ນະຄອນຫລວງວຽງຈັນໄດ້ຈະເລີນຮຸ່ງເຮືອງສູງສຸດ ຈົນເປັນທີ່ລືຊາຢູ່ອາຊີຕາເວັນອອກສຽງໃຕ້ໃນອາດີດນັ້ນ ນອກຈາກຕຳລາປະຫວັດສາດລາວບັນທຶກໄວ້ແລ້ວ ກໍຍັງມີບົດບັນທຶກຈາກນັກທ່ອງທ່ຽວ ພໍ່ຄ້າຊາວຂາຍຈາກປະເທດອື່ນ ໂດຍສະເພາະແມ່ນຊາວຢູໂຣບທີ່ມາລາວໃນຊຸມປີ 1640 ເພິ່ນໄດ້ຂຽນເຖິງ ເຫດການຕອນນັ້ນວ່າ: ວຽງຈັນມີຄວາມຈະເລີນຮຸ່ງເຮືອງທີ່ສຸດ ແຕ່ພໍສິ້ນສຸດລາຊະການພະເຈົ້າສຸລິຍະວົງສາ ໃນປີ 1690 ຄວາມຮຸ່ງເຮືອງນັ້ນກໍເລີ່ມຊຸດໂຊມລົງ ຍ້ອນຂ້າເສີກມາທຳລາຍມ້າງເພ, ຈູດເລົາເຜົາໄຫມ້ ແລະ ເກັບເກນເອົາຄົນລາວໄປ. ມາຮອດປີ 1828 ນະຄອນຫລວງວຽງຈັນກໍເປັນເມືອງຮ້າງຈົນຮອດປີ 1893.
ໄລຍະ 65 (1828-1893) ປີ ທີ່ວຽງຈັນເປັນເມືອງຮ້າງນັ້ນ ຕົ້ນໄມ້ໃບຫຍ້າໄດ້ເກີດຫຸ້ມຫໍ່ຊາກ ສະຫລັກຫັກພັງ ທີ່ໄຟບໍ່ສາມາດໄຫມ້ໄດ້ຫມົດນັ້ນ ຢູ່ທ່າມກາງປ່າດົງພົງໄພອັນຕຶບຫນາ ວຽງຈັນກາຍ ເປັນປ່າຊ້າງດົງເສືອ ເປັນເຮືອນຮ້າງຂອງນົກ ຫມູ ປູຈີ່… ຕາມເຖົ້າແກ່ບູຮານເວົ້າວ່າ: “ຕອນນັ້ນຈະ ເຂົ້າໄປກາງເວັນກໍເປັນຕາຢ້ານແລ້ວ” ບາງຄົນກໍເວົ້າວ່າ: “ລ່ອງເຮືອຕາມລຳນ້ຳຂອງກາຍນະຄອນ ຫລວງວຽງຈັນຮ້າງໄດ້ຍິນແຕ່ສຽງຮ້ອງໄຫ້ຮໍ່າໄຮ ຈາກຜີພໍ່ຜີແມ່ຢ່າງສະຫຍອງຂວັນ ມັນເປັນແນວນັ້ນ ໄດ້ເກືອບຊາວປີ ສຽງນັ້ນຈິ່ງຈາງຫາຍໄປ”.
ມາຮອດປີ 1893 ວຽງຈັນຮ້າງໄດ້ຖືກແບ່ງເປັນ 2 ຟາກຝັ່ງ(ວຽງຈັນເດີມແທ້ກວມເອົາຝາກຝັ່ງແມ່ນໍ້າຂອງຄືຝາກຈັງຫວັດຫນອງຄາຍ) ແລ້ວຕໍ່ມາຈິ່ງມີຄົນຈາກຫລາຍເຂດຫລາຍບ່ອນເຂົ້າຢູ່ອາໄສ. ຈາກປີ 1893 ມາເຖິງປະຈຸບັນ ເວລາຜ່ານໄປໄດ້ 124 ປີ ດັ່ງນັ້ນ ຈິ່ງສາມາດເວົ້າໄດ້ວ່າ ຜູ້ເພິ່ນມີອາຍຸຍືນປັດຈຸບັນ (ຄົນວຽງຈັນ) ຍັງໄດ້ຍິນໄດ້ຟັງຈາກປາກຜູ້ເຫັນຕົວຈິງ ເລົ່າເລື່ອງເມືອງຮ້າງວຽງຈັນໃຫ້ຟັງ ແລະ ຈາກປີ 1893 ຊາວວຽງຈັນ ແລະ ຊາວຕ່າງດ້າວທີ່ໄດ້ເຂົ້າ ມາຢູ່ກໍໄດ້ພ້ອມກັນພັດທະນາວຽງຈັນ ໂດຍຜ່ານຜ່າອຸປະສັກນາໆປະການ. ຍ້ອນຄວາມຮັກເຊື້ອແພງ ຊາດຮັກບ້ານເກີດເມືອງນອນ ມີຄວາມມານະອົດທົນປະຊາຊົນລາວກໍໄດ້ເປັນເຈົ້າຂອງປະເທດ, ປົດ ປ່ອຍຕົນເອງຈາກການເປັນຫົວເມືອງຂຶ້ນຂອງຕ່າງຊາດໃນປີ 1975, ນະຄອນຫລວງວຽງຈັນກໍໄດ້ຮັບ ການພັດທະນາມາເປັນກ້າວໆ .
ຂຽນໂດຍ: ສ. ສົມພົງ ສຸກສາຄອນ (http://raosukunfung.com)