spot_img
Homeສຸຂະພາບ ແລະ ສີ່ງແວດລ້ອມສາທາລະນະສຸກສັ່ງກວດຄືນຫ້ອງກວດພະຍາດ ໂຮງໝໍເອກະຊົນ ໂຮງງານຜະລິດຢາ ແລະ ຮ້ານຂາຍຢາ

ສາທາລະນະສຸກສັ່ງກວດຄືນຫ້ອງກວດພະຍາດ ໂຮງໝໍເອກະຊົນ ໂຮງງານຜະລິດຢາ ແລະ ຮ້ານຂາຍຢາ

Published on

​ເມື່ອ ອາທິດ​ທີ່ຜ່ານ​ມາ, ກະຊວງ​ສາ​ທາ​ລະນະ​ສຸກ​ ໄດ້​ອອກ​ແຈ້ງ​ການ ​ໃຫ້​ກວດກາ​ຄືນ​ບັນດາ ​ຫ້ອງ​ກວດ​ພະຍາດ​ເອກະ​ຊົນ, ​ໂຮງໝໍ​ເອກະຊົນ, ​ໂຮງງານ​ຜະລິດ​ຢາ ​ແລະ ຮ້ານ​ຂາຍ​ຢາ​ອຸປະກອນ​ການ​ແພດ ​ທຸ​ກແຫ່ງ ​ເພື່ອ​ຮັບປະກັນ​ຄຸນ​ນະພາ​ບ ຂອງ​ການ​ບໍລິການ ​ແລະ ຄວາມ​ປອດ​ໄພ​ຂອງ​ປະຊາຊົນ​ບັນດາ​ເຜົ່າ​ ໃນ​ທົ່ວ​ປ​ະ​ເທດ. ​ເນື່ອງ​ຈາກ​ວ່າ​ ໃນ​​ໄລຍະ​ທີ່​ຜ່ານ​ມາ ​ໄດ້​ມີ​ຫ້ອງ​ກວດ ​ພະຍາດ​ເອກະ​ຊົນ, ​ໂຮງໝໍ​ເອກະ​ຊົນ, ຮ້ານ​ຂາຍ​ຍ່ອຍ​ຢາ, ​ໂຮງງານ​ຜະລິດ​ຢາ-ອຸປະກອນ​ການ​ແພດ, ບໍລິສັດ​ຂາ​​ເຂົ້າ-ຂາ​ອອກ ​ແລະ ບໍລິສັດ​ຂາຍ​ຍົກ ພາຍ​ໃນດ້ານ​ຢາ ​ແລະ ຜະລິດ​ຕະພັນ​ການ​ແພດ ​ຈຳນວນ​ໜຶ່ງ ຍັງ​ເຄື່ອນ​ໄຫວ​ ບໍ່​ຖືກຕ້ອງ​ຕາມ​ລະບຽບ, ຂໍ້​ກຳນົດ ​ແລະ ກົດໝາຍ ​ຂອງ​ກະຊວງ​ວາງ​ອອກ.

