spot_img
Homeຂ່າວພາຍ​ໃນລັດກຳນົດ 2 ປີ ຫັນປ່ຽນ ປໍ້ານໍ້າມັນສູ່ລະບຽບ ຖ້າລະເມີດໃຫ້ປິດກິດຈະການ

ລັດກຳນົດ 2 ປີ ຫັນປ່ຽນ ປໍ້ານໍ້າມັນສູ່ລະບຽບ ຖ້າລະເມີດໃຫ້ປິດກິດຈະການ

Published on

ຜູ້ປະກອບການສ້າງປໍ້ານໍ້າມັນໃນທົ່ວປະເທດ ຕ້ອງເປັນຮ້ອນໆໜາວໆແນ່ນອນ ຫຼັງຈາກລັດອອກດຳລັດໃໝ່ວ່າດ້ວຍ ທຸລະກິດນໍ້າມັນເຊື້ອໄຟ ເພື່ອຄຸ້ມຄອງບັນດາປໍ້ານໍ້າມັນໃນທົ່ວປະເທດ ໃຫ້ເຂົ້າສູ່ລະບຽບການເພື່ອຜົນປະໂຫຍດຂອງຜູ້ຊົມໃຊ້.

ໃນໄລຍະຜ່ານມາ, ການສ້າງຕັ້ງ ແລະ ເປີດບໍລິການຈຳໜ່າຍນໍ້າມັນ ເຫັນວ່າຫຼາຍແຫ່ງຍັງບໍ່ເໝາະສົມ ແລະ ບໍ່ຖືກຕາມລະບຽບການຂອງລັດກຳນົດໄວ້, ໃນໄລຍະ 1 ປີທີ່ຜ່ານມາ ເຈົ້າໜ້າທີ່ໆກ່ຽວຂ້ອງກໍ່ໄດ້ຫາລືເພື່ອຮ່າງດຳລັດວ່າດ້ວຍ ທຸລະກິດນໍ້າມັນເຊື້ອໄຟ ເຊິ່ງຫຼ້າສຸດນາຍົກລັດຖະມົນຕີກໍ່ໄດ້ເຊັນອະນຸມັດດຳລັດດັ່ງກ່າວແລ້ວ ເຊິ່ງເຊື່ອວ່າຫາກເຈົ້າໜ້າທີ່ຄຸມເຂັ້ມແທ້ ຫຼາຍປໍ້າກໍ່ຈະປິດຕົວລົງ.

ດຳລັດວ່າດ້ວຍ ທຸລະກິດນໍ້າມັນເຊື້ອໄຟ ເລກທີ 331/ນຍ ນະຄອນຫຼວງວຽງຈັນ ລົງວັນທີ 27 ຕຸລາ 2017, ມີ 11 ພາກ 87 ມາດຕາ ເຊິ່ງມີເນື້ອໃນຄົບຖ້ວນລະອຽດສົມຄວນ. ໃນນັ້ນ, ຈະຂໍຍົກຕົວຢ່າງບາງມາດຕາສຳຄັນຄື: ມາດຕາທີ 7 ຂໍ້ 3 ປໍ້ານໍ້າມັນເຊື້ອໄຟ ລະບຸເພີ່ມຕື່ມໃນຂໍ້ 3.1 ສະຖານທີ່ຕັ້ງຂອງປໍ້ານໍ້າມັນເຊື້ອໄຟຕ້ອງຫ່າງຈາກເຂດຊຸມຊົນ, ໂຮງຮຽນ, ໂຮງໝໍ, ຕະຫຼາດ, ແຫຼ່ງນໍ້າ, ທາງໂຄ້ງ, ທາງແຍກ ແລະ ທາງສູງຊັນ ໜຶ່ງຮ້ອຍແມັດ ( 100 ) ແມັດ ຂຶ້ນໄປ ແລະ ຕ້ອງຫ່າງຈາກປໍ້ານໍ້າມັນເຊື້ອໄຟທີ່ສ້າງຕັ້ງແລ້ວ ໜຶ່ງພັນ ( 1,000 ) ແມັດຂຶ້ນໄປ ຕາມທິດດຽວກັນ ແລະ ບໍ່ນອນຢູ່ໃນເຂດສະຫງວນຂອງທາງຫຼວງທຸກປະເພດ.

