spot_img
Homeຂ່າວທ້ອງຖິ່ນ4 ບັນຫາທີ່ປະທານປະເທດ ເນັ້ນໃຫ້ຂະແໜງ ກະສິກຳ-ປ່າໄມ້ ແລະ ພັດທະນາຊົນນະບົດ

4 ບັນຫາທີ່ປະທານປະເທດ ເນັ້ນໃຫ້ຂະແໜງ ກະສິກຳ-ປ່າໄມ້ ແລະ ພັດທະນາຊົນນະບົດ

Published on

ທ່ານ ບຸນຍັງ ວໍລະຈິດ ເລຂາທິການໃຫຍ່, ປະທານ ປະເທດແຫ່ງ ສປປ ລາວ ໄດ້ເນັ້ນໃຫ້ທົ່ວຂະແໜງ ກະສິກຳ-ປ່າໄມ້ ແລະ ພັດທະນາຊົນນະບົດ ໃນຂອບເຂດທົ່ວປະເທດ ໃຫ້ສືບຕໍ່ເອົາໃຈໃສ່ 4 ບັນຫາ ເພື່ອເຮັດໃຫ້ຂະແໜງການ ກະສິກຳ-ປ່າໄມ້ ແລະ ພັດທະນາ ຊົນນະບົດ ໄດ້ຮັບການປັບປຸງ ແລະ ຫັນປ່ຽນຢ່າງຕັ້ງໜ້າ, ເປັນປັດໄຈ ທີ່ມີຄວາມສຳຄັນຍິ່ງ ຕໍ່ການຮັກສາ ແລະ ພັດທະນາປະເທດຊາດ ໄດ້ມີບາດກ້າວໃໝ່ ທີ່ແຂງແຮງກວ່າເກົ່າ, ສືບຕໍ່ສ້າງສາພັດທະນາປະທດ ໃຫ້ມີຄວາມເຂັ້ມແຂງ, ໜັກແໜ້ນ, ມີຄວາມໝັ້ນຄົງ ຂອງລະບອບປະຊາທິປະໄຕປະຊາຊົນ ແລະ ເປັນເຈົ້າການ ປົກປັກຮັກສາໝາກຜົນ ຂອງການປະຕິວັດ ນຳເອົາປະເທດຊາດ ຂອງພວກເຮົາ ສືບຕໍ່ກ້າວຂຶ້ນ ຢ່າງໜັກແໜ້ນຕາມຈຸດໝາຍທີ່ວາງໄວ້.

ທ່ານ ບຸນຍັງ ວໍລະຈິດ ປະທານປະເທດ ໄດ້ໃຫ້ກຽດໂອ້ລົມ ຕໍ່ກອງປະຊຸມ ວຽກງານກະສິກຳ- ປ່າໄມ້ ແລະ ພັດທະນາ ຊົນນະບົດທົ່ວປະເທດໃນ ວັນທີ 7 ມີນາ 2018 ທີ່ນະຄອນຫລວງວຽງຈັນ, ໂດຍມີບາງຕອນ ສຳຄັນວ່າ: ຕ້ອງເອົາໃຈໃສ່ ແຜນງານ ຄ້ຳປະກັນຄວາມໝັ້ນຄົງດ້ານ ສະບຽງອາຫານ; ການຜະລິດກະສິກຳ ເປັນສິນຄ້າ; ວຽກງານຟື້ນຟູ ແລະ ຂະຫຍາຍປ່າໄມ້; ການພັດທະນາ ຊົນນະບົດ ຕິດພັນກັບການລຶບລ້າງ ຄວາມທຸກຍາກ.   ສຳລັບແຜນງານຄ້ຳປະກັນຄວາມໝັ້ນຄົງ ດ້ານສະບຽງອາຫານ ຕ້ອງຕິດພັນ ກັບການປະຕິບັດຕົວຈິງ. ກ່ອນອື່ນໝົດ ຕ້ອງຮັບປະກັນ ໃຫ້ປະຊາຊົນບັນດາເຜົ່າ ຢູ່ເຂດຫ່າງໄກສອກຫລີກ ທີ່ເຮັດວຽກງານກະສິກຳ ສາມາດ ຮັບປະກັນໃຫ້ຕົນເອງມີເຂົ້າກິນ ຫລື ມີສະບຽງອາຫານ ທີ່ພຽງພໍ. ສະນັ້ນ, ຂະແໜງການທີ່ກ່ຽວຂ້ອງ ຕ້ອງນຳພາ ປະຊາຊົນເຮັດກະເສດສຸມ ຈາກລະດັບງ່າຍ ໄປສູ່ລະດັບສູງ, ເຮັດໃຫ້ພວກເຂົາເຈົ້າສາມາດ ກຸ້ມຢູ່ກຸ້ມກິນສາກ່ອນ. ອີກດ້ານໜຶ່ງ, ຕ້ອງເປີດກ້ວາງ ຂະໜາດການຜະລິດສະບຽງອາຫານ ຢູ່ເຂດທີ່ມີເງື່ອນໄຂ ດ້ວຍການລົງທຶນ ທີ່ມີປະສິດທິຜົນ ທີ່ສາມາດເຮັດໃຫ້ ມີການສະສົມສະບຽງອາຫານ, ຍົກສູງສະມັດຕະພາບ ຂອງການຜະລິດ ແລະ ມີແຫລ່ງສະໜອງທີ່ພຽງພໍ.