ສຳລັບ ​ຜູ້​ທີ່​ບໍ່​ໄດ້​ຮັບ​ອະນຸຍາດ ​ຈາກ​ກະຊວງ​ສາທາລະນະ​ສຸກ ມີ​ການ​ເປີດ​ບໍລິການ​ ຫ້ອງ​ກວດ​ພະຍາດ​ເອກະ​ຊົນ, ຄລີ​ນິກ, ​ໂຮງ​ໝໍ​ເອກະ​ຊົນ, ຮ້ານ​ຂາຍ​ຢາລວມທັງ ​ຜູ້​ທີ່​ບໍ່​ໄດ້​ສະ​ເໜີ ​ແລະ ຜູ້​ທີ່​ກຳລັງ​ສະ​ເໜີ​ຂໍອະນຸຍາດ ​ໃຫ້​ ປິດ​ການ​ບໍລິການ​ກ່ອນ ລໍຖ້າ​ດຳ​ເນີນ​ຂັ້ນ​ຕອນ ​ເອກະສານ​ຖືກຕ້ອງ ​ຕາມ​ລະບຽບກົດ​ໝາຍ; ຜູ້​ທີ່​ໄດ້​ຮັບ​ອະນຸຍາດ​ ຈາກ​ກະຊວງ​ສາທາ​ລະນະ​ສຸກ ​ໃຫ້​ກວດຄືນ ​ການ​ເຄື່ອນ​ໄຫວ​ບໍລິການ​ວ່າ​ ຖືກຕ້ອງ​ຕາມ​ໃບ​ອະ​ນຸ​ຍາດ ​ແລະ ວິຊາ​ຊີບ​ ທີ່​ໄດ້​ຮັບ​ອະນຸຍາດ​ ຫລື ບໍ່ ​ເຊັ່ນ: ​ໃຫ້​ປິ່ນປົວ​ທົ່ວ​ໄປ​ ແຕ່​ເຄື່ອນ​ໄຫວ​ປະສູດ-ພະຍາດ​ຍິງ, ອະນຸຍາດ​ໃຫ້​ເຄື່ອນ​ໄຫວ​ ປະສູດ​ພະຍາດ​ຍິງ ​ແຕ່​ເຮັດ​ການ​ປະສົມ​ພັນ​ທຽມ​ ໃນ​ພາວະ​ມີ​ລູກ​ຍາກ, ອະນຸຍາດ​ ໃຫ້​ເປີດ​ນອກ​ໂມງ​ການ ​ແຕ່​ພັດ​ເປີດ ​ໃນ​ໂມງ​ການ, ມີ​ການ​ຂະ​ຫຍາ​ຍສາຂາ​ ໂຮງ​ໝໍ​ເອກະ​ຊົນ ຢູ່​ນອກ​ສະຖານ​ທີ່ ​ເຮັດ​ຄື​ກັບ​ຫ້ອງ​ກວດ​ພະຍາດ ​ເຂດ​ນອກ, ​ໂດຍ​ບໍ່​ໄດ້​ຮັບ​ອະນຸຍາດ​ອື່ນໆ ຖ້າ​ກວດ​ພົບ ​ໃຫ້​ກ່າວ​ເຕືອນ, ຂຽນ​ບົດ​ບັນ​ທຶກ ​ຮ່ວມ​ກັນ ​ແລະ ​ໃຫ້​ຢຸດຕິ​ການ​ເຄື່ອນ​ໄຫ​ວ ທີ່​ບໍ່​ຖືກຕ້ອງ, ຖ້າ​ກວດ​ພົບ​ຄັ້ງ​ຕໍ່​ໄປ ຍັງ​ດຳ​ເນີນ​ກິດຈະການ​ ທີ່​ບໍ່​ຖືກຕ້ອງ ​ໃຫ້​ປິດ​ກິດຈະການ ​ແລະ ປະຕິບັດ​ວິ​ໄນ ​ຕາມ​ກົດໝາຍ;

