Homeຂ່າວຕ່າງປະເທດຜູ້ຊ່ຽວຊານອົດສະຕາລີຊ່ວຍຊີ້ຈຸດຄົ້ນຫາໃຫມ່ສາຍການບິນມາເລເຊຍແອລາຍ ຖ້ຽວບິນ MH370

ຜູ້ຊ່ຽວຊານອົດສະຕາລີຊ່ວຍຊີ້ຈຸດຄົ້ນຫາໃຫມ່ສາຍການບິນມາເລເຊຍແອລາຍ ຖ້ຽວບິນ MH370

Published on

ເດວິດ ກີຟຟີນ, ນັກວິທະຍາສາດທາງທະເລ ຂອງອົງການວິໄຈວິທະຍາສາດ ແລະ ອຸດສາຫະກໍາເຄື່ອງຈັກອົດສະຕາລີ ສະແດງຄວາມຫວັງວ່າ ເຮືອຄົ້ນຫາ ໂອຊຽນອິນຟີນີຕີ້ ຂອງບໍລິສັດສຳຫລວດ ຈະພົບຮ່າງເຮືອບິນພາຍໃນເດືອນທຳອິດຂອງການຄົ້ນຫາເຊີ່ງເລີ່ມຂື້ນເມື່ອວັນຈັນທີ່ຜ່ານມານີ້.

ທາງການຂອງມາເລເຊຍໃຫ້ກຳນົດເວລາໃນການຄົ້ນຫາດົນເຖິງ 3 ເດືອນ ເຊີ່ງໄດ້ເຮັດຂໍ້ຕົກລົງສັນຍາຮ່ວມກັນວ່າຈະຈ່າຍຄ່າຈ້າງສູງສຸດເຖີງ 70 ລ້ານໂດລາສະຫະລັດ (ປະມານ 579ຕື້ກີບ) ເມື່ອພົບຮ່າງເຮືອບິນ ຫລື ກ່ອງດຳຂອງເຮືອບິນໂບອີ້ງ 777 ທີ່ພາຜູ້ໂດຍສານ ແລະ ລູກເຮືອຫາຍໄປເປັນຈຳນວນ 239 ຊີວິດ ຕັ້ງແຕ່ວັນທີ 8 ມີນາ 2015.

ເດວິດ ກີຟຟີນ ແລະ ຄະນະຜູ້ຊ່ຽວຊານວິເຄາະແບບຈຳລອງກະແສນໍ້າພັດພາຮ່າງເຮືອບິນ 3 ຮ່າງທີ່ໄດ້ຮັບການຢືນຢັນວ່າເປັນ MH370 ແລ້ວ, ໂດຍເລີ່ມຈາກໃນນ່ານນໍ້າທີ່ຢູ່ຫ່າງໄປຈາກເມືອງເພີກທ໌ ຂອງອົດສະຕາລີໄປທາງຕາເວັນຕົກຂ່ອນຕາເວັນຕົກສຽງໃຕ້ 2,000 ກິໂລແມັດ ແລະ ຂື້ນໄປທາງເຫນືອຈາກພື້ນທີ່ການຄົ້ນຫາຄັ້ງລ່າສຸດ ທີ່ຍຸດຕິລົງເດືອນມັງກອນ ຫລັງຈາກທີ່ບໍ່ພົບຄວາມຄືບຫນ້້າໃດໆ ຕະຫລອດການຄົ້ນຫາທົ່ວນ່ານນໍ້າ 120,000 ຕາລາງກິໂລແມັດ ດົນເປັນເວລາ 28 ເດືອນ.

ເຮືອຄົ້ນຫາໃຕ້ນໍ້າຊີເບດ ຄອນສະຕັກເຕີີ ມີເຄື່ອງມືໃນການຄົ້ນຫາໂດຣນອັດຕະໂນມັດເຖີງ 8 ໂຕ ຕິດເຄື່ອງສົ່ງສຽງສະທ້ອນໃຕ້ນໍ້າ ຫລື ໂຊນາ ແລະ ກ້ອງທີ່ສາມາດສຳຫລວດນໍ້າເລຶກໄດ້ສູງສຸດເຖີງ 6,000 ແມັດ ເຄື່ອນທີ່ໄດ້ 360ອົງສາ ແລະ ບໍ່ມີສາຍຕິດໂຕກ້ອງຄືໂດຣນ ທີ່ໃຊ້ໃນການຄົ້ນຫາໃນຄັ້ງກ່ອນ ຈື່ງຄິດວ່າຫນ້າຈະເກັບຂໍ້ມູນໃຕ້ນໍ້າໄດ້ລະອຽດຂື້ນ ແລະ ໄວຂື້ນ.

ນອກຈາກນີ້ ທາງດ້ານ ກີຟຟີນ ໄດ້ແຈ້ງເພີ່ມຕື່ມອີກວ່າ ຖ້າເປັນຮ່າງໃຫຍ່ໆ ເຊັ່ນ ເຄື່ອງຍົນ ແມ່ນອາດຈະຢູ່ໃນຈຸດທີ່ຊອກເຫັນຍາກ ຫລື ຖືກຝັງເລືກລົງໄປໃຕ້ທ້ອງທະເລ.

ແຫລ່ງຂ່າວຕ່າງປະເທດ TNA

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...