຂະນະ​ດຽວ​ກັນ.

 

ແຫລ່ງຂ່າວ: Sengaloun Sayalath

ບົດຄວາມຫຼ້າສຸດ

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...