ຕອນທີ 16 ໄຂ້ຍຸງເປັນໃຈ (ຕໍ່)
ຄືນນີ້ມັງກອນອາສາເຝົ້າໄຂ້ຊ່ວຍພໍ່ກັບແມ່ມາລີ ທັງສາມຄົນມີການແບ່ງປັນເວລາເວນຍາມາລີ ແຕ່ຄືນນີ້ອາການຂອງມາລີຄ່ອນຂ້າງໜັກເພາະເປັນໄຂ້ຊ່ວຍວັນທີ ສາມອາການຈະຮຸນແຮງ ທັງສາມເລີຍບໍ່ໄດ້ຫລັບນອນ ມາລີທຽວເຂົ້າຫ້ອງນ້ຳຫຼາຍຄັ້ງ ແລະ ຍັງຮາກອີກ 2 ຄັ້ງ ອາການໜ້າເປັນຫ່ວງ ເຊິ່ງການທີ່ມັງກອນມາຊ່ວຍກໍ່ສາມາດເບົາແຮງພໍ່ແມ່ມາລີໄປໄດ້ຫຼາຍ ຈົນໄດ້ຮັບຄຳຊື່ນຊົມຈາກພໍ່ແມ່ຂອງມາລີ ແລະ ໃນໃຈຂອງມາລີກໍ່ຮູ້ສຶກຂອບໃຈມັງກອນບໍ່ໜ້ອຍ
ເຊົ້າຮູ່ງຂຶ້ນທີ່ໂຮງຮຽນ ມັງກອນມີອາການອິດເໝື່ອຍຢ່າງເຮັດໄດ້ຊັດເນື່ອງຈາກບໍ່ໄດ້ນອນທັງຄືນ
ເກສອນ: ຄືນນີ້ບໍ່ໄດ້ນອນທັງຄືນແມ່ນບໍ່
ມັງກອນ: ແມ່ນລ່ະ! ຄືນວານນີ້ອາການຂອງມາລີໜັກຫຼາຍ ທຸກຄົນທີ່ເຝົ້າຕ່າງກໍ່ບໍ່ໄດ້ນອນ ກວ່າຈະໄດ້ເສືອບຫຼັບກໍ່ຕອນໃກ້ແຈ້ງພີ່ແລ້ວ
ເກສອນ: ເປັນຫ່ວງມາລີກໍ່ເປັນຫ່ວງ! ແຕ່ຄົນເຝົ້າກໍ່ໜ້າເປັນຫ່ວງ ພັກຜ່ອນແນ່ເດີ້ເພິ່ນ
ມັງກອນ: ມາລີບໍ່ສະບາຍເຮົາຕ້ອງເຂັ້ມແຂງ
ເກສອນ: ເຂົ້າໃຈຢູ່ວ່າເພິ່ນເປັນຫ່ວງມາລີ ແຕ່ກໍ່ພັກຜ່ອນກ່ອນ ສວາຍນີ້ເພິ່ນຢ່າໄປຢາມມາລີເລີຍ ນອນພັກຜ່ອນກ່ອນເດີ້
ມັງກອນ: ບໍ່ໄດ້ເຮົາຕ້ອງໄປ
ເກສອນ: ຢ່າດື້
ໂທນີຢືນລຶບກະດານທີ່ຫ້ອງດ້ວຍທ່າທາງເຫງົາໆ ການທີ່ໃນຫ້ອງບໍ່ມີມາລີຢູ່ກໍ່ເຮັດໃຫ້ເຂົາຮູ້ສຶກແປກໆເຊັງໆເບື່ອໆ ຄືໃນຫ້ອງມັນຂາດສີສັນ ຫຼັງຈາກເຂົາທີ່ລຶບກະດານໂທນີໄດ້ຍ່າງຜ່ານໂຕະທີ່ນັ່ງຂອງມາລີ ແລະ ບັງເອີນໄດ້ຍິນທີ່ທັງສອງລົມກັນກໍ່ຮູ້ສຶກເປັນຫ່ວງມາລີຂຶ້ນມາກວ່າເກົ່າ ພັກທ່ຽງ ໂທນີກໍ່ໄປຢຽມມາລີທີ່ໂຮງໝໍພ້ອມກັບສອນໄຊ
