spot_img
Homeສຸຂະພາບ ແລະ ສີ່ງແວດລ້ອມຈຳນວນຜູ້ຕິດເຊື້ອ HIV ໃນລາວເພີ່ມຂຶ້ນກວ່າປີຜ່ານມາ

ຈຳນວນຜູ້ຕິດເຊື້ອ HIV ໃນລາວເພີ່ມຂຶ້ນກວ່າປີຜ່ານມາ

Published on

ທ່ານ ບຸນກອງ ສີຫາວົງ ລັດຖະມົນຕີວ່າການກະຊວງສາທາລະນະສຸກ ຖະແຫຼງວ່າ ນັບຈາກປີ 1990 ເປັນຕົ້ນມາຈົນເຖິງກາງປີ 2017 ໄດ້ກວດພົບຜູ້ຕິດເຊື້ອໄວຣັດ HIV ຈຳນວນ 12,600 ກວ່າຄົນຈາກການສຸ່ມກວດເລືອດພົນລະເມືອງລາວ 128,000 ກວ່າຄົນໃນທົ່ວປະເທດ. ໃນນີ້ປະກົດວ່າ ຜູ້ທີ່ເປັນພະຍາດ AIDS ແລ້ວກວ່າ 5,000 ຄົນ ແລະ ເສຍຊີວິດຍ້ອນພະຍາດ AIDS ຈຳນວນ 1,923 ຄົນ ຫາກແຕ່ຈາກສະພາບການຕົວຈິງກໍເຊື່ອວ່າມີຜູ້ຕິດເຊື້ອ HIV-AIDS ໃນລາວ ຫຼາຍກວ່າທີ່ປະກົດໃນສະຖິຕິດັ່ງກ່າວ.

ທັງນີ້ກໍເພາະວ່າ ສະພາວະການຕິດເຊື້ອ HIV-AIDS ໃນກຸ່ມປະຊາກອນລາວ ທີ່ອາຍຸລະຫວ່າງ 15-49 ປີທີ່ເຖິງແມ່ນວ່າຈະມີອັດຕາສະເລ່ຍພຽງແຕ່ 0.3 ເປີເຊັນເທົ່ານັ້ນ ແລະ ເປັນອັດຕາການຕິດເຊື້ອທີ່ຕໍ່າທີ່ສຸດໃນ ອາຊຽນ ດ້ວຍກັນກໍຕາມ, ຫາກແຕ່ກໍເປັນອັດຕາການຕິດເຊື້ອທີ່ເພີ່ມຂຶ້ນຈາກ 0.16 ເປີເຊັນ ໃນປີ 2003 ຫຼືເພີ່ມຂຶ້ນເກືອບໜຶ່ງເທົ່າຕົວນັ້ນເອງ.

ໂດຍອີງຕາມລາຍງານຂອງກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກຂອງລາວ ກໍລະບຸວ່າໃນປີ 2016 ມີປະຊາຊົນລາວ ບໍ່ໜ້ອຍກວ່າ 11,958 ຄົນທີ່ຕິດເຊື້ອ HIV-AIDS ໂດຍໃນນີ້ກໍຄິດເປັນເຖິງ 88 ເປີເຊັນ ທີ່ເປັນການຕິດເຊື້ອຈາກການມີເພດສຳພັນ ແລະ ກຸ່ມທີ່ມີຄວາມສ່ຽງສູງທີ່ສຸດກໍແມ່ນກຸ່ມຮັກຮ່ວມເພດຊາຍດ້ວຍກັນ. ຕິດຕາມດ້ວຍການຂາຍບໍລິການທາງເພດຂອງແມ່ຍິງທີ່ເພີ່ມຂຶ້ນຢ່າງໄວວາ ທີ່ລວມເຖິງກຸ່ມແຮງງານເຄື່ອນຍ້າຍ ແລະ ການຕິດເຊື້ອຂອງເດັກທີ່ເກີດຈາກແມ່ທີ່ເປັນ AIDS ດ້ວຍ.

ທັງນີ້ໂດຍນະຄອນຫຼວງວຽງຈັນ ເປັນເຂດທີ່ມີຜູ້ຕິດເຊື້ອ HIV-AIDS ຫຼາຍທີ່ສຸດໃນລາວ ຄິດເປັນ 40.5 ເປີເຊັນ ຕິດຕາມດ້ວຍ ສະຫວັນນະເຂດ, ຈຳປາສັກ, ຫຼວງພະບາງ, ຄຳມ່ວນ ແລະ ແຂວງວຽງຈັນ ຕາມລຳດັບ ໂດຍໃນປີ 2014-2016 ມີຜູ້ເສຍຊີວິດຍ້ອນພະຍາດ AIDS ໄປຫຼາຍກວ່າ 370 ຄົນ ແລະ ສະເພາະໃນ 6 ເດືອນຕົ້ນປີ 2017 ກໍກວດພົບຜູ້ຕິດເຊື້ອ HIV-AIDS ລາຍໃໝ່ 723 ຄົນ ຈຶ່ງເຊື່ອວ່າຈະມີຜູ້ຕິດເຊື້ອ HIV-AIDS ເພີ່ມຂຶ້ນເກີນກວ່າ 13,000 ຄົນໃນທ້າຍປີ 2017 ນີ້.