ຜູ້​ທີ່​ໄດ້​ຮັບ​ການ​ສ້າງ​ຕັ້ງ ​ຫ້ອງ​ກວດ​ພະຍາດ​ເອກະ​ຊົນ ຂອງ​ຕົນ​ເອງ ​ໃຫ້​ຄົນ​ອື່ນ​ເຊົ່າ, ຮ່ວມ​ທຶນ, ຮ່ວມ​ວິຊາ​ການ ​ແລະ ອື່ນໆ ຫລື ​ໃນ​ກໍລະນີ​ ເຈົ້າ​ຂອງ​ຫ້ອງ​ກວດ​ພະຍາດ ​ເສຍ​ຊີວິດ ​ໃຫ້​ໂຈະ ​ການ​ບໍລິກາ​ນກ່ອນ ລໍຖ້າ​ດຳ​ເນີນ​ຂັ້ນ​ຕອນ ​ເອກະສານ​ຖືກຕ້ອງ​ຕາມ​ລະບຽບ​ການ; ຜູ້​ທີ່​ໄດ້​ຮັບ​ອະນຸຍາດ ​ຖືກຕ້ອງ ມີ​ການ​​ໂຄສະນາ​ເກີນ​ຄວາມ​ຈິງ ​ດ້ວຍ​ຮູບ​ການ​ຕ່າງໆ, ຕົບ​ແຕ່ງ​ສະຖານ ​ທີ່​ບໍລິການ​ປິ່ນປົວ, ຈັດ​ວາງ​ ປ້າຍ​ໂຄສະນາ ທີ່​ມີ​ລັກສະນະ ​ການ​ຄ້າ, ລົງ​ເຄື່ອນ​ໄຫວ​ໂຄສະນາ​ ຢູ່​ຊຸມ​ຊົນ ​ໃຫ້​ຢຸດຕິ​ການ​ ໂຄສະນາ ​ແລະ ປົດ​ປ້າຍ​ລົງ ​ໃຫ້​ແນະນຳ​ກ່າວ​ເຕືອນ ພ້ອມ​ເຮັດ​ບົດ​ບັນ​ທຶນ, ຖ້າ​ກວດ​ພົບ​ຄັ້ງ​ຕໍ່​ໄປ ​ໃຫ້​ສັ່ງ​ປິດ​ກິດຈະການ​ທັນ​ທີ; ສຳລັບ ​ຜູ້​ທີ່​ນຳ​ເຂົ້າ​ອຸປະກອນ​, ຢາ ​ແລະ ຜະລິດ​ຕະພັນ ​ການ​ແພດ ທີ່​ບໍ່​ໄດ້​ຂຶ້ນ​ທະບຽກ ຖື​ກຕ້ອງ, ຢາ​ບໍ່​ມີ​ສະຫລາກ ມາ​ບໍລິການ​ປິ່ນປົວ ​ໃນ​ຫ້ອງ​ກວດ​ພະຍາດ ​ເອກະ​ຊົນ, ​ໂຮງໝໍ​ເອກະ​ຊົນ ຖ້າ​ກວດ​ພົບ​ໃ ຫ້​ແນະນຳ​ກ່າວ​ເຕືອນ ພ້ອມ​ເຮັດ​ບົດ​ບັນທຶກ​ໄວ້້ ຖ້າ​ກວດ​ພົບ​ຄັ້ງຕໍ່​ໄປ​ ແມ່ນ​ໃຫ້ຢຶດຢາ ​ແລະ ອຸປະກອນ​ໄວ້​ ເປັນ​ຫລັກ​ຖານ ​ແລ້ວ​ດຳ​ເນີນ​ຕາມ​ລະບຽບ​ກົດ ໝາຍ; ກໍລະນີ​ພົບ​ເຫັນ ​ການ​ໂອນ​ ຫລື ​ເຊົ່າ​ໃບ​ອະນຸຍາດ ​ວິຊາ​ຊີບ​ເພ​ສັດ​ຊະ​ກຳ​ໃຫ້​ຜູ້​ອື່ນ​ນຳ​ໃຊ້ ​ໃຫ້​ປະຕິບັດ​ມາດ​ຕະການ ​ສຶກສາ​ອົບຮົມ​ ​ແລະ ​ເຮັດ​ບົດ​ບັນ​ທຶກ​ໄວ້ ຖ້າ​ພົບ​ເຫັນ​ຄັ້ງ​ຕໍ່​ໄປ ​ໃຫ້​ປິດ ​ກິດຈະການ​ຖາວອນ;

ສຳລັບ ​ຜູ້​ທີ່​ດຳ​ເນີນ​ທຸລະ​ກິດ ​ດ້ານ​ຢາ ​ແລະ ຜະລິດ​ຕະພັນ​ການ​ແພດ​ ບໍ່​ໄດ້​ຮັບ​ອະນຸດ​ຍາດ ຈາກ​ກະຊວງ​ສາທາ ລະນະ​ສຸກ ​ໃຫ້​ໂຈະ ​ທຸລະ​ກິດ​ກ່ອນ ລໍຖ້າ​ດຳ​ເນີນ ​ຂັ້ນ​ຕອນ​ເອກະ​ສານ​ຖືກຕ້ອງ​ ຕາມ​ລະບຽບ​ກົດໝາຍ; ສຳລັບ​ ຜູ້​ທີ່​ດຳ​ເນີນ​ທຸລະ​ກິດ​ຮ້ານ​ຂາຍ​ຢາ ​ຢູ່​​ໃນ​ຕະຫລາດ, ຢູ່​ຫ້ອງ​ກວດ​ພະ​ຍາດ ​ເອກະ​ຊົນ ຫລື ຄລີ​ນິກ ມີ​ການ​ຂາຍ​ຢາ ​ເກີນ​ບັນຊີ​ຢາ ທີ່​ຕົນ​ຮັບ​ອະນຸຍາດ​ ໃຫ້​ຂາຍ, ມີ​ການ​ໃຊ້​ສະຖານ​ທີ່​ຂາຍ​ຢາ​ ເປັນ​ບ່ອນ​ກວດ​ພະ​ຍາດ ​ແລະ ປິ່ນປົວ​ຄົນ​ເຈັບ, ຍົກຍ້າຍ​ ສະຖານ​ທີ່​ບໍ່​ໄດ້​ຮັບ​ອະນຸຍາດ ​ແມ່ນ​ ໃຫ້​ແນະນຳກ່າວ​ເຕືອນ ພ້ອມ​ເຮັດ​ບົດ​ບັນທຶກ​ໄວ້ ​ໃນ​ປຶ້ມ​ຕິດຕາມ ​ແລະ ​ໃຫ້​ຂຽນ​ໃບ​ປະຕິຍານ ຖ້າ​ພົບ​ເຫັນ​ຄັ້ງ​ຕໍ່​ໄປ ​ຍັງ​ເຄື່ອນ​ໄຫວ​ບໍ່​ຖືກຕ້ອງ ບໍ່​ຕໍ່​ທະບຽນ​ວິຊາຊີບ ​ເພສັດຊະກໍາ ​ແລະ ສັ່ງ ​ປິດ​ກິດຈະການ​ທັນ​ທີ.