ພ້ອມດຽວກັນນັ້ນ, ໃນໝວດທີ 4 ມາດຕາທີ 27 ໃນແຖວສຸດທ້າຍ ລະບຸວ່າ: ໃບຢັ້ງຢືນການເຄື່ອນໄຫວທຸລະກິດນໍ້າມັນເຊື້ອໄຟ ມີອາຍຸນໍາໃຊ້ 2 ປີ ແລະ ສາມາດຕໍ່ໄດ້. ມາດຕາທີ 28 ແຖວສຸດທ້າຍລະບຸວ່າ: ສຳລັບປໍ້ານໍ້າມັນເຊື້ອໄຟທີ່ໄດ້ຮັບການສ້າງຕັ້ງ ແລະ ເຄື່ອນໄຫວ ກ່ອນດຳລັດສະບັບນີ້ ຕ້ອງໄດ້ປັບປຸງເງື່ອນໄຂໃຫ້ສອດຄ່ອງກັບບົດບັນຍັດຂອງມາດຕານີ້ພາຍໃນກຳນົດເວລາສອງປີ ນັບແຕ່ວັນທີ່ດຳລັດສະບັບນີ້ມີຜົນສັກສິດເປັນຕົ້ນໄປ, ຖ້າກາຍສອງປີຍັງບໍ່ສາມາດປັບປຸງສຳເລັດແມ່ນໃຫ້ໂຈະການເຄື່ອນໄຫວ ແລະ ຮື້ຖອນປໍ້າດັ່ງກ່າວ.

ສະນັ້ນ, ຈຶ່ງໝາຍຄວາມວ່າປໍ້າໃດທີ່ຕັ້ງຫ່າງກັນບໍ່ເກີນ 1 ພັນແມັດ, ປໍ້ານໍ້າມັນຕິດຕະຫຼາດ, ຊຸມຊົນ, ທາງໂຄ້ງ ແລະ ອື່ນໆ ແມ່ນມີເວລາຢູ່ 2 ປີທີ່ລັດຈະສັ່ງໂຈະກິດຈະການ ຫຼື ຮື້ຖອນ.

ກ່ອນໜ້ານີ້, ທ່ານ ນາງ ເຂັມມະນີ ພົນເສນາ ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ກ່າວໃນກອງປະຊຸມປຶກສາຫາລືໃສ່ຮ່າງດຳລັດວ່າດ້ວຍ ທຸລະກິດນໍ້າມັນເຊື້ອໄຟ ທີ່ມີຂຶ້ນວັນທີ 21 ມິຖຸນາ 2016 ໂດຍທ່ານໄດ້ສະເໜີທີ່ປະຊຸມຄົ້ນຄວ້າປະກອບຄຳເຫັນໃສ່ຮ່າງດຳລັດວ່າດ້ວຍ ທຸລະກິດນໍ້າມັນເຊື້ອໄຟ ແລະ ເບິ່ງຄືນປໍ້ານໍ້າມັນທີ່ຢູ່ໃນເຂດຊຸມຊົນທີ່ມີຄວາມສ່ຽງຕໍ່ການເກີດອັກຄີໄພ, ການຕັ້ງປໍ້ານໍ້າມັນ, ການຕັ້ງສາງນໍ້າມັນຄວນກຳນົດແນວໃດ ເພື່ອເຮັດໃຫ້ການຄຸ້ມຄອງ ແລະ ດຳເນີນທຸລະກິດນໍ້າມັນເຊື້ອໄຟມີລະບຽບ, ຮັບປະກັນໄດ້ຄວາມສະຫງົບປອດໄພ ແລະ ເສດຖະກິດຂອງຊາດ.