ແຕ່ຢ່າງໃດກໍຕາມ ສູນຕ້ານພະຍາດ HIV-AIDS ແລະ ພະຍາດຕິດຕໍ່ໃນ ລາວ ກໍລາຍງານວ່າໃນປັດຈຸບັນ ມີປະຊາຊົນ ລາວ 3 ກຸ່ມດ້ວຍກັນທີ່ຖືວ່າເປັນກຸ່ມປະຊາກອນທີ່ມີຄວາມສ່ຽງສູງສຸດທີ່ຈະຕິດເຊື້ອພະຍາດ HIV-AIDS ເພື່ອເພີ່ມຂຶ້ນຢ່າງຕໍ່ເນື່ອງ ຊຶ່ງປະກອບດ້ວຍກຸ່ມແມ່ຍິງລາວ ທີ່ຂາຍບໍລິການທາງເພດ ກຸ່ມຮັກຮ່ວມເພດດຽວກັນ ແລະ ກຸ່ມທີ່ຊົມໃຊ້ຢາເສບຕິດດ້ວຍການສີດເຂົ້າເສັ້ນເລືອດ ດ້ວຍເຫດນີ້ ທາງການລາວຈຶ່ງໃຫ້ຄວາມສຳຄັນກັບກຸ່ມສ່ຽງດັ່ງກ່າວເປັນພິເສດ ລວມເຖິງການໂຄສະນາໃນສະຖານສຶກສາດ້ວຍ. ດັ່ງທີ່ເຈົ້າໜ້າທີ່ຂັ້ນສູງໃນສູນຕ້ານພະຍາດ AIDS ແຫ່ງຊາດ ລາວໄດ້ໃຫ້ການຢືນຢັນວ່າ:

“ການເຮັດວຽກແບ່ງເປັນ 2 ລັກສະນະ, ລັກສະນະໂຕທີໜຶ່ງກໍເພັ່ງເລັງໃສ່ໃນການຄວບຄຸມກຸ່ມທີ່ມີຄວາມສ່ຽງສູງ ໂດຍສະເພາະແມ່ນ ໄດ້ຮ່ວມກັບບັນດາພວກ NGOs ພວກອົງການຈັດຕັ້ງທາງສັງຄົມ ທີ່ເຂົາເຈົ້າເຮັດວຽກກັບກຸ່ມສາວບໍລິການ ກັບກຸ່ມຊາຍທີ່ມີເພດສຳພັນກັບຊາຍ ນອກຈາກນັ້ນຍັງມີໂຮງຮຽນເຮັດຫຼັກສູດການຝຶກອົບຮົມ ການໂຄສະນາຕ່າງໆ ຖືວ່າເປັນຈຸດເດັ່ນຂອງ ລາວ ໃນການໂຕ້ຕອບໃນບັນຫາເລື່ອງພະຍາດເອດ.”

ທັງນີ້ ໂດຍຈາກການເກັບກຳຂໍ້ມູນພາກສະໜາມໃນຂັ້ນເບື້ອງຕົ້ນເມື່ອບໍ່ນານມານີ້ ກໍເຮັດໃຫ້ທາງການ ລາວ ໄດ້ປະເມີນສະພາບການວ່າມີແມ່ຍິງ ລາວ ຫຼາຍກວ່າ 15,340 ຄົນທີ່ຂາຍບໍລິການທາງເພດເປັນອາຊີບ ໃນນີ້ 70 ເປີເຊັນໄດ້ຮັບການກວດເລືອດເປັນປະຈຳ ໃນຂະນະດຽວກັນກໍມີຜູ້ຊາຍຫຼາຍກວ່າ 58,320 ຄົນທີ່ຮັກຮ່ວມເພດດຽວກັນ ແລະ ອີກຫຼາຍກວ່າ 50,000 ຄົນນັ້ນຢູ່ໃນກຸ່ມທີ່ຊົມໃຊ້ຢາເສບຕິດເປັນປະຈຳ ໂດຍສະເພາະແມ່ນກຸ່ມທີ່ຊົມໃຊ້ຢາເສບຕິດດ້ວຍການສີດເຂົ້າເສັ້ນເລືອດນັ້ນ ນັບເປັນກຸ່ມປະຊາກອນທີ່ຕິດເຊື້ອ HIV-AIDS ເພີ່ມຂຶ້ນຢ່າງວ່ອງໄວທີ່ສຸດ.