ກ່ຽວກັບ ການຜະລິດກະສິກຳເປັນສິນຄ້າ, ໂດຍເນັ້ນ ໃຫ້ບັນດາສະຫາຍ ທີ່ເປັນເຈົ້າການປະສານ ສົມທົບ ກັບຂະແໜງອຸດສາຫະກຳ-ການຄ້າ, ຂະແໜງທະນາຄານ, ຂະແໜງໄຟຟ້າ ແລະ ຂະແໜງ ການອື່ນໆ ທີ່ກ່ຽວຂ້ອງ ຄົ້ນຄວ້າຫາທາງອອກ ຊ່ວຍປະຊາຊົນ, ຊຸກຍູ້ສົ່ງເສີມ ການຜະລິດກະສິກຳເປັນສິນຄ້າ ຢ່າງມີຈຸດສຸມ, ໂດຍຕິດພັນກັບ ອຸດສາຫະກໍາປຸງແຕ່ງ, ການຈັດຕັ້ງ ການຜະລິດ, ເສດຖະກິດ ຮ່ວມມືຂອງປະຊາຊົນ ແລະ ຫລາຍຮູບແບບ ເສດຖະກິດ, ຊ່ວຍແຫລ່ງທຶນ, ສິນເຊື່ອ ແລະ ນະໂຍບາຍ ດ້ານໄຟຟ້າ, ການກໍ່ສ້າງພື້ນຖານ ໂຄງລ່າງ ແລະ ຊອກຕະຫລາດໃຫ້ກັບປະຊາຊົນ.

ກ່ຽວກັບ ວຽກງານຟື້ນຟູ ແລະ ຂະຫຍາຍປ່າໄມ້  ຕ້ອງປັບປຸງຍຸດທະສາດປ່າໄມ້ ແບບຍືນຍົງ ທີ່ໄດ້ຮັບຮອງເອົາແລ້ວນັ້ນ ເພື່ອ ໃຫ້ເປັນເຄື່ອງມືຄຸ້ມຄອງ ມະຫາພາກທີ່ຮັດກຸມ, ກວດກາຄືນເນື້ອທີ່ປ່າຜະລິດ, ປ່າປ້ອງກັນ ແລະ ປ່າສະຫງວນ, ວາງມາດຕະການຄຸ້ມຄອງ ໃຫ້ເຂັ້ມງວດກວ່າເກົ່າ, ຍູ້ແຮງການປູກໄມ້ຕິດພັນກັບການ ຟື້ນຟູລະບົບນິເວດຂອງປ່າໄມ້ເອງ ແລະ ການປົກປັກຮັກສາປ່າໄມ້ ໄປພ້ອມໆ ກັບການສົ່ງເສີມການທ່ອງທ່ຽວ ທຳມະຊາດ.

