Homeຂ່າວພາຍ​ໃນຈ້າວເຫວີ່ຍຊັດອາເມລິກາ "ຄວນເຮັດແນວມີປະໂຫຍດ ແລະຮັບຜິດຊອບຕໍ່ການກະທຳຂອງຕົນ" ດີກວ່າ

ຈ້າວເຫວີ່ຍຊັດອາເມລິກາ “ຄວນເຮັດແນວມີປະໂຫຍດ ແລະຮັບຜິດຊອບຕໍ່ການກະທຳຂອງຕົນ” ດີກວ່າ

Published on

ວັນທີ 3 ກຸມພາ 2018 ທີ່ຜ່ານມາ ຢູ່ທີ່ເຂດເສດຖະກິດພິເສດສາມຫຼ່ຽມຄຳ ທ່ານ ຈ້າວເຫວີ່ຍ ປະທານສະພາບໍລິຫານເຂດເສດຖະກິດພິເສດ ໄດ້ຖະແຫຼງປະຕິເສດຕໍ່ຂໍ້ກ່າວຫາຂອງກະຊວງການເງິນສະຫະລັດ, ທ່ານກ່າວວ່າການກ່າວຫາຕໍ່ຕົນເອງແລະຕໍ່ກຸ່ມບໍລິສັດດອກງິ້ວຄຳ ກໍຄືເຂດເສດຖະກິດພິເສດສາມຫຼ່ຽມຄຳ ຂອງສະຫະລັດ ເປັນຄວາມເຂົ້າໃຈຜິດອັນຍິ່ງໃຫຍ່ ເພາະພວກຕົນຈະໄປລົງທຶນເຮັດທຸລະກິດຢູ່ໃສ ກໍເຄົາລົບແລະປະຕິບັດຕາມກົດໝາຍຂອງປະເທດນັ້ນ. ການກ່າວຫາປະເທດອື່ນຂອງສະຫະລັດ ເປັນການເບັ່ງອິດທິພົນແຕ່ພຽງຝ່າຍດຽວ. ແທນທີ່ສະຫະລັດຈະກ່າວຫາຜູ້ອື່ນ ສະຫະລັດຄວນໃຫ້ການສະໜັບສະໜຸນຊ່ວຍເຫຼືອເຂດຫ່າງໄກສອກຫຼີກ, ເຮັດແນວມີປະໂຫຍດ ແລະຮັບຜິດຊອບຕໍ່ການກະທຳຂອງຕົນເອງ. ລາຍລະອຽດຂອງຖະແຫຼງການມີດັ່ງນີ້:

ທ່ານ ຈ້າວເຫວີ່ຍ ປະທານສະພາບໍລິຫານເຂດເສດຖະກິດພິເສດ ສາມຫຼ່ຽມຄຳ

ຈາກຂວາຫາຊ້າຍ: ທ່ານນາງ ປານີ ຢາທໍ່ຕູ້ ປະທານສະພາແຫ່ງຊາດ, ທ່ານ ສົມດີ ດວງດີ ລັດຖະມົນຕີ ກະຊວງການເງິນ, ທ່ານ ສົມສະຫວາດ ເລັ່ງສະຫວັດ ອະດີດຮອງນາຍົກລັດຖະມົນຕີ ແລະ ທ່ານ ຈ້າວເຫວີ່ຍ ປະທານສະພາບໍລິຫານກຸ່ມບໍລິສັດດອກງິ້ວຄຳ ໃນພິທີໄຂງານດອກງິ້ວບານ(ປີທ່ອງທ່ຽວລາວ) ໃນຕອນເຊົ້າຂອງວັນທີ 27 ມັງກອນ 2018 ຢູ່ທີ່ ເຂດເສດຖະກິດພິເສດ ສາມຫຼ່ຽມຄໍາ, ເມືອງຕົ້ນເຜິ້ງ, ແຂວງບໍ່ແກ້ວ.
ຄິງໂຣມັນ ກາຊິໂນ ທີ່ຕັ້ງຢູ່ໃນເຂດເສດຖະກິດພິເສດ ສາມຫຼ່ຽມຄຳ

ບົດຄວາມຫຼ້າສຸດ

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...