spot_img
Homeຂ່າວການພັດທະນາຄມສ ເປີດໂອກາດໃຫ້ແກ່ທຸກທ່ານເຂົ້າຮ່ວມການແຂ່ງຂັນແຕ່ງບົດເລື່ອງ ໃນຫົວຂໍ້: ສໍາລັບທ່ານ ແມ່ນໍ້າຂອງມີຄວາມໝາຍແນວໃດ?

ຄມສ ເປີດໂອກາດໃຫ້ແກ່ທຸກທ່ານເຂົ້າຮ່ວມການແຂ່ງຂັນແຕ່ງບົດເລື່ອງ ໃນຫົວຂໍ້: ສໍາລັບທ່ານ ແມ່ນໍ້າຂອງມີຄວາມໝາຍແນວໃດ?

Published on

ຫົວຂໍ້ໃນການແຂ່ງຂັນໃນຄັ້ງນີ້ແມ່ນ “ ສໍາລັບທ່ານແມ່ນໍ້າຂອງມີຄວາມໝາຍແນວໃດ? ”

ນະຄອນຫລວງວຽງຈັນ, ສປປ ລາວ 15 ກຸມພາ 2018 – ມື້ນີ້ຄະນະກໍາມະທິການແມ່ນໍ້າຂອງສາກົນ (ຄມສ)
ເປີດການແຂ່ງຂັນແຕ່ງບົດເລື່ອງລະດັບພາກພື້ນທີ່ພົນລະເມືອງ ແລະປະຊາຊົນທຸກໄວ ທີ່ອາໃສຢູ່ປະເທດ ກໍາປູເຈຍ,
ສປປ ລາວ, ໄທ ແລະຫວຽດນາມ. ສຳລັບທ່ານໃດທີ່ມີຄວາມສົນໃຈ ສາມາດເຂົ້າຮ່ວມການແຂ່ງຂັນ ເພື່ອຊິງຮັບລາງວັນເປັນເງີນສົດ 50 ໂດລາ – 300 ໂດລາ ພ້ອມດ້ວຍໃບຢັ້ງຢືນ ແລະ ຍັງມີໂອກາດໄດ້ເຂົ້າຮ່ວມກອງປະຊຸມສາກົນ ແລະ ບົດຂຽນທີ່ຊະນະເລີດຈະຖືກນຳໄປສະເຫນີໃນກອງປະຊຸມ ຂອງ ຄສມ ທີ່ຈະຈັດຂື້ນທີ່ ສຽມລຽບ, ປະເທດກຳປູເຈຍ. ໃນລະຫວ່າງວັນທີ 2-3 ເມສາ.

 

ການແຂ່ງຂັນມີຈຸດປະສົງເພື່ອສະເຫລີມສະຫລອງວັນແມ່ນໍ້າຂອງກໍຄືວັນທີ 5 ເມສາ ແລະກອງປະຊຸມສຸດຍອດແມ່ນໍ້າຂອງຄັ້ງທີ 3 ຂອງບັນດານາຍົກລັດຖະມົນຕີ ແມ່ນໍ້າຂອງ, ແລະຊອກຫາບົດຂຽນສັ້ນທີ່ສາມາດສະແດງໃຫ້ເຫັນສາຍພົວພັນລະຫວ່າງແມ່ນໍ້າຂອງ ແລະປະຊາຊົນແມ່ນໍ້າຂອງ, ຄວາມສໍາຄັນຂອງສາຍພົວພັນເຫລົ່ານີ້ຕໍ່ກັບພວກເຂົາ.