ສຳລັບ ການພັດທະນາຊົນນະບົດ ຕິດພັນກັບການລຶບລ້າງ ຄວາມທຸກຍາກ ຕ້ອງຖືເອົາການຜະລິດກະສິກຳ ເປັນວຽກໃຈກາງ ຫລື ອາດເວົ້າໄດ້ວ່າ ເປັນໝາກຫົວໃຈ ຂອງການພັດທະນາ ແລະ ຕ້ອງຮັບປະກັນຄວາມຍືນຍົງ ທາງດ້ານເສດຖະກິດ-ສັງຄົມ ແລະ ສະພາບແວດລ້ອມ. ອີກບັນຫາໜຶ່ງ ທີ່ຄວນເອົາໃຈໃສ່, ພວກເຮົາຕ້ອງສ້າງອາຊີບ ທີ່ໝັ້ນຄົງໃຫ້ກັບຊາວຊົນນະບົດ  ດ້ວຍການຊຸກຍູ້ໃຫ້ເຂົາເຈົ້າມີສ່ວນຮ່ວມ ໃນກິດຈະກຳຕ່າງໆ ທີ່ຕິດພັນກັບວຽກງານ ກະສິກຳ ແລະ ຂະແໜງການອື່ນໆ, ໃຫ້ເຂົາເຈົ້າເປັນເຈົ້າ ໃນການເຂົ້າຮ່ວມການຜະລິດ ອຸດສາຫະກຳ, ການປຸງແຕ່ງ, ການບໍລິການ ແລະ ອື່ນໆ ເພື່ອຫລຸດຜ່ອນ ການຫລັ່ງໄຫລ ໄປຊອກວຽກເຮັດ ຢູ່ໃນຕົວເມືອງຂອງຊາວຊົນນະບົດ ລວມທັງສ້າງຫລາຍຮູບແບບ ການຜະລິດ.

ທ່ານ ປະທານປະເທດຫວັງ ແລະ ເຊື້ອໝັ້ນ ຢ່າງໜັກແໜ້ນວ່າ: ບັນດາສະຫາຍ ຈະສຸມໃສ່ຈັດຕັ້ງຜັນຂະຫຍາຍທຸກບັນຫາ ທີ່ໄດ້ເປັນເອກະພາບກັນ ໃນກອງປະຊຸມເທື່ອນີ້ ຫັນເປັນການເຄື່ອນໄຫວຕົວຈິງ, ເຮັດໃຫ້ທິດທາງ ແລະ ແຜນການ ໃນປີ 2018 ໄດ້ຮັບການຈັດຕັ້ງ ປະຕິບັດຢ່າງຖືກຕ້ອງ, ຄົບຖ້ວນ, ແຂງແຮງ, ເຂັ້ມງວດ ແລະ ບັນລຸຕາມເປົ້າໝາຍ ທີ່ວາງອອກ.

 

ຂ່າວ: ສິງຄຳ, ພາບ: ອ່າຍຄຳ (ສຳນັກຂ່າວສານປະເທດລາວ)

ບົດຄວາມຫຼ້າສຸດ

ລາວປະເຊີນບັນຫາພລາສຕິກລົ້ນຕະຫຼາດທ່າມກາງລາຄາຕົກຕໍ່າ

ເສດຖົງຢາງທີ່ເກົ່າໝອງຈົນເກືອບແຍກສີບໍ່ອອກ ບວກກັບຕຸກນໍ້າພລາສຕິກທີ່ຖືກຖິ້ມຊະຊາຍເປັນວົງກວ້າງໃນນະຄອນຫຼວງວຽງຈັນ ເປັນພຽງສ້ຽວໜຶ່ງຂອງເລື່ອງເລົ່າກ່ຽວກັບພລາສຕິກຂອງເມືອງຫຼວງແຫ່ງນີ້. ພາຍໃຕ້ມົນລະມິດທີ່ສາມາດເບິ່ງເຫັນໄດ້ດ້ວຍຕາເປົ່ານີ້ ລ້ວນແຕ່ເຊື່ອງຊ້ອນວິກິດການຂັ້ນຮ້າຍແຮງກວ່າທີ່ຄິດໄວ້. ເນື່ອງຈາກສິ່ງດັ່ງກ່າວໄດ້ກາຍເປັນໄພຂົ່ມຂູ່ຕໍ່ສິ່ງແວດລ້ອມທາງທໍາມະຊາດຂອງລາວ ທັງເປັນໄພຂົ່ມຂູ່ຕໍ່ສຸຂະພາບຂອງຜູ້ຄົນຫຼາຍຮ້ອຍ ທີ່ຕ້ອງເພິ່ງພາການຊື້-ຂາຍສິ່ງເສດເຫຼືອປະເພດພລາສຕິກ. ໃນລະຫວ່າງວັນທີ 5 ຫາ 14 ສິງຫາ, ບັນດາຜູ້ນໍາຈາກຫຼາຍປະເທດໃນໂລກຈະມາເຕົ້າໂຮມກັນທີ່ ເຈນີວາ, ປະເທດສະວິດເຊີແລນ...

ປະກາດ-ແຕ່ງຕັ້ງ ສະຫາຍ ພົນຈັດຕະວາ ແປ້ນຄໍາ ບຸດຈັດແພງ ຮັກສາການແທນເຈົ້າແຂວງ ແຂວງບໍ່ແກ້ວ (ຜູ້ໃໝ່)

ມອບ-ຮັບ ໜ້າທີ່ ລະຫວ່າງ ເລຂາຄະນະບໍລິຫານງານພັກແຂວງ, ເຈົ້າແຂວງ ແຂວງບໍ່ແກ້ວ (ຜູ້ເກົ່າ) ກັບ ຮັກສາການແທນເລຂາຄະນະບໍລິຫານງານພັກແຂວງ, ຮັກສາການເຈົ້າແຂວງ ແຂວງບໍ່ແກ້ວ (ຜູ້ໃໝ່) ປະກາດ ແລະ ມອບ-ຮັບ...

ຍີ່ປຸ່ນກຽມຮັບມື! ສຶນາມິສູງເຖິງ 3 ແມັດ ຫຼັງຈາກເກີດເຫດແຜ່ນດິນໄຫວລະດັບ 8.7 ຣິກເຕີ.

ຍີ່ປຸ່ນສັ່ງອົບພະຍົບປະຊາຊົນຫຼາຍພັນຄົນ ພາຍຫຼັງພົບຄຶ້ນສຶນາມິພັດເຂົ້າຝັ່ງ ເຈົ້າໜ້າທີ່ຄາດວ່າຄຶ້ນອາດຈະສູງເຖິງ 3 ແມັດ. ສຳນັກຂ່າວໃນປະເທດຍີ່ປຸ່ນລາຍງານໃນວັນທີ 30 ກໍລະກົດ 2025 ຜ່ານມາ, ຍີ່ປຸ່ນກຍມຮັບມືກັບສຶນາມິທີ່ເລີ່ມພັດເຂົ້າຊາຍຝັ່ງອີກຮອບ ໂດຍຄາດການວ່າ: ຄຶ້ນອາດຈະສູງເຖິງ 3 ແມັດ,...

ລາຄານໍ້າປະປາ ຢູ່ແຂວງວຽງຈັນເພີ່ມຂຶ້ນ ເນື່ອງຈາກລາຄານຳເຂົ້າອຸປະກອນ ເພີ່ມຂຶ້ນເທົ່າຕົວ

ປັບລາຄາຂຶ້ນຄັ້ງທຳອິດ! ລາຄານໍ້າປະປາ ຢູ່ແຂວງວຽງຈັນເພີ່ມຂຶ້ນ ເນື່ອງຈາກລາຄານຳເຂົ້າອຸປະກອນ ເພີ່ມຂຶ້ນເທົ່າຕົວ. ແຫຼ່ງຂ່າວຈາກ ແຂວງວຽງຈັນ ໃຫ້ຮູ້ວ່າ: ປັດຈຸບັນ ໄດ້ເກີດມີຫາງສຽງຈົ່ມວ່າ ຈາກພໍ່ແມ່ປະຊາຊົນ ກໍຄືສື່ສັງຄົມອອນລາຍ ກ່ຽວກັບການປັບຂຶ້ນລາຄາຄ່ານ້ຳປະປາ ຢູ່ພາຍໃນແຂວງວຽງຈັນ, ຕໍ່ກັບບັນຫາດັ່ງກ່າວ,...