ມາລີກັບເກສອນຢູ່ໃນຫ້ອງ
ມາລີ: ມັງກອນບໍ່ມານຳຫວະ
ເກສອນ: ມັນນອນພັກຜ່ອນ
ມາລີ: ຄືນນີ້ມັນບໍ່ໄດ້ນອນທັງຄືນ ຄິດໄປຄິດມາລາວກໍ່ອິຕົນມັນຢູ່ໃດ
ເກສອນ: ອິຕົນມັນກະຄົບມັນເປັນແຟນລ່ະກະແລ້ວ ມັນອອກຈະຊັດເຈນກັບເພິ່ນຂະໜາດນັ້ນ
ມາລີຖອນຫາຍໃຈ: ເຊົາເວົ້າເລື່ອງນີ້ເຖາະ ແຮງເວົ້າມາແຮງໜັກໃຈ ຖ້າເຮົາຄິດກັບມັນເກີນເພື່ອນກະດີຕວະ ເພິ່ນກໍ່ຮູ້ວ່າຄົນທີ່ເຂົາສົນໃຈມາຕະລອດແມ່ນໃຜ
ເກສອນ: ກະແມ່ນຢູ່! ແຕ່ນີ້ມັນກະສອງປີແລ້ວໃດ໋! ເຂົາເຫັນເພິ່ນຄອຍສົນໃຈໂທນີແຕ່ບໍ່ເຄີຍເຫັນໂທນີຈະມີທ່າທີສົນໃຈເພິ່ນກັບເລີຍ!
ມາລີ:ຄຳນີ້ແທງໃຈ
ເກສອນ: ເຂົາວ່າລອງພິຈາລະນາມັງກອນໄວ້ກໍ່ດີໃດ໋ເພິ່ນ ເຖິງແມ່ນວ່າມັນຈະບໍ່ຫຼໍ່ ບໍ່ຮຽນເກັ່ງເທົ່າໂທນີ ແຕ່ໂດຍລວມໆແລ້ວມັນກໍ່ແມນໃຊ້ໄດ້ໃດ໋ເວີ້ຍ
ໃນຂະນະທີ່ສອງສາວກຳລັງລົມກັນ ໂທນີກັບສອນໄຊກໍ່ເຂົ້າມາ
ມາລີທັກທາຍດ້ວຍຮອຍຍິ້ມ: ໂທນີ! ອ້າວສອນໄຊກໍ່ມານຳຫວະ
ໂທນີ ແລະ ສອນໄຊຍິ້ມຕອບກັບມາລີ
ເກສອນຫຼົບໜ້າບໍ່ກ້າສູ້ໜ້າສອນໄຊ ເພາະເມື່ອປີກາຍເຄີຍເຮັດບໍ່ດີໄວ້ກັບສອນໄຊ ຈົນສອນໄຊເອງເປັນຝ່າຍທັກທາຍເກສອນກ່ອນ
ສອນໄຊ: ອ້າວເກສອນຄືຫັນໜ້າໜີພວກເຂົາແບບນັ້ນ! ອາຍພວກເຂົາຫວະ
ເກສອນ: ບໍ່ບໍ່
ສອນໄຊ: ເຮັດແບບນັ້ນດຽວເໝື່ອຍໃດ໋ ເຂົາວ່າເພິ່ນຫັນມາດີກວ່າ
ເກສອນຄ່ອຍຫັນມາເບິ່ງສອນໄຊກັບໂທນີ ແລະ ຕ້ອງຮູ້ສຶກແປກໃຈເມື່ອເຫັນໃບໜ້າທີ່ເຕັມໄປດ້ວຍຄວາມສົດໃສຂອງສອນໄຊ ທັງທີ່ເກສອນເປັນຝ່າຍຫັກໜ້າຫັກອົກສອນໄຊເມືອປີນັ້ນ ແຕ່ຕ້ອງມຶນງົງເພາະສອນໄຊເປັນຝ່າຍທັກທາຍຕົນກ່ອນແບບບໍ່ເຄີຍມີເລື່ອງນັ້ນເກີດຂື້ນມາກ່ອນ