ເຈົ້າໜ້າທີ່ຍຸດທະສາດ ແລະ ການຮ່ວມງານ ແລະ ຫົວໜ້າໜ່ວຍງານສື່ສານ ປະຈໍາ ກອງເລຂາ ຄມສ, ທ່ານ ອານຸລັກ ກິດຕິຄຸນ ກ່າວວ່າ: ການແຂ່ງຂັນນີ້ແມ່ນໜື່ງໃນຫລາຍໆກິດຈະກໍາລິເລີ່ມຂອງພວກເຮົາເພື່ອສົ່ງເສີມການຮ່ວມມື ແລະສະທ້ອນໃຫ້ເຫັນ
ຄວາມຫລາກຫລາຍຂອງແມ່ນໍ້າຂອງພວກເຮົາ. ຜູ້ເຂົ້າແຂ່ງຂັນຂອງພວກເຮົາມີໂອກາດສະແດງບົດບາດສໍາຄັນທີ່ແມ່ນໍ້າຂອງມີຕໍ່ຊີວິດການເປັນຢູ່ປະຈໍາວັນຂອງພວກເຮົາ, ບັນດາສີ່ງທ້າທາຍຕ່າງໆທີ່ພວກເຮົາກໍາລັງປະເຊີນ, ແລະສິ່ງທີ່ພວກເຮົາສາມາດແກ້ໄຂບັນຫາເຫລົ່ານັ້ນ.

ເພື່ອສະໝັກເຂົ້າຮ່ວມການແຂ່ງຂັນ, ຜູ້ສະໝັກຕ້ອງສົ່ງແບບຟອມສະໝັກທີ່ສົມບູນ ກໍຄືບົດຂຽນເປັນພາສາອັງກິດ ຫລື
ເປັນພາສາຂອງປະເທດແມ່ນໍ້າຂອງ ມີຄວາມຍາວບໍ່ເກີນ 60 ຄໍາ, ແລ້ວສົ່ງອີເມວຫາຜູ້ຮັບຜິດຊອບການແຂ່ງຂັນທີ່
writingcontest@mrcmekong.org. ການແຂ່ງຂັນຈະປິດຮັບສະໝັກກ່ອນວັນທີ 15 ມີນາ 2018.

ການແຂ່ງຂັນບົດເລື່ອງລະດັບພາກພື້ນຄັ້ງທໍາອິດທີ່ ຄມສ ໄດ້ຈັດຂື້ນນີ້ແມ່ນສືບເນື່ອງຈາກການແຂ່ງຂັນພາບຖ່າຍຄັ້ງທໍາ
ອິດ ທີ່ໄດ້ຈັດຂື້ນໃນທ້າຍປີຜ່ານມາ ແລະໄດ້ຮັບ 165 ຮູບທີ່ສົ່ງເຂົ້າສະໝັກຈາກນັກຖ່າຍຮູບມືສະໝັກຫລີ້ນ 42 ທ່ານ.
ທ່ານໃດທີ່ສົນໃຈສະໝັກສາມາດຊອກຫາຂໍ້ມູນເພີ່ມຕື່ມໄດ້ທີ່:
http://www.mrcmekong.org/news-and-events/events/mrcstorycompetition2018


ຄໍາເຫັນຈາກບັນນາທິການ:
ຄມສ ແມ່ນອົງກອນລະຫວ່ງລັດຖະບານ ເພື່ອການສົນທະນາ ແລະການຮ່ວມມືໃນຂົງເຂດແມ່ນໍ້າຂອງຕອນລຸ່ມ,
ສ້າງຕັ້ງຂື້ນໃນປີ 1995 ຕາມສັນຍາແມ່ນໍ້າຂອງລະຫວ່າງ ປະເທດ ກໍາປູເຈຍ, ສປປ ລາວ, ໄທ ແລະຫວຽດນາມ. ຄມສ
ເປັນເວທີການທູດກ່ຽວກັບນໍ້າ ແລະ ສູນຄວາມຮູ້ກ່ຽວກັບການຄຸ້ມຄອງຊັບພະຍາກອນນໍ້າ ເພື່ອການພັດທະນາແບບຍືນ
ຍົງໃນພາກພື້ນ.