ພ້ອມ​ນີ້, ຜູ້​ທີ່​ດຳ​ເນີນ​ການ​ຜະລິດ, ນຳ​ເຂົ້າ ​ແລະ ຈຳໜ່າຍ​ຢາ ບໍ່​ໄດ້​ຮັບອະນຸຍາດ ​ແລະ ບໍ່​ໄດ້​ຂຶ້ນ​ທະບຽນ ນຳ​ກະຊວງ ​ສາທາລະນະ​ສຸກ ຖ້າ​ພົບ​ເຫັນ ​ໃຫ້​ຢຶດຜະລິດ​ຕະພັນ ​ແລະ ​ແນະນຳ​ ກ່າວ​ເຕືອນ ຖ້າ​ພົບ​ເຫັນ​ຄັ້ງ​ຕໍ່​ໄປ ​ໃຫ້​ຍຶດຜະລິດ​ຕະພັນ ​ແລະ ປັບ​ໄໝ 100% ຂອງ​ມູນ​ຄ່າ​ຢາ​ ທີ່​ຈຳໜ່າຍ​ໃນ​ທ້ອງ​ຕະຫລາດ ​ຕໍ່​ໜຶ່ງ​ລາຍການ ​ແລະ ສັ່ງ​ປິດ​ກິດຈະການ 1 ປີ, ຖ້າ​ຍັງ​ບໍ່​ຢຸດ​ເຊົາ​ ໃຫ້​ຍຶດຜະລິດ​ຕະພັນ ​ແລະ ປັບ​​ໄໝ 200% ຂອງ​ມູນ​ຄ່າ​ຢາ​ ທີ່​ຈຳ​ໜ່າຍ​ໃນ​ທ້ອງ​ຕະຫລາດ ​ແລະ ປິດ​ກິດຈະ​ການ ​ຢ່າງ​ຖາວອນ; ກໍລະນີ​ພົບ​​ເຫັນ ການ​ເຜີຍ​ແຜ່ ​ແລະ ​ໂຄສະນາ​ ຜະລິດ​ຕະພັນ​ອາຫານ ຫລື ອາຫານ​ເສີມ ລວມທັງ ​ຜະລິດ​ຕະພັນ​​ເສີມສຸຂະພາບ ​ແລະ ​ເຄື່ອງ​ສຳ​ອາງ ທີ່​ກ່າວ​ອ້າງ​ເຖິງ​ສັບພະ​ຄຸນ​ ໃນ​ການ​ປິ່ນປົວ​ພະຍາດ ທັງ​ພາກ​ລັດ ​ແລະ ​ເອກະ​ຊົນ ​ໃຫ້ ​ແນະນຳ​ກ່າວ​ເຕືອນ ​ແລະ ສຶກສາ​ອົບຮົມ, ພ້ອມ ​ເຮັດ​ບົດ​ບັນທຶກ ​ແລະ ຂຽນ ​ໃບ​ປະຕິຍານ, ຖ້າ​ພົບ​ເຫັນ​ຄັ້ງຕໍ່​ໄປ ​ປັບ​ໄໝ 1.500.000 ກີບ ​ແລະ ຍັງ​ສືບ​ຕໍ່​ກະທຳ​ຜິດ​ອີກ ໃຫ້​ປັບ​ໄໝ 3.000.000 ກີບ ​ແລະ ​ໃຫ້​ຖອນ​ໃບ​ທະບຽນ ຫລື ຈົດ​ແຈ້ງ​ຜະລິດ​ຕະພັນ ຖ້າ​ຮ້າຍ​ແຮງ​ ຈະ​ຖືກ​ປະຕິບັດ​ຕາມ​ລະບຽບ​ກົດໝາຍ.