ຊຶ່ງດ້ວຍສະພາບການດັ່ງກ່າວນີ້ ກະຊວງສາທາລະນະສຸກຂອງ ລາວ ຈຶ່ງໃຫ້ຄວາມສຳຄັນເປັນພິເສດທີ່ຈະເພີ່ມປະສິດທິພາບຂອງການໃຫ້ບໍລິການປິ່ນປົວ ແລະ ຮັກສາສຸຂະພາບແກ່ຜູ້ຕິດເຊື້ອພະຍາດໃຫ້ທົ່ວເຖິງ ແລະ ພຽງພໍກັບສະພາບບັນຫາຕົວຈິງ ລວມເຖິງການສ້າງສະພາບແວດລ້ອມ ທີ່ເອື້ອຕໍ່ການຕອບໂຕ້ເຊື້ອພະຍາດທີ່ມີປະສິດທິຜົນຫຼາຍໃນປີ 2020 ຕໍ່ໄປ. ຫາກແຕ່ວ່າໃນປັດຈຸບັນນີ້ກັບມີຜູ້ຕິດເຊື້ອ HIV-AIDS ພຽງ41 ເປີເຊັນເທົ່ານັ້ນທີ່ມີໂອກາດໄດ້ຮັບຢາຕ້ານ HIV-AIDS ຈາກທາງການລາວ.

 

ແຫລ່ງຂ່າວ: VOA

ບົດຄວາມຫຼ້າສຸດ

ສປປ ລາວ ແລະ ສ ອາເມລິກາ ຈະສືບຕໍ່ແກ້ໄຂບັນຫາທີ່ຍັງຄົງຄ້າງຮ່ວມກັນ

ສປປ ລາວ ແລະ ສ ອາເມລິກາ ຈະສືບຕໍ່ແກ້ໄຂບັນຫາທີ່ຍັງຄົງຄ້າງຮ່ວມກັນ ໃນທ້າຍເດືອນກັນຍາ 2025 ຜ່ານມານີ້, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ...

ສສກ ຈະສຸມໃສ່ປະຕິຮູບລະບົບການສຶກສາ ສາຍສາມັນ ຈາກ 5+4+3 ເປັນ 6+3+3

ອົງຄະນະພັກ ສສກ ຈະສຸມໃສ່ປະຕິຮູບລະບົບການສຶກສາ ສາຍສາມັນ ຈາກ 5+4+3 ເປັນ 6+3+3 ສະຫາຍ ຮສ.ປອ ທອງສະລິດ ມັງໜໍ່ເມກ ເລຂາທິການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ລັດຖະມົນຕີ...

ແຈ້ງເຕືອນຈາກກົມໃຫຍ່ຕຳຫຼວດ ໃຫ້ລະວັງ 10 ລັກສະນະການກໍ່ເຫດທີ່ເປັນການສໍ້ໂກງຊັບ ຖ້າພົບເຫັນເຫດລັກສະນະນີ້ ສາມາດແຈ້ງດຳເນີນຄະດີໄດ້

- ອີງຕາມ ຂໍ້ຕົກລົງຂອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ລົງວັນທີ 05 ມັງກອນ 2022 ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງກົມໃຫຍ່ຕໍາຫຼວດ. ເພື່ອປ້ອງກັນ ບໍ່ໃຫ້ທຸກຄົນໃນສັງຄົມ ຕົກເປັນເຫຍື່ອຂອງກຸ່ມແກ້ງສໍ້ໂກງຊັບທາງໂທລະຄົມ ແລະ...

ປະຫວັດບໍ່ທຳມະດາ ກໍລະນີແມ່ຕູ້ຄົນໄຕ້ຫວັນຖືກຖີບເທິງລົດໄຟຕອນນີ້ ຖືກກັກໂຕພ້ອມດຳເນີນຄະດີແລ້ວ

ໃນວັນທີ 01/10/2025 ທີ່ຜ່ານມາ, ສຳນັກຂ່າວໃນໄຕ້ຫວັນໄດ້ລາຍງານວ່າ ມີເຫດບໍ່ຄາດຄິດກ່ຽວກັບຜູ້ສູງ ກໍລະນີແມ່ຕູ້ທີ່ຖືກຍິງສາວປະເພດສອງ (LGBTQ) ຖີບຢູ່ໃນລົດໄຟ ໃນວັນທີ 29/09/2025 ທີ່ຜ່ານມາ, ເຊິ່ງກຳລັງເປັນກະແສດັງໃນໃນສື່ສັງຄົມອອນລາຍໃນປັດຈຸບັນ.ສາເຫດເກີດຈາກການຍາດບ່ອນນັ່ງພິເສດພາຍໃນຂະບວນລົດໄຟແຫ່ງໜຶ່ງໃນໄຕ້ຫວັນ ເນື່ອງຈາກບ່ອນນັ່ງນັ້ນເປັນບ່ອນຂອງຜູ້ສູງອາຍຸ ແມ່ຕູ້ິເລີຍພະຍາຍາມໄລ່ຍິງສາວປະເພດສອງອອກຈາກບ່ອນນັ່ງ...