ຢ່າງໃດກໍ່ຕາມ, ກ່ອນໜ້າດຳລັດຈະຖືກເຊັນຮັບຮອງຫ້ອງການກະຊວງອຸດສາຫະກຳ ແລະ ການຄ້າ ກໍ່ອອກແຈ້ງການເລກທີ 0509/ອຄ.ກຄພນ ລົງວັນທີ 5 ເມສາ 2017 ເຖິງຫົວໜ້າພະແນກອຸດສາຫະກຳ ແລະ ການຄ້າແຂວງ, ນະຄອນຫຼວງໃນທົ່ວປະເທດ, ປະທານສະມາຄົມນໍ້າມັນເຊື້ອໄຟ ແລະ ອາຍແກ໊ສລາວ, ທ່ານຜູ້ອຳນວຍການບໍລິສັດນໍ້າມັນເຊື້ອໄຟ ເລື່ອງ: ຢຸດຕິການອະນຸຍາດສ້າງຕັ້ງສາງ ແລະ ປໍ້ານໍ້າມັນເຊື້ອໄຟຊົ່ວຄາວ.

ໃນແຈ້ງການແມ່ນ: 1). ໃຫ້ສືບຕໍ່ຢຸດຕິການອອກອະນຸຍາດຂຶ້ນທະບຽນວິສາຫະກິດ ສ້າງຕັ້ງສາງ ແລະ ປໍ້າຍ່ອຍນໍ້າມັນເຊື້ອໄຟ ຕາມແຈ້ງການຂອງຫ້ອງການກະຊວງອຸດສາຫະກຳ ແລະ ການຄ້າ ສະບັບເລກທີ 2800/ຫອຄ, ລົງວັນທີ 12 ຕຸລາ 2016; 2). ໃຫ້ພະແນກອຸດສາຫະກຳ ແລະ ການຄ້າແຂວງ, ນະຄອນຫຼວງ ສະຫຼຸບລາຍງານການອອກໃບອະນຸຍາດການສ້າງຕັ້ງສາງ ແລະ ປໍ້ານໍ້າມັນເຊື້ອໄຟ ກ່ອນແຈ້ງການສະບັບເລກທີ 2800/ຫຄອ; 3). ໃຫ້ເອົາໃຈໃສ່ກວດກາສະຖານທີ່ສ້າງຕັ້ງປໍ້າ ຕ້ອງໃຫ້ມີໄລຍະຫ່າງຈາກປໍ້າທີ່ມີແລ້ວ 1 ພັນແມັດ ຫ່າງຈາກເຂດຊຸມຊົນ, ຕະຫຼາດ, ໂຮງຮຽນ, ໂຮງໝໍ, ຫ້ວຍນໍ້າລຳເຊ ຕາມທີ່ໄດ້ກຳນົດໄວ້ໃນລະບຽບການ. ສຳລັບການສ້າງຕັ້ງສາງນໍ້າມັນເຊື້ອໄຟ ຕ້ອງປະຕິບັດຕາມລະບຽບການຢ່າງເຂັ້ມງວດ; 4). ໃຫ້ສະມາຄົມນໍ້າມັນເຊື້ອໄຟ ແລະ ອາຍແກ໊ສລາວ ແລະ ບັນດາບໍລິສັດນໍ້າມັນເຊື້ອໄຟ ເອົາໃຈໃສ່ໃນການຄຸ້ມຄອງປໍ້າຕົວແບບ ແລະ ປໍ້າຕົວແທນຂອງຕົນຢ່າງເຂັ້ມງວດ; ການສ້າງຕັ້ງປໍ້ານໍ້າມັນເຊື້ອໄຟທີ່ເປັນຕົວແບບ ແລະ ເປັນຕົວແທນຂອງບໍລິສັດຕົ້ນ ຕ້ອງໄດ້ມີໄລຍະຫ່າງທີ່ກຳນົດໄວ້ໃນ ຂໍ້ 3 ຂ້າງເທິງນີ້, ຖ້າລະເມີດຈະຖືກຕັດຕົວເລກແຜນຈຳໜ່າຍປະຈຳປີ ແລະ ຈະບໍ່ຂຶ້ນທະບຽນວິສາຫະກິດປໍ້ານໍ້າມັນເຊື້ອໄຟ; 5). ສຳລັບປໍ້າທີ່ກຳລັງດຳເນີນການກໍ່ສ້າງຍັງບໍ່ທັນສຳເລັດ ຖ້າບໍ່ໄດ້ຮັບອະນຸຍາດຈາກຂະແໜງການກ່ຽວຂ້ອງໃຫ້ຢຸດຕິຊົ່ວຄາວ ເພື່ອດຳເນີນການຂໍອະນຸຍາດຈຶ່ງສາມາດສືບຕໍ່, ຖ້າໄລຍະຫ່າງຂອງປໍ້າບໍ່ຖືກຕ້ອງຕາມທີ່ໄດ້ກ່າວມາຂ້າງເທິງ ແມ່ນໃຫ້ຢຸດຕິການກໍ່ສ້າງ ແລະ ເຄື່ອນໄຫວ.