ຫຼັງເລີກຮຽນມັງກອນກຳລັງຂັບລົດມຸ່ງໜ້າມາຫາມາລີທີ່ໂຮງໝໍ ແຕ່ເມື່ອລາວຮັບໂທລະສັບຈາກທາງບ້ານກໍ່ຕ້ອງຟ້າວກັບບ້ານດ່ວນ ເນື່ອງຈາກຕູ້ຂອງລາວບໍ່ສະບາຍ ເລີຍເຮັດໃຫ້ວັນນີ້ມັງກອນບໍ່ໄດ້ມາເຝົ້າມາລີ
ເມື່ອມັງກອນມາຮອດເຮືອນກໍ່ຟ້າວຈອດລົດແລະແລ່ນເຂົ້າໄປຫາແມ່ຕູ້ໄວອາຍຸ 70 ປີທີ່ກຳລັງນອນຫຼັບ
ມັງກອນຖາມແມ່ບ້ານດ້ວຍສີໜ້າຕື່ນຕົກໃຈ: ແມ່ຕູ້ເພິ່ນເປັນຫຍັງຈິ່ງບໍ່ສະບາຍ
ແມ່ບ້ານ: ທ່ານໝໍບອກວ່າເປັນອາການປ່ວຍຂອງຄົນຊະຣາ ຊ່ວຍນີ້ອາກາດປ່ຽນແປງເລື່ອຍໆ ຮ່າງກາຍຂອງແມ່ຕູ້ປັບສະພາບບໍ່ທັນເລີຍລົ້ມປ່ວຍ
ມັງກອນ: ປ້າມີຫຍັງກໍ່ໄປເຮັດໄດ້ ສ່ວນທາງນີ້ຂ້ອຍສິດູແລເອງ
ມັງກອນຈັບມືແມ່ຕູ້ໄວ້ດ້ວຍສີໜ້າແວວຕາທີ່ວິຕົກກັງວົນ: ແມ່ຕູ້ຕ້ອງດີຂຶ້ນ! ຕ້ອງແຂງແຮງຕ້ອງກັບມາເລົ່ານິທານໃຫ້ຫຼານຟັງທຸກຄືນຄືແຕ່ກ່ອນ
ຫຼັງຈາກນັ້ນມັງກອນກໍ່ໂທຫາພໍ່ທີ່ເຮັດວຽກຢູ່ປັກກິ່ງ
ມັງກອນ: ພໍ່ແມ່ຕູ້ບໍ່ສະບາຍ! ພໍ່ຊ່ວຍກັບມາຢາມແມ່ຕູ້ໄດ້ບໍ່
ພໍ່ມັງກອນ: ພໍ່ກໍ່ຢາກໄປແຕ່ຊ່ວງນີ້ພໍ່ມີປະຊຸມຄົງໄປບໍ່ໄດ້ ຝາກລູກດູແລແມ່ຕູ້ໃຫ້ດີໆແທນພໍ່ກ່ອນເດີ້ ເມື່ອພໍ່ແລ້ວວຽກຈະຟ້າວກັບເມືອທັນທີ (ວາງສາຍ)
ມັງກອນກຳພ້າແມ່ຕັ້ງແຕ່ນ້ອຍ ພໍ່ກໍ່ແຕ່ງງານມີຄອບຄົວໃໝ່ ແຕ່ກໍ່ສົ່ງເງິນມາໃຫ້ມັງກອນໃຊ້ແບບບໍ່ຂັດສົນ ແລະ ດົນໆປີລະ 1-2 ເທື່ອຈິ່ງກັບມາຢາມມັງກອນກັບແມ່ຕູ້ ດັ່ງນັ້ນມັງກອນຈິ່ງມີແມ່ຕູ້ເທົ່ານັ້ນທີ່ເປັນທັງພໍ່ແລະແມ່ຂອງເຂົາ
ເກສອນໄດ້ຂ່າວວ່າແມ່ຕູ້ຂອງມັງກອນບໍ່ສະບາຍກໍ່ເລີຍມາຢາມພ້ອມກັບໝາກໄມ້
ເກສອນ: ແມ່ຕູ້ອາການເປັນແນວໃດແນ່
ມັງກອນ: ຕອນນີ້ຍັງຄົງທີ! ເຂົາຢ້ານນ່ະເພິ່ນເຂົາຢ້ານແມ່ຕູ້ຈະຈາກເຂົາໄປຄືກັບແມ່ທີ່ຈາກເຂົາໄປ
ເກສອນໄດ້ຈັບມືມັງກອນໄວ້ແໜ້ນ: ຢ່າກັງວົນຈົນເກີນເຫດ ແມ່ຕູ້ເພິ່ນພຽງເໝື່ອຍດຽວເພິ່ນໄດ້ນອນພັກຜ່ອນເໝື່ອຍ ແລະ ເພິ່ນກໍ່ຕື່ນຂຶ້ນມາເອງ! ເຊື່ອເຮົາ
ມັງກອນ: ເພິ່ນຄິດວ່າແມ່ຕູ້ເຂົາສິຕື່ນຂຶ້ນມາແທ້ໆຫວະ
ເກສອນ: ແທ້ລະເນາະ! ເພິ່ນເປັນມັງກອນເພິ່ນຢ່າອ່ອນແອ! ມັງກອນໄຫ້ແບບນີ້ສິໄດ້ປ່ຽນຊື່ເປັນງູນ້ອຍແທນລະຕີ້
ຄຳເວົ້າຂອງເກສອນເຮັດໃຫ້ມັງກອນຍິ້ມໄດ້
ມາລີເມື່ອໄດ້ຂ່າວວ່າແມ່ຕູ້ຂອງມັງກອນບໍ່ສະບາຍກໍ່ຮູ້ສຶກເປັນຫ່ວງ ຕົນເອງສິໄປຢາມກໍ່ບໍ່ໄດ້ ເພາະກໍ່ຍັງນອນຢູ່ໂຮງໝໍຈິ່ງໄດ້ໂທໄປຖາມອາການ
ມາລີ: ມັງກອນເປັນແນວໃດແມ່ຕູ້ເພິ່ນ
ມັງກອນ: ອາການຍັງຄົງທີ
ມາລີ: ຂໍໂທດເດີ້ທີ່ເຂົາໄປຢາມແມ່ຕູ້ເພິ່ນບໍ່ໄດ້! ແຕ່ກໍ່ຂໍໃຫ້ແມ່ຕູ້ເພິ່ນຫາຍປ່ວຍກັບມາແຂງແຮງໄວໆ
ມັງກອນ: ຂອບໃຈ! ແລ້ວເພິ່ນເດະມື້ນີ້ອາການເປັນແນວໃດໃຄແນ່ບໍ່
ມາລີ: ກໍ່ເລື່ອຍໆ
ມັງກອນ: ໂທດເດີ້ທີ່ຊ່ວງນີ້ອາດຈະບໍ່ໄດ້ມາດູແລເພິ່ນທັງທີ່ໃຈຢາກຈະເຮັດ! ແຕ່ແມ່ຕູ້ເຂົາກໍ່ບໍ່ມີໃຜ ຫວັງວ່າເພິ່ນຈະເຂົ້າໃຈ
ມາລີ: ເຂົາເຂົ້າໃຈ! ເພິ່ນບໍ່ຕ້ອງຫ່ວງທາງນີ້ມີຄົນດູແລເຂົາຫຼາຍແລ້ວ! ເພິ່ນເຮັດໜ້າທີ່ດູແລແມ່ຕູ້ໃຫ້ດີໆກໍ່ພໍ ໄວ້ເຂົາອອກໂຮງໝໍມື້ໃດຈະໄດຢາມແມ່ຕູ້ເພິ່ນເດີ້
ມັງກອນ: ຂອບໃຈ
