ພາກພູມໃຈທີ່ໄດ້ເຫັນໄບຢັ້ງຢືນຂອງ “ອົງການການສຶກສາ ວິທະຍາສາດ ແລະ ວັດທະນະທຳແຫ່ງສະຫະປະຊາຊາດ (UNESCO) ປະກາດໃຫ້ສຽງແຄນຈາກ ສປປລາວ ໄດ້ຮັບການຂຶ້ນທະບຽນເປັນມໍລະດົກພູມປັນຍາທາງວັດທະນະທຳທີ່ຈັບຕ້ອງບໍ່ໄດ້ (intangible)
(ກ). ເວັບໄຊທາງການຂອງຢູເນສໂກລະບຸວ່າ:
(1) ສຽງດົນຕີຈາກແຄນຂອງຄົນລາວ (The khaen music of Lao People) ແມ່ນສຽງດົນຕີທີ່ຫຼິ້ນໂດຍເປົ່າລົມອອກຈາກປາກໃສ່ໃນເຄື່ອງດົນຕີທີ່ເອີ້ນວ່າ ແຄນ ເຊິ່ງເຮັດຈາກໄມ້ໄຜ່ຄວາມຍາວຫຼາກຫຼາຍຂະໜາດ;
(2) ຜູ້ຫຼິ້ນເຄື່ອງດົນຕີຊະນິດດັ່ງກ່າວຈະເປົ່າລົມຜ່ານຮູຮັບລົມ ແລະ ສຽງທີ່ເກີດຂຶ້ນກໍຈະອີງໃສ່ຄວາມຍາວຂອງລຳລູກແຄນແຕ່ລະອັນ;
(3) ສຽງແຄນແມ່ນເປັນທີ່ນິຍົມກັນໃນທົ່ວທຸກພາກຂອງ ສປປລາວ ແລະ ເປັນສ່ວນໜຶ່ງຂອງບຸນປະເພນີໃນແຕ່ລະບ້ານ ພ້ອມທັງມີການປັບປ່ຽນເພື່ອໃຫ້ຜູ້ຟັງເຂົ້າເຖິງງ່າຍ;
(4) ການໃຊ້ໄມ້ໃຜ່ເຮັດແຄນມີຄວາມກ່ຽວຂ້ອງກັບການກະສິກຳຕາມທຳມະຊາດ ແລະ ວິຖີການດຳລົງຊີວິດ, ຊື່ງໃນປີ 2005 ໄດ້ມີການສ້າງຕັ້ງສະມາຄົມສິລະປະການຫຼິ້ນແຄນ ເພື່ອສົ່ງເສີມ ແລະ ພັດທະນາສິລະປະດັ່ງກ່າວນຳອີກ.
(ຂ). ແຄນລາວມີ 04 ຊະນິດດ້ວຍກັນ ແລະ ປະກອບດ້ວຍວັດຖຸ 04 ຢ່າງຄື: ໄມ້ລູກແຄນ ໄມ້ອໍ້ (ໄມ້ປາວ), ເຕົ້າແຄນ (ໄມ້ດູ່), ລີ້ນແຄນເຮັດດ້ວຍທອງ ຫຼຶ ເງິນ ແລະ ຂີ້ສູດທີ່ນຳໄຊ້ເພື່ອຕິດຮູແຄນ:
(1) ແຄນຫົກ, ເປັນແຄນສໍ່ານ້ອຍເອີ້ນວ່າ ແຄນນ້ອຍ:
1. ມີລູກແຄນຂ້າງລະ 06 ລູກ,
2. ມີສຽງນຳກັນ 05 ສຽງຄື: ຟາ-ຊອນ -ລາ-ໂດ-ເຣ;
(2) ແຄນເຈັດ, ເປັນແຄນສໍ່າກາງ:
1. ມີລູກແຄນຂ້າງລະ 07 ລູກ,
2. ແຄນສໍ່າກາງນິຍົມເປົ່າໃສ່ດົນຕີອື່ນໆ,
3. ມີສຽງນຳກັນ 07 ສຽງຄື: ໂດ-ເຣ-ມີ-ຟາ-ຊອນ-ລາ-ທີ;
(3) ແຄນແປດ, ເປັນແຄນສໍ່າກາງ ທີ່ໃຫຍ່ກວ່າແຄນເຈັດໜ້ອຍໜຶ່ງ:
1. ມີລູກແຄນຂ້າງລະ 08 ລູກ,
2. ນຳໄຊ້ສຳລັບເປົ່າດ່ຽວ ໂດຍປະສົມປະສານກັບສຽງລຳ ແລະ ສຽງຂັບປະເພດຕ່າງໆ,
3. ແຄນແປດເປັນແຄນທີ່ໝໍລຳນິຍົມຊົມຊື່ນໃຊ້ຫຼາຍກວ່າໝູ່;
(4) ແຄນເກົ້າ, ເປັນແຄນໃຫຍ່ສຸດ,
1. ມີລູກແຄນຂ້າງລະ 09 ລູກ,
2. ແຄນຊະນິດນີ້ແມ່ນແຄນທີ່ນິຍົມຊົມຊື່ນເປົ່າໃສ່ລຳໂສມ, ລຳສີພັນດອນ, ລຳພື້ນເມືອງ, ລຳນິທານແຕ່ເກົ່າ,
3. ໃນປະຈຸບັນປາກົດວ່າ ໃນວົງການໝໍລຳບໍ່ມັກໃຊ້ກັນແລ້ວ,
4. ແຕ່ໃນບາງເຂດກໍມີການຄົບງັນບຸນປະເພນີດ້ວຍສຽງແຄນຊະນິດນີ້ຢູ່.
ແຫລ່ງຂ່າວ: Sourioudong Sundara