spot_img
Homeຂ່າວຕ່າງປະເທດອາເມລິກາປະກາດລະງັບໂຄງການຊ່ວຍເຫລືອກຳປູເຈຍ ວິຕົກເລື່ອງການເຊື່ອມຖອຍຂອງປະຊາທິປະໄຕ

ອາເມລິກາປະກາດລະງັບໂຄງການຊ່ວຍເຫລືອກຳປູເຈຍ ວິຕົກເລື່ອງການເຊື່ອມຖອຍຂອງປະຊາທິປະໄຕ

Published on

ລັດຖະບານສະຫະລັດຖະແຫລງການວ່າ ເງີນພາສີຂອງປະຊາຊົນອາເມລິກາບໍ່ໄດ້ໃຊ້ເພື່ອສະຫນັບສະຫນູນພຶດຕິກຳຕໍ່ຕ້ານປະຊາທິປະໄຕ ຕະຫລອດ 25ປີ ທີ່ຜ່ານມາອາເມລິກາໃຊ້ເງີນຫລາຍກວ່າາ 1.000 ລ້ານໂດລາສະຫະລັດ ຫລື ປະມານ 8.311 ຕື້ກີບ ສະຫນັບສະຫນູນກຳປູເຈຍໃນຖານະຮຸ້ນສ່ວນການພັດທະນາແບບຜູກພັນ ແຕ່ມີຫລາຍເຫດການໃນປະຈຸບັນທີ່ສະແດງອອກໃຫ້ເຫັນເຖີງການກໍ່ໃຫ້ເກີດຄວາມວິຕົກຢ່າງຍີ່ງ ສະນັ້ນ,ອາເມລິກາຈື່ງຈະໄດ້ລະງັບການຊ່ວຍເຫລືອຕໍ່ກັບປະເທດກຳປູເຈຍກ່ຽວກັບການທະຫານ ແລະໂຄງການການເງີນຂອງລັດຖະບານໃນບາງໂຄງການ ແຕ່ອີກດ້ານຫນື່ງກໍຈະຍັງສະຫນັບສະຫນູນໂຄງການຊ່ວຍເຫລືອແກ່ປະຊາຊົນກຳປູເຈຍໂດຍກົງຢູ່, ເຊັ່ນ: ດ້ານສຸຂະພາບ, ການເກັບກູ້ລະເບີດ ແລະ ດ້ານກະສິກຳ.

ທ່າທີດັ່ງກ່າວທີ່ເຮັດໃຫ້ລັດຖະບານອາເມລິກາລະງັບການຊ່ວຍເຫລືອ ເກີດຂື້ນຫລັງລັດຖະບານກຳປູເຈຍນຳໂດຍນາຍົກລັດຖະມົນຕີ ຮຸນເຊນ ປະກາດໄຊຊະນະໃນການເລືອກຕັ້ງສະມາຊິກລັດຖະສະພາ ແລະການເລືອກຕັ້ງທົ່ວໄປທີ່ຈະມີຂື້ນໃນເດືອນກໍລະກົດນີ້. ທາງດ້ານນາຍົກຄາດວ່າຈະຊະນະການເລືອກຕັ້ງອີກຄັ້ງ ເພາະພັກຮັກຊາດກຳປູເຈຍ ຝ່າຍຄ້ານຫລັກໄດ້ຖືກຍຸບລົງ ແລະອະດິດຫົວຫນ້າພັກຍັງຖືກຈັບໂຕໄປດຳເນີນຄະດີໃນຂໍ້ຫາກະບົດ ສົບທົບຄິດກັບຕ່າງຊາດເພື່ອໂຄ່ນລົ້ມລັດຖະບານ.

ຜົນການເລືອກຕັ້ງສະມາຊິກລັດຖະສະພາຍັງຖືກຕັ້ງຄຳຖາມໂດຍກຸ່ມອົງກອນລະຫວ່າງປະເທດ ແລະສະຫະພາບເອີຣົບ ເຖີງການນາບຂູ່ໃຊ້ມາດຕະການຂວໍ້າບາດທາງເສດຖະກິດຕອບໂຕ້, ສ່ວນປະເທດເຢຍລະມັນແມ່ນໄດ້ທຳການລະງັບສິດທິພິເສດທາງດ້ານວີຊ່າຂອງສະມາຊິກລັດຖະບານກຳປູເຈຍ ເພື່ອຕອບໂຕ້ທີ່ລັດຖະບານກຳປູເຈຍໃຊ້ມາດຕະການປາບປາມຝ່າຍຄ້ານ, ສື່ສັງຄົມ ແລະ ກຸ່ມNGO.

ຢ່າງໃດກໍຕາມຕໍ່ເຫດການດັ່ງກ່າວທາງຝ່າຍລັດຖະບານກຳປູເຈຍແມ່ນຍັງບໍ່ມີທ່າທີຖະແຫລງການໃດໆອອກມາເທື່ອ, ສຳລັບນາຍົກລັດຖະມົນຕີ ຮຸນເຊນ ແມ່ນກຸມອຳນາດມາແລ້ວຫລາຍກວ່າ 33 ປີ, ຖືກກ່າວຫາວ່າໃຊ້ສານ ແລະເຈົ້າຫນ້າທີ່ເປັນເຄື່ອງມື ແລະຂົ່ມຂູ່ຝ່າຍກົງກັນຂ້າມ ຫລື ຜູ້ບໍ່ພັກດີຕໍ່ລັດຖະບານ.

 

 

ແຫລ່ງຂ່າວຕ່າງປະເທດ TNA

ບົດຄວາມຫຼ້າສຸດ

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...