ບົດຄວາມຫຼ້າສຸດ

ອຸທາຫອນ! ແມ່ຕູ້ຊາວຈີນມີຄວາມເຊື່ອແປກ ຕັດສິນໃຈກິນກົບສົດໆລົງທ້ອງ ຫວັງໃຫ້ເຊົາເຈັບຫຼັງ ແຕ່ສຸດທ້າຍອາການໜັກ

ເມື່ອປວດຫຼັງຫຼາຍຄົນອາດຈະເລືອກກິນຢາ ຫຼື ໄປຫາແພດ ແມ່ນບໍ່, ແຕ່ມີລາຍງານຂ່າວຈາກເມືອງຫາງໂຈ ປະເທດຈີນ, ເມືອບໍ່ດົນມານີ້ ວ່າ ມີແມ່ຕູ້ຄົນໜຶ່ງ ມີອາການເຈັບຫຼັງ ແລະເລືອກວິທີຮັກສາຕາມຄວາມເຊື່ອຂອງຕົນ ໂດຍການກືນກິນກົບສົດລົງທ້ອງ ຈົນເຮັດໃຫ້ເຊື້ອພະຍາດເຂົ້າສູ່ຮ່າງກາຍ. ເຊິ່ງກ່ອນເກີດເຫດແມ່ຕູ້ໄດ້ຂໍໃຫ້ພີ່ນ້ອງໄປຈັບກົບຂະໜາດນ້ອຍມາໃຫ້ ໂດຍບໍ່ໄດ້ບອກວ່າຈະເອົາໄປເຮັດຫຍັງ,...

ວັນການທູດລາວຄົບຮອບ 80 ປີ ປັດຈຸບັນ ລາວມີສາຍພົວພັນການທູດກັບ 151 ປະເທດ ມີສໍານັກງານຕາງໜ້າການທູດ ຢູ່ຕ່າງປະເທດ 41 ແຫ່ງ

ວັນການທູດລາວຄົບຮອບ 80 ປີ (12/10/1945-12/10/2025) ແມ່ນວັນສຳຄັນທາງປະຫວັດສາດຂອງຊາດ ທີ່ມີຄວາມໝາຍຄວາມສຳຄັນ ເພາະສະແດງອອກພູມປັນຍາຄວາມສະຫລາດສ່ອງໃສຂອງບັນພະບູລຸດ ແລະ ຄວາມສຳເລັດຂອງພາລະກິດຕ່າງໆຕັ້ງແຕ່ອາດີດຮອດປັດຈຸບັນ ແລະ ແນໃສ່ສືບຕໍ່ສ້າງເປັນບົດຮຽນ ເປັນມູນມັງມໍລະດົກຕົກທອດໃຫ້ແກ່ຄົນຮຸ່ນ ໃໝ່ຕໍ່ໆໄປໃນອະນາຄົດ. ເຊິ່ງກົມການເມືອງສູນກາງພັກໄດ້ອອກແຈ້ງການສະບັບເລກທີ...

ພິທີປະກາດຊື່ໂຮງຮຽນມັດທະຍົມສົມບູນມິດຕະພາບລາວ – ສປປ ເກົາຫຼີ ແລະ ປາຖະກະຖາວັນສ້າງຕັ້ງພັກແຮງງານເກົາຫຼີ ຄົບຮອບ 80 ປີ

ສະມາຄົມມິດຕະພາບລາວ - ສປປ ເກົາຫຼີ, ໂຮງຮຽນມັດທະຍົມສົມບູນມິດຕະພາບລາວ - ສປປ ເກົາຫຼີ ຮ່ວມກັບສະຖານເອກອັກຄະລັດຖະທູດແຫ່ງ ສປປ ເກົາຫຼີ ປະຈຳ ສປປ ລາວ...

ໄຂກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025 ຢ່າງເປັນທາງການ

ໄຂກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025. ກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025 ໄດ້ໄຂຂຶ້ນໃນຕອນເຊົ້າ ວັນທີ 9 ຕຸລາ 2025 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສອນໄຊ...