spot_img
Homeຂ່າວການສຶກສາຕົວເລກງົບປະມານທີ່ໃຊ້ເຂົ້າໃນການພັດທະນາດ້ານການສຶກສາໃນລາວ

ຕົວເລກງົບປະມານທີ່ໃຊ້ເຂົ້າໃນການພັດທະນາດ້ານການສຶກສາໃນລາວ

Published on

ຕາມ​ຮ່າງ​ມະຕິ​ຂອງ​ກອງ​ປະຊຸມ​