ການອອກແຈ້ງການດັ່ງກ່າວ, ເພື່ອປະຕິບັດຕາມທິດຊີ້ນຳຂອງແຈ້ງການຂອງຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ສະບັບເລກທີ 140/ຫສນຍ.ກລຂ ລົງວັນທີ 25 ມັງກອນ 2017 ໃຫ້ກະຊວງອຸດສາຫະກຳ ແລະ ການຄ້າ ຄົ້ນຄວ້າດັດສົມຄືນຈຳນວນບໍລິສັດທີ່ດຳເນີນທຸລະກິດຂາເຂົ້າ – ຂາອອກ ນໍ້າມັນເຊື້ອໄຟໃຫ້ເຫຼືອພຽງ 5 ບໍລິສັດເທົ່ານັ້ນ ໂດຍໃຫ້ຖືເອົາລັດວິສາຫະກິດນໍ້າມັນເຊື້ອໄຟລາວເປັນບຸລິມະສິດ.

ຢ່າງໃດກໍ່ຕາມ, ໃນໄລຍະຜ່ານມາເຫັນວ່າການສ້າງປໍ້ານໍ້າມັນຫຼາຍແຫ່ງຢູ່ໃນນະຄອນຫຼວງວຽງຈັນ ບັນດາແຂວງໃນຂອບເຂດທົ່ວປະເທດ ເຫັນວ່າຍັງມີບາງແຫ່ງບໍ່ຖືກຕ້ອງຕາມລະບຽບທີ່ກຳນົດຄື: ການສ້າງປໍ້າຕ້ອງຫ່າງກັນ 1 ພັນແມັດ ແຕ່ຕົວຈິງມີຫຼາຍແຫ່ງຫ່າງກັນເກືອບບໍ່ຮອດ 500 ແມັດກໍ່ມີ ( ທາງກໍ້າດຽວກັນ ) ແລະ ບາງປໍ້າກໍ່ໃກ້ກັບຕະຫຼາດ, ໂຮງຮຽນ ແລະ ເຂດຊຸມຊົນ.

 

ແຫລ່ງຂ່າວ: ເສດຖະກິດ-ການຄ້າ.