 

ແຫລ່ງຂ່າວ : ຂ່າວສານປະເທດລາວ

ບົດຄວາມຫຼ້າສຸດ

ສະຫຼຸບການປະຊຸມທະວີພາຄີຄັ້ງປະຫວັດສາດ ທຣຳ-ປູຕິນ ຄັ້ງທຳອິດໃນຮອບ 10 ປີ

ສະຫຼຸບການປະຊຸມທະວີພາຄີຄັ້ງປະຫວັດສາດ ທຣຳ-ປູຕິນ ຄັ້ງທຳອິດໃນຮອບ 10 ປີໃນແຜ່ນດິນສະຫະລັດ ທີ່ອາລາສກາ ເຊິ່ງການປະຊຸມຄັ້ງນີ້ຍັງບໍ່ມີການບັນລຸຂໍ້ຕົກລົງກັນ ແຕ່ການເຈລະຈາເປັນໄປໄດ້ດ້ວຍດີ ແລະ ມີຄວາມຄືບໜ້າ ເຊິ່ງທ່ານ ໂດນັລ ທຣຳ ກຽມໂທຫາ...

ຝົນມໍລະສຸມ! ປາກີສະຖານປະເຊີນ ນ້ຳປ່າໄຫຼຊຸ ແລະ ດິນເຈື່ອນຖະຫຼົ່ມ ຫຼ້າສຸດມີປະຊາຊົນເສຍຊີວິດຢ່າງນ້ອຍ 344 ຄົນ.

ປາກີສະຖານປະເຊີນນ້ຳປ່າຖ້ວມຊຸ ແລະ ດິນຖະຫຼົ່ມ ເນື່ອງຈາກຝົນຕົກໜັກ ເຮັດໃຫ້ປະຊາຊົນເສຍຊີວິດຢ່າງນ້ອຍ 344 ຄົນ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 17 ສິງຫາ 2025 ຜ່ານມານີ້ວ່າ: ປາກີສະຖານປະເຊີນກັບສະພາບຝົນຕົກໜັກຕໍ່ເນື່ອງເຮັດໃຫ້ເກີດນ້ຳປ່າໄຫຼຊຸ  ແລະ ດິນຖະຫຼົ່ມ...

ປະຊາຊົນຊາວມາເລເຊຍຮວມຕົວກັນຫຼາຍພັນຄົນ ເພື່ອຮຽກຮ້ອງຄວາມຍຸຕິທຳ ໃຫ້ຊາຣາ ທີ່ເສຍຊີວິດຢ່າງປິສະໜາ

#JusticeForZara ແຮັດແທັກ (hastag) ເຕັມສື່ສັງຄົມອອນລາຍໃນປະເທດມາເລເຊຍ ເພື່ອຮຽກຮ້ອງຄວາມຍຸຕິທຳໃຫ້ ຊາຣາ ເດັກຍິງອາຍຸ 13 ປີ ເສຍຊີວິດປິດສະໜາ, ທ່າມກາງຂ່າວລືວ່າ ຊາຣາ ເປັນເຫຍື່ອຈາກການຖືກບູລີ້ ແລະ...

ເສຍຊີວິດເວທີດຽວກັນ! ຂ່າວເສົ້າວົງການມວຍຍີ່ປຸ່ນ ເມື່ອ 2 ນັກຊົກຈາກແດນປາດິບເສຍຊີວິດຫຼັງຂຶ້ນຊົກມວຍ ໝໍເຜີຍເລືອດອອກໃນເຫຍື້ອຫຸ້ມສະໝອງ.

ວົງການມວຍຍີ່ປຸ່ນເສົ້າ! 2 ນັກຊົກມວຍເສຍຊີວິດເວທີດຽວກັນ ຫຼັງໄດ້ຮັບອາການບາດເຈັບ ໝໍເຜີຍເລືອດອອກໃນເຫຍື້ອຫຸ້ມສະໝອງ. ສຳນັກຂ່າວຕ່າງປະເທດລາຍງານເຫດການສຸດສະຫຼົດ ຂອງວົງການມວຍຍີ່ປຸ່ນ ໄດ້ເກີດເຫດການສຸດຊ໋ອກ ຫຼັງຈາກຊິເງໂຕຊິ ນັກຊົກອາຍຸ 28 ປີ ເສຍຊີວິດ ເມື່ອວັນສຸກ 8...