ນີ້ເປັນແລງວັນສຸກມື້ອື່ນກໍ່ເປັນວັນເສົາ ໂທນີມາຢາມມາລີທີ່ໂຮງໝໍ ເຫັນສະພາບແມ່ຂອງມາລີອິດເໝື່ອຍແຮງຈິ່ງໃຫ້ກັບບ້ານໄປພັກຜ່ອນພ້ອມກັບແມ່ເມສາ ປ່ອຍໄວ້ພຽງໂທນີທີ່ຢູ່ເຝົ້າໄຂ້ແທນ ເມື່ອພໍ່ຂອງມາລີມາຮອດໂຮງໝໍ ກໍ່ມີນາຍໝໍຄົນໜຶ່ງເຂົ້າມາບອກວ່າມີຫ້ອງວ່າງແລ້ວ ດັ່ງນັ້ນ ມາລີຈິ່ງໄດ້ຍ້າຍໄປຢູ່ຫ້ອງພິເສດ
ຄືນນີ້ມີໂທນີກັບພໍ່ຫວັນເຝົ້າໄຂ້ມາລີ ຄືນນີ້ໄຄກວ່າວານນີ້ມາລີບໍ່ທຽວເຂົ້າຫ້ອງນ້ຳຫຼາຍ ແລະ ບໍ່ມີອາການຮາກຄືມື້ວານ ດັ່ງນັ້ນທັງຄົນໄຂ້ທັງຄົນເຝົ້າເລີຍໄດ້ນອນພັກຜ່ອນ ໂທນີຕື່ນມາກາງເດິກໃນຄ່ຳຄືນທີ່ງຽບສະຫງົບທ່າມກາງຜູ້ຄົນນອນຫຼັບສະໜິດ ໂທນີຄ່ອຍໆຍ່າງໄປຢືນຈ້ອງເບິ່ງໜ້າມາລີດ້ວຍສາຍຕາທີ່ອົບອຸ່ນ ຈາກນັ້ນບໍ່ຮູ້ວ່າມີສິ່ງໃດດົນບັນດານໃຈໃຫ້ໂທນີກົ້ມຕົວລົງຈູບມາລີທີ່ກຳລັງນອນບໍ່ໄດ້ສະຕິຢູ່ຢ່າງນຸ້ມນວນ
ເຊົ້າວັນຮຸ່ງຂຶ້ນໂທນີເຮັດຕົວປົກກະຕິຄືບໍ່ມີຫຍັງເກີດຂຶ້ນ ແຕ່ມາລີຍິ້ມໜ້າບານ
ໂທນີ: ຍິ້ມຫຍັງ! ຝັນຫຍັງອີກລ່ະ
ມາລີ: ຖ້າເຂົາຈະບອກວ່າມື້ຄືນນີ້ຂ້ອຍຝັນວ່າເຈົ້າ Kiss ຂ້ອຍເຈົ້າຈະວ່າຫຍັງບໍ່ (ມາລີທັງເວົ້າທັງເຂີນດຶງຜ້າຫົ່ມມາປົກໜ້າ)
ໂທນີ: ຟິນຫວະ (ໂທນີເວົ້າແລ້ວຫັນໜ້າໜີພ້ອມແອບຍິ້ມມຸມປາກ)
ມາລີ: ແຕ່ກໍ່ແປກຄວາມຝັນມັນຄ້າຍຄວາມຈິງທີ່ສຸດເລີຍ! ຖ້າເປັນໄປໄດ້ຖ້າຄືນນີ້ໄດ້ຝັນແບບນີ້ອີກໍ່ຄົງດີ
ໂທນີເຮັດໜ້າເຄັ້ມກົບເກືອ: ກະລຸນາຢ່າຄິດລາມົກກັບຂ້ອຍ! ເກງໃຈຂ້ອຍແນ່! ເຈົ້າຝັນແບບນີ້ຂ້ອຍເສຍຫາຍໃດ
ເມື່ອເວົ້າຈົບໂທນີກໍ່ລຸກອອກຈາກຕັ່ງ
ມາລີ: ເພິ່ນສິໄປໃສ!
ໂທນີ: ເມືອອາບນ້ຳພັກຜ່ອນ ພໍດີເມື່ອຄືນນີ້ຕ້ອງເຝົ້າຄົນປ່ວຍທັງຄືນ
ມາລີ: ແລ້ວຄືນນີ້ຈະມາເຝົ້າເຂົາອີກບໍ່
ໂທນີ້ຫັນຫຼັງຍ່າງອອກຫ້ອງດ້ວຍຮອຍຍິ້ມເຈົ້າເລ້ມືໜຶ່ງລູບທີ່ຮີບສົບເບົາໆ
ໃນຊ່ວງເວລາທີ່ມັງກອນຫ່າງກາຍມາລີ ເພາະຕ້ອງໄດ້ດູແລແມ່ຕູ້ທີ່ປ່ວຍຄືກັນ ກໍ່ມີໂທນີທີ່ມາຢູ່ເປັນເພື່ອນມາລີທຸກຄືນວັນ ທັງຊ່ວຍພາມາລີໄປເຂົ້າຫ້ອງນ້ຳ ແລະ ຊ່ວຍເລື່ອງແລ່ນຊື້ຢາ ນອກຈາກນັ້ນຍັງຊ່ວຍເອົາບົດຮຽນມາສອນມາລີໃນຊ່ວງທີ່ຢູ່ໂຮງໝໍອີກດ້ວຍ ເກສອນເອງກໍ່ວຸ້ນ ທັງໄປຮຽນ ທັງຕ້ອງແບ່ງເວລາມາຢາມເພື່ອນທີ່ປ່ວຍ ແລະ ຍັງຕ້ອງໄປຊ່ວຍມັງກອນດູແລແມ່ຕູ້ອີກຕ່າງຫາກ
ຄົບ 7 ວັນ ອາການປ່ວຍຂອງມາລີກໍ່ດີຂຶ້ນຈົນເຖິງຂັ້ນໝໍອະນຸຍາດໃຫ້ກັບບ້ານໄດ້
ຫຼັງຈາກກັບໄປຮຽນໄດ້ປົກກະຕິ ມາລີກໍ່ໄດ້ເສັງຄືນວິຊາທີ່ບໍ່ໄດ້ເສັງຊ່ວງທີ່ນາງບໍ່ສະບາຍ ແຕ່ຍ້ອນໂທນີຄອຍສອນເພິ່ມນາງຈິ່ງເຮັດຂໍ້ສອບໄດ້ຢ່າງ່າຍດາຍ
ມາລີ: ຂໍ້ສອບອອກຄືກັນກັບໂທນີສອນເຮົາເລີຍ! ແບບນີ້ກໍ່ຫວານໝູລ່ະເຮົາ
ໃນວັນເສົາເຊິ່ງເປັນວັນພັກໂຮງຮຽນມາລີໄດ້ນັດກັບເກສອນເພື່ອໄປຢາມແມ່ຕູ້ຂອງມັງກອນທີ່ເຮືອນ ແມ່ບ້ານໄດ້ພາມາລີ ແລະ ເກສອນໄປຫາມັງກອນທີ່ກຳລັງປ້ອນເຂົ້າແມ່ຕູ້ຢູ່ຫ້ອງນັ່ງຫຼິ້ນ ມັງກອນເຖິງວ່າຈະມີນິໃສເລືອດຮ້ອນຕາມພາສາໄວລຸ້ນ ແຕ່ອີກດ້ານເຂົາເປັນຄົນອ່ອນໂຍນກັບເດັກ, ຄົນເຖ້າແກ່ ແລະ ມີຄວາມສຸພາບກັບແມ່ຍິງ ແລະ ຜູ້ພິການຫຼາຍ ເກສອນໄດ້ມີໂອກາດາຊ່ວຍມັງກອນດູແລແມ່ຕູ້ຊ່ວງທີ່ແມ່ຕູ້ບໍ່ສະບາຍ ເລີຍຮູ້ສຶກປະທັບໃຈໃນດ້ານທີ່ອ່ອນໂຍນຂອງມັງກອນ ແລະ ພາບທີ່ເກສອນເຫັນໃນວັນນີ້ຍິ່ງເຮັດໃຫ້ນາງເບິ່ງມັງກອນໃນມຸມທີ່ຕ່າງອອກໄປຈາກເມື່ອກ່ອນ ເລີ່ມຮູ້ສຶກມັກແບບເກີນເພື່ອນ
ເກສອນຟ້າວຍ່າງມຸ່ງໜ້າໄປຫາແມ່ຕູ້ໄປນັ່ງລົງຂ້າງໆແລະຖາມດ້ວຍຮອຍຍິ້ມທີ່ສົດໃສ
ເກສອນ: ແມ່ຕູ້ກິນເຂົ້າແຊບບໍ່
ແມ່ຕູ້: ແຊບຫຼາຍເພາະມີຫຼານຊາຍຄອຍປ້ອນ
ມາລີ: ສະບາຍດີແມ່ຕູ້
ເກສອນ: ແມ່ຕູ້ນີ້ແມ່ນມາລີ ເພື່ອນຂອງຫຼານ ແລະ ມັງກອນ
ແມ່ຕູ້: ອໍ! ໜ້າຕາໜ້າຮັກດີ
ມັງກອນວາງຖ້ວຍເຂົ້າລົງ ດ້ວຍຄວາມຄິດຮອດມາລີຢ່າງທີ່ສຸດມັງກອນເລີຍຍ່າງໄປໄກ້ໆມາລີແລ້ວໂອບກອດນາງໂດຍບໍ່ແຄສາຍຕາຂອງຜູ້ໃດ ມາລີຮູ້ສຶກແປກໆເລີຍດັນມັງກອນອອກຈາກຕົນເອງພ້ອມທັງເວົ້າຄ່ອຍໆໃຫ້ໄດ້ຍິນກັນພຽງສອງຄົນ
ມາລີ: ເຮັດບ້າຫຍັງຂອງເພິ່ນນິ
ເກສອນຮູ້ສຶກບໍ່ພໍໃຈທີ່ເຫັນມັງກອນເຮັດແບບນີ້ອາດເປັນເພາະຄວາມຫຶງຫວງ ຫຼື ເປັນເພາະຫຍັງເກສອນກໍ່ຍັງສັບສົນໃຈຕົນເອງ,
ແມ່ຕູ້: ມັງກອນເປັນຫຍັງລູກເສຍມາລະຍາດກັບເພື່ອນແບບນີ້! ບໍ່ແມ່ນຄົນຮັກກັນເປັນຫຍັງຫຼານຈິ່ງໄປກອດເພື່ອນແບບນັ້ນ! ກັບເກສອນຫຼານກໍ່ກອດແບບນີ້ເບາະ
ມັງກອນຕອບແບບບໍ່ແຄຄວາມຮູ້ສຶກເກສອນເລີຍ: ເກສອນພຽງເພື່ອນ ແຕ່ຄົນນີ້ວ່າທີ່ຫຼານໄພ້ເຈົ້າໃນອານາຄົດ
ມາລີເຮັດຕາຂຽວແນມເບິ່ງໜ້າມັງກອນ: ເພິ່ນເວົ້າແບບນີ້ເຂົາບໍ່ມັກເລີຍ! ຖ້າຍັງບໍ່ຢຸດເຂົາສິກັບ
ເກສອນກໍ່ເບິ່ງມັງກອນດ້ວຍແວວຕາແດງຂຶ້ນມາ ຄຳທີ່ມັງກອນເວົ້າຢູ່ດີກໍ່ເຮັດໃຫ້ເກສອນຢາກໄຫ້ຂຶ້ນມາ ເຊິ່ງແມ່ຕູ້ມັງກອນເບິ່ງອອກວ່າເກສອນຄິດແນວໃດກັບຫຼານຂອງຕົນເອງ
ມັງກອນເຫັນສີໜ້າແວວຕາຂອງມາລີຈິງຈັງ ຈິ່ງໄດ້ປ່ອຍແຂນທີ່ກອດຄໍມາລີລົງແລະເວົ້າຕິດຕະລົກວ່າ: ເວົ້າຫຼິ້ນ! ຂຳໆ! ແນວບໍ່ໄດ້ເຫັນກັນດົນເລີຍຢາກອຳຫຼິ້ນຊັ້ນດອກ! ບໍ່ຄິດວ່າທຸກຄົນຈະຈິງຈັງຂະໜາດນີ້
ມາລີຖອນຫາຍໃຈໂລງອົກ: ແລ້ວໄປ! ແບບນີ້ຄ່ອຍຫາຍໃຈມ່ອນຂຶ້ນແນ່
ເມື່ອມາລີກັບເກສອນກັບໄປແມ່ຕູ້ຂອງມັງກອນກໍ່ໄດ້ເປີດໃຈລົມກັບຫຼານຊາຍ
ແມ່ຕູ້: ມານັ່ງໃກ້ໆຕູ້ມ່ະ! ແມ່ຕູ້ມີເລື່ອງຢາກເວົ້ານຳຫຼານ
ມັງກອນນັ່ງຂ້າງໆແມ່ຕູ້: ແມ່ຕູ້ມີເລື່ອງຫຍັງຈະເວົ້າກັບຫຼານ ເວົ້າມາເລີຍຫຼານພ້ອມຟັງ
ແມ່ຕູ້: ຄື! ຫຼານຢ່າຫາວ່າຄົນເຖົ້າຫຍຸ້ງເລື່ອງຂອງໄວລຸ້ນເລີຍເດີ້! ແມ່ຕູ້ເບິ່ງອອກວ່າຫຼານຊາຍຂອງຕູ້ມັກເພື່ອນທີ່ຊື່ມາລີຫຼາຍ ມາລີກໍ່ເປັນຄົນໜ້າຮັກ ແຕ່ແມ່ຕູ້ວ່າເກສອນເຂົາເປັນຄົນງາມ ແລະ ຈິດໃຈກໍ່ດີງາມຫຼານຄວນເກັບເກສອນໄວ້ເປັນຕົວເລືອກອີກຄົນໜ້າຈະດີ
ມັງກອນ: ໄວ້ມື້ໜ້າຫຼານຈະພາມາລີມາຢາມແມ່ຕູ້ເລື່ອຍໆ ແລ້ວແມ່ຕູ້ຈະໄດ້ຮູ້ວ່າມາລີກໍ່ມີຈິດໃຈດີງາມບໍ່ແພ້ເກສອນຄົນທີ່ແມ່ຕູ້ເອັນດູເລີຍ ແລະ ຫຼານຮັບຮອງວ່າແມ່ຕູ້ຕ້ອງເອັນດູມາລີ ບາງເທື່ອອາດເອັນດູຫຼາຍກວ່າເກສອນອີກຊ້ຳ
ແມ່ຕູ້: ເອົາລ່ະ! ເມື່ອຫຼານວ່າດີແມ່ຕູ້ກໍ່ວ່າດີ! ຫຼານມັກໃຜແມ່ຕູ້ກໍ່ມັກນຳ
(ແມ່ຕູ້ເບິ່ງອອກວ່າມາລີເປັນເດັກທີ່ໜ້າຮັກດັ່ງທີ່ມັງກອນບອກ ແລະ ແມ່ຕູ້ກໍ່ຮູ້ອີກວ່າມາລີບໍ່ມີແວວຕາໃຫ້ຫຼານສາຍຕົວເອງໃນທາງຊູ້ສາວຈັກໜ້ອຍ ຈັກວັນໜຶ່ງຫຼານຊາຍຕົວເອງຕ້ອງເຈັບປວດເພາະຮັກເຂົາຂ້າງດຽວ ແຕ່ກໍ່ບອກກັບຫຼານຊາຍໄປຕົງບໍ່ໄດ້ ແລະ ຫວັງວ່າມັງກອນຜູ້ເປັນຫຼານຊາຍຈະປ່ຽນໃຈມາມັກເກສອນຜູ້ຍິງທີ່ມີໃຈໃຫ້)