spot_img
Homeຂ່າວພາຍ​ໃນທະນາຄານໂລກປະຈຳ ສປປ ລາວເຜີຍ ທຸລະກິດທີ່ບໍ່ຖືກລະບຽບໃນລາວເປັນບັນຫາຮ້າຍແຮງ

ທະນາຄານໂລກປະຈຳ ສປປ ລາວເຜີຍ ທຸລະກິດທີ່ບໍ່ຖືກລະບຽບໃນລາວເປັນບັນຫາຮ້າຍແຮງ

Published on

ທະນາຄານໂລກປະຈຳ ສປປ ລາວໄດ້ເຜີຍແຜ່ລາຍງານທີ່ລະບຸກ່ຽວກັບຜົນຮ້າຍຂອງການດຳເນີນທຸລະກິດທີ່ບໍ່ຖືກລະບຽບ ແລະ ລັດຂັ້ນລັດຕອນ ໂດຍໄດ້ດຳເນີນການສຳຫຼວດວິສາຫະກິດຕ່າງໆຢູ່ໃນ ສປປ ລາວ ໃນປີ 2016 ເຊິ່ງ 77% ຂອງວິສາຫະກິດທີ່ຖືກສຳຫຼວດເປີດເຜີຍວ່າ ຕົນເອງໄດ້ແຂ່ງຂັນກັບຫົວໜ່ວຍທຸລະກິດນອກລະບົບ ຫຼື ບໍ່ໄດ້ຂຶ້ນທະບຽນ.

ນອກນັ້ນ ອີກ 40% ຂອງວິສາຫະກິດທີ່ເຂົ້າຮ່ວມໃນການສຳຫຼວດບອກວ່າ ການປະຕິບັດທີ່ບໍ່ເປັນທາງການເປັນບັນຫາທີ່ຮ້າຍ ແຮງ ແລະ ອີກ 27% ບອກວ່າການປະຕິບັດທີ່ບໍ່ເປັນທາງການເປັນປັນຫາທີ່ຮ້າຍແຮງທີ່ສຸດ. ໃນບົດລາຍງານໄດ້ລະບຸບັນດາການປະຕິບັດທີ່ບໍ່ເປັນທາງການເຊິ່ງບໍລິສັດທີ່ມີຂະໜາດຂ້ອນຂ້າງໃຫຍ່ປະຕິບັດ ແລະ ກາຍເປັນອຸປະສັກຮ້າຍແຮງຕໍ່ການດຳເນີນທຸລະກິດ ໃນນັ້ນປະກອບມີ: ການຂຶ້ນທະບຽນວິສາຫະກິດທີ່ບໍ່ຄົບຖ້ວນ, ການຫຼົບຫຼີກອາກອນ, ການຫຼີກເວັ້ນກົດລະບຽບທີ່ສັບສົນ ຫຼື ຫຍຸ້ງຍາກ, ວັດທະທຳໂດຍລວມກ່ຽວກັບການບໍ່ປະຕິບັດຕາມລະບຽບ ເຊິ່ງທັງໝົດນີ້ ໄດ້ສົງຜົນກະທົບຫຼາຍດ້ານ ໂດຍສະເພາະຜົນໄດ້ຮັບທີ່ບໍ່ຍຸຕິທຳ ເມື່ອບໍລິສັດທີ່ບໍປະຕິບັດຕາມກົດລະບຽບກົດໝາຍ ບໍ່ຊຳລະອາກອນຢ່າງຖືກຕ້ອງ ຕັດລາຄາໃຫ້ຕໍ່າກວ່າບໍລິສັດທີ່ດຳເນີນການຖືກຕ້ອງຕາມລະບຽບ ແລະ ເຮັດໃຫ້ລັດສູນເສຍລາຍຮັບ. ໃນລາຍງານຍັງລະບຸອີກວ່າ ນອກຈາກຜົນກະທົບຂ້າງເທິງນັ້ນແລ້ວ, ການປະຕິບັດທີ່ບໍ່ເປັນທາງການໃນການດຳເນີນທຸລະກິດໃນລາວຍັງເປັນ “ຄວາມໜ້າອັບອາຍຂອງຊາດ” ທີ່ສ່ອງແສງໃຫ້ເໜັ້ນເຖິງປັນຫາໃນໄລຍະຍາວຂອງການສໍ້ລາດບັງຫຼວງ ແລະ ການປະຕິບັດລະບຽບກົດໝາຍທີ່ບໍ່ພຽງພໍ. ແນວໃດກໍຕາມ ບົດລາຍງານດັ່ງກ່າວໄດ້ມີຂໍ້ສະເໜີແນະວ່າ: ບໍ່ມີລູກປືນນັດດຽວທີ່ສາມາດລຶບລ້າງບັນຫານີ້ໄດ້ໃນທັນທີທັນໃດ ແຕ່ວ່າ ລັດສາມາດຈັດການວິທີແກ້ໄຂປັນຫາໄດ້ໂດຍສຸມໃສ່ດ້ານໃດດ້ານໜຶ່ງ ຫຼື ທັງໝົດ ເຊິ່ງຂໍ້ສະເໜີແນະດັ່ງກ່າວປະກອບມີ ຂໍ້ສະເໜີຕົ້ນຕໍ ທີ່ລະບຸວ່າ ລັດຄວນກຳນົດບູລິິມະສິດການບໍລິການຜ່ານປະຕູດຽວທີ່ມີປະສິດທິພາບ ແລະ ສາມາດປະຕິບັດໄດ້, ສ້າງຄວາມເຂັ້ມແຂງໃຫ້ລະບົບສ່ວນສາອາກອນ, ລຶບລ້າງ ຫຼື ປັບປຸງຫຼັກການທີ່ບໍ່ຈຳເປັນ ແລະ ສັບສົນຫຍຸ້ງຍາກ ແລະ ປູກຝັງຈິດສຳນຶກຂອງປະຊາຊົນໃຫ້ສະໜັບສະໜູນການດຳເນີນທຸລະກິດທີ່ຖືກຕ້ອງ ແລະ ເໝາະສົມ. ສ່ວນຂໍ້ແນະນຳສຳຮອງ ບົດລາຍງານລະບຸວ່າ ລັດຄວນປັບປຸງລະບົບການວິເຄາະ, ຕິດຕາມ, ປະເມີນຜົນກ່ຽວກັບກົດໝາຍໃນປັດຈຸບັນ ແລະ ດຳເນີນການປະຕິຮູບໃຫ້ດີຂຶ້ນ ແລະ ແລກປ່ຽນ-ນໍາໃຊ້ຂໍ້ມູນທີ່ທັນກັບກຳນົດເວລາ ແລະ ເຊື່ອຖືໄດ້.


ແຫລ່ງຂ່າວ : World Bank Laos – ທະນາຄານໂລກ

ບົດຄວາມຫຼ້າສຸດ

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...