ບົດຄວາມຫຼ້າສຸດ

ການສຳຫຼວດ-ອອກແບບ ເສັ້ນທາງວົງແຫວນອ້ອມຮອບນະຄອນ ຫຼວງພະບາງ ແລະ ເມືອງຈອມເພັດ ພ້ອມຂົວຂ້າມນໍ້າຂອງ 1 ແຫ່ງ

ສຳຫຼວດ-ອອກແບບ ເສັ້ນທາງວົງແຫວນອ້ອມຮອບນະຄອນ ຫຼວງພະບາງ ແລະ ເມືອງຈອມເພັດ ແຫຼ່ງຂ່າວຈາກ ແຂວງຫຼວພະບາງ ໃຫ້ຮູ້ວ່າ: ພິທີເຊັນສັນຍາໃນການສຳຫຼວດ-ອອກແບບ, ຄິດໄລ່ປະເມີນມູນຄ່າໂຄງການ, ຂຽນບົດວິພາກເສດຖະກິດ-ເຕັກນິກ, ສຶກສາຜົນກະທົບສິ່ງແວດລ້ອມ-ສັງຄົມ ເສັ້ນທາງວົງແຫວນອ້ອມຮອບນະຄອນ ຫຼວງພະບາງ ແລະ...

ຝູງສິງໂຕລຸມກັດກິນເຈົ້າໜ້າທີ່ສວນສັດຈົນເສຍຊີວິດ ຂະນະທີ່ເພື່ອນຮ່ວມງານເປີດເຜີຍຜູ້ເສຍຊີວິດບໍ່ເຄີຍລະເມີດກົດລະບຽບມາກ່ອນ

ສະຫຼົດ! ຝູງໂຕສິງລຸມກັດກິນເຈົ້າໜ້າທີ່ສວນສັດຈົນເສຍຊີວິດ ທີ່ສວນສັດແຫ່ງໜຶ່ງໃນກຸງເທບມະຫານະຄອນ ປະເທດໄທ. ສຳນັກຂ່າວໄທລາຍງານ ວັນທີ 10 ກັນຍາ 2025 ຜ່ານມາ, ກ່ຽວກັບເຫດການສຸດສະຫຼົດ ເມື່ອເຈົ້າທີ່ດູແລສວນສັດ ຖືກຝູງໂຕສິງລຸມກັດກິນ ຢູ່ສວນສັດຊາຟາລີເວີດ ໃນກຸງເທບມະຫານະຄອນ...

ສະຫະລັດເດືອດ! ຊາລີ ເຄິກ ນັກເຄື່ອນໄຫວຜູ້ສະໜັບສະໜູນ ທຣຳ ຜູ້ນຳສະຫະລັດ ຖືກລັກລອບຍິງເສຍຊີວິດ

ຊາລີ ເຄິກ ນັກເຄື່ອນໄຫວຜູ້ສະໜັບສະໜູນ ທຣຳ ຜູ້ນຳສະຫະລັດ ຖືກລັກລອບຍິງເສຍຊີວິດ ໃນຂະນະຮ່ວມງານໃນມະຫາວິທະຍາໄລ ຍູທາ. ສຳນັກຂ່າວ ບີບີຊີ ລາຍງານ ໃນວັນທີ 11 ກັນຍາ 2025...

ລາວກຽມພ້ອມພັດທະນາ ແບບຈຳລອງປັນຍາປະດິດ ເພື່ອໃຫ້ AI ປະມວນຜົນພາສາລາວໄດ້ຢ່າງຖືກຕ້ອງ

ເພື່ອພັດທະນາກໍ່ສ້າງແບບຈໍາລອງປັນຍາປະດິດຂະໜາດໃຫຍ່ ສໍາລັບ ສປປ ລາວ ແລະ ກໍ່ສ້າງຖານຂໍ້ມູນພາສາລາວໃຫ້ຄົບຖ້ວນ, ຖືກຕ້ອງ, ຊັດເຈນ ແລະ ສາມາດນໍາໃຊ້ເປັນພື້ນຖານສໍາລັບ AI ແລະ ການນໍາໃຊ້ດີຈີຕອນໃນ ສປປ...