spot_img
Homeຂ່າວທ້ອງຖິ່ນທ່າແຕງ ແຂວງເຊກອງເກີດໂຣກລະບາດ ມີງົວຄວາຍຕິດເຊື້ອ ແລະ ຕາຍຈຳນວນຫຼາຍ

ທ່າແຕງ ແຂວງເຊກອງເກີດໂຣກລະບາດ ມີງົວຄວາຍຕິດເຊື້ອ ແລະ ຕາຍຈຳນວນຫຼາຍ

Published on

ປັດຈຸບັນ ສັດລ້ຽງປະເພດງົວ-ຄວາຍ ຢູ່ ເມືອງທ່າແຕງ ແຂວງ ເຊກອງ ໄດ້ຕິດເຊື້ອພະຍາດ ຈຳນວນ ທັງໝົດ 82 ໂຕ, ຕາຍແລ້ວ 40 ໂຕ ​ແລະ ກຳລັງປິ່ນປົວ ຈຳນວນ 42 ໂຕ ມູນຄ່າເສຍຫາຍ ຫລາຍກວ່າ 70 ລ້ານກີບ, ທາງ​ດ້ານຫ້ອງການ ກະສິກໍາ ແລະ ປ່າໄມ້ ເມືອງທ່າແຕງ ໄດ້ອອກແຈ້ງການ ໃຫ້ເຝົ້າລະວັງ ແລະ ຮັກສາສຸຂະພາບສັດ ຢ່າງໃກ້ຊິດ.

ທ່ານ ສຸພົນ ໄຊສະຫງ່າ ຫົວໜ້າ ຫ້ອງການກະສິກໍາ ແລະ ປ່າໄມ້ ເມືອງທ່າແຕງ ໃຫ້ສຳພາດຕໍ່ ນັກຂ່າວ ສຳນັກຂ່າວສານປະ​ເທດ​ລາວ ໃນ ວັນທີ 3 ມີນາ 2018 ນີ້ວ່າ: ນັບແຕ່ກາງເດືອນ ມັງກອນ 2018 ເປັນຕົ້ນມາ ໄດ້ເກີດມີການລະບາດ ພະຍາດສັດລ້ຽງ ປະເພດຄວາຍ-ງົວຂອງປະຊາຊົນ. ໃນຂະ ນະສັດ ທີ່ຕິດເຊື້ອພະຍາດ ແລະ ລົ້ມຕາຍນັ້ນ ແມ່ນມີອາການຂາຫລັງໄຄ່ບວມ, ຂາຈັງ, ຄໍໄຄ່ບວມ ແລະ ນໍ້າລາຍຍ້ອຍ ໂດຍອາການດັ່ງກ່າວ ຄ້າຍຄືພະຍາດເຕົ້າໂຮມເລືອດ ​ແຕ່​ຍັງ​ບໍ່ສາມາດ​ ລະບຸ​ວ່າ​ແມ່ນ​ພະຍາດ​ຊະນິດ​ໃດ. ປັດຈຸ​ບັນ ​ແມ່ນ​ຍັງ​ລໍຖ້າ​ຜົນ ​ຂອງ​ການ​ວິ​ໄຈ ​ຄາດ​ວ່າ​ຈະຮູ້​ຜົນ ໃນ​ກາງ​ເດືອນ​ນີ້.

ທ່ານ ສຸພົນ ໄຊສະຫງ່າ ກ່າວ​ຕື່ມ​ວ່າ: ຂະແໜງການກ່ຽວຂ້ອງ ໂດຍສະເພາະຫ້ອງການກະສິກຳ ແລະ ປ່າໄມ້, ​ເຈົ້າ​ໜ້າ​ທີ່ ເມືອງທ່າແຕງ ​ໄດ້​ລົງ​ຕິດຕາມ ​ແລະ ​ເຝົ້າ​ລະວັງ​ ໃນ​ເຂດ​ທີ່​ມີ​ການລະບາດ ຂອງ ພະຍາດ​ດັ່ງກ່າວ ​ແລະ ຍັງໄດ້ຮຽກຮ້ອງໃຫ້ ວິຊາການສັດຕະວະແພດ ລວມທັງ ຂັ້ນເມືອງ ແລະ ບ້ານ ກໍຄື ເຈົ້າຂອງສັດລ້ຽງ ຮີບຮ້ອນເພີ່ມທະວີຄວາມເອົາໃຈໃສ່ ຮັກສາສຸຂະພາບສັດຢ່າງໃກ້ຊິດ. ຂະນະດຽວກັນ ຫ້ອງການກະສິກໍາ ແລະ ປ່າໄມ້​ເມືອງ ຍັງໄດ້ລົງ​ກວດກາ ​ຕາມ​ໂຮງງານຂ້າ​ສັດ, ຕະຫລາດ ​ແລະ ຮ້ານ​ຄ້າ​ຕ່າງໆ ​ພາຍ​ໃນ​ເມືອງ​ທ່າ​ແຕງ ຖ້າ​ໂຮງງານ​ຂ້າ​ສັດ​ໃດ​ ຫາກ​ບໍ່​ມີ​ໃບ​ຢັ້ງຢືນສຸຂະພາບ​ສັດ ​ແມ່ນ​ຫ້າມ​ນຳ​ເອົາ​ຊິ້ນ​ສ່ວນ ​ຂອງ​ສັດ​ນຳ​ມາ​ຈຳໜ່າຍ ຕາມ​ຕະຫລາດ, ຫ້າງ​ຮ້ານ​ຕ່າງໆ​ ຫລື ນຳ​ໄປ​ບໍລິ​ໂພ​ກ ໂດຍ​ເດັດຂາດ. ພ້ອມ ກັນ​ນີ້ ຍັງ​ໄດ້​ສັ່ງຫ້າມບັນດາບຸກຄົນ, ນິຕິບຸກຄົນ ແລະ ເຈົ້າຂອງສັດລ້ຽງປະເພດດັ່ງກ່າວ ເຄື່ອນຍ້າຍ ແລະ ນຳ​ເອົາຊິ້ນສ່ວນ ຜະລິດຕະພັນໄປຈໍາໜ່າຍ ເພື່ອບໍລິໂພກຢ່າງເດັດຂາດ ທັງນີ້ ກໍເພື່ອສະກັດກັ້ນ ບໍ່ໃຫ້ພະຍາດທີ່ເກີດຂຶ້ນ ແຜ່ລາມອອກໄປໃນວົງກ້ວາງ.

​​ທ່ານ ສຸພົນ ໄຊສະຫງ່າ ຊີ້​ໃຫ້​ເຫັນ​ຕື່ມ​ວ່າ: ໃນ​ປີ 2016, ​ເຄີຍ​ເກີດພະຍາດ​ເຕົ້າ​ໂຮມ​ເລື​ອດ ລະ ບາດ ຢູ່ເມືອງ​ທ່າ​ແຕງ ​ເຊິ່ງ​ເຮັດ​ໃຫ້​ສັດລ້ຽງ ປະ​ເພດ​ງົວ-ຄວາຍ​ລົ້ມ​ຕາຍ​​ເກືອບ 190 ​ໂຕ ​ແລະ ສາມາດ​ປິ່ນ ປົວ​ຄືນ​ໄດ້ 150 ​ໂຕ. ສາ​ເຫດ ​ແມ່ນ​ຍ້ອນ​ສະພາບ​ອາກາດ​ ມີ​ການ​ປ່ຽນ​ແປງ​ເລື້ອຍໆ ​​ເຊັ່ນ: ຝົນຕົກ, ອາກາດ ໜາວ ​ແລະ ອາກາດຮ້ອນ ​​ເຮັດ​ໃຫ້​ສຸຂະພາບ​ ຂອງ​ສັດ​ທີ່​ບໍ່​ແຂງ​ແຮງປັບ​ໂຕ​ບໍ່ທັນ​.

ແຫລ່ງຂ່າວ : ຂ່າວສານປະເທດລາວ

ບົດຄວາມຫຼ້າສຸດ

ລາວປະເຊີນບັນຫາພລາສຕິກລົ້ນຕະຫຼາດທ່າມກາງລາຄາຕົກຕໍ່າ

ເສດຖົງຢາງທີ່ເກົ່າໝອງຈົນເກືອບແຍກສີບໍ່ອອກ ບວກກັບຕຸກນໍ້າພລາສຕິກທີ່ຖືກຖິ້ມຊະຊາຍເປັນວົງກວ້າງໃນນະຄອນຫຼວງວຽງຈັນ ເປັນພຽງສ້ຽວໜຶ່ງຂອງເລື່ອງເລົ່າກ່ຽວກັບພລາສຕິກຂອງເມືອງຫຼວງແຫ່ງນີ້. ພາຍໃຕ້ມົນລະມິດທີ່ສາມາດເບິ່ງເຫັນໄດ້ດ້ວຍຕາເປົ່ານີ້ ລ້ວນແຕ່ເຊື່ອງຊ້ອນວິກິດການຂັ້ນຮ້າຍແຮງກວ່າທີ່ຄິດໄວ້. ເນື່ອງຈາກສິ່ງດັ່ງກ່າວໄດ້ກາຍເປັນໄພຂົ່ມຂູ່ຕໍ່ສິ່ງແວດລ້ອມທາງທໍາມະຊາດຂອງລາວ ທັງເປັນໄພຂົ່ມຂູ່ຕໍ່ສຸຂະພາບຂອງຜູ້ຄົນຫຼາຍຮ້ອຍ ທີ່ຕ້ອງເພິ່ງພາການຊື້-ຂາຍສິ່ງເສດເຫຼືອປະເພດພລາສຕິກ. ໃນລະຫວ່າງວັນທີ 5 ຫາ 14 ສິງຫາ, ບັນດາຜູ້ນໍາຈາກຫຼາຍປະເທດໃນໂລກຈະມາເຕົ້າໂຮມກັນທີ່ ເຈນີວາ, ປະເທດສະວິດເຊີແລນ...

ປະກາດ-ແຕ່ງຕັ້ງ ສະຫາຍ ພົນຈັດຕະວາ ແປ້ນຄໍາ ບຸດຈັດແພງ ຮັກສາການແທນເຈົ້າແຂວງ ແຂວງບໍ່ແກ້ວ (ຜູ້ໃໝ່)

ມອບ-ຮັບ ໜ້າທີ່ ລະຫວ່າງ ເລຂາຄະນະບໍລິຫານງານພັກແຂວງ, ເຈົ້າແຂວງ ແຂວງບໍ່ແກ້ວ (ຜູ້ເກົ່າ) ກັບ ຮັກສາການແທນເລຂາຄະນະບໍລິຫານງານພັກແຂວງ, ຮັກສາການເຈົ້າແຂວງ ແຂວງບໍ່ແກ້ວ (ຜູ້ໃໝ່) ປະກາດ ແລະ ມອບ-ຮັບ...

ຍີ່ປຸ່ນກຽມຮັບມື! ສຶນາມິສູງເຖິງ 3 ແມັດ ຫຼັງຈາກເກີດເຫດແຜ່ນດິນໄຫວລະດັບ 8.7 ຣິກເຕີ.

ຍີ່ປຸ່ນສັ່ງອົບພະຍົບປະຊາຊົນຫຼາຍພັນຄົນ ພາຍຫຼັງພົບຄຶ້ນສຶນາມິພັດເຂົ້າຝັ່ງ ເຈົ້າໜ້າທີ່ຄາດວ່າຄຶ້ນອາດຈະສູງເຖິງ 3 ແມັດ. ສຳນັກຂ່າວໃນປະເທດຍີ່ປຸ່ນລາຍງານໃນວັນທີ 30 ກໍລະກົດ 2025 ຜ່ານມາ, ຍີ່ປຸ່ນກຍມຮັບມືກັບສຶນາມິທີ່ເລີ່ມພັດເຂົ້າຊາຍຝັ່ງອີກຮອບ ໂດຍຄາດການວ່າ: ຄຶ້ນອາດຈະສູງເຖິງ 3 ແມັດ,...

ລາຄານໍ້າປະປາ ຢູ່ແຂວງວຽງຈັນເພີ່ມຂຶ້ນ ເນື່ອງຈາກລາຄານຳເຂົ້າອຸປະກອນ ເພີ່ມຂຶ້ນເທົ່າຕົວ

ປັບລາຄາຂຶ້ນຄັ້ງທຳອິດ! ລາຄານໍ້າປະປາ ຢູ່ແຂວງວຽງຈັນເພີ່ມຂຶ້ນ ເນື່ອງຈາກລາຄານຳເຂົ້າອຸປະກອນ ເພີ່ມຂຶ້ນເທົ່າຕົວ. ແຫຼ່ງຂ່າວຈາກ ແຂວງວຽງຈັນ ໃຫ້ຮູ້ວ່າ: ປັດຈຸບັນ ໄດ້ເກີດມີຫາງສຽງຈົ່ມວ່າ ຈາກພໍ່ແມ່ປະຊາຊົນ ກໍຄືສື່ສັງຄົມອອນລາຍ ກ່ຽວກັບການປັບຂຶ້ນລາຄາຄ່ານ້ຳປະປາ ຢູ່ພາຍໃນແຂວງວຽງຈັນ, ຕໍ່ກັບບັນຫາດັ່ງກ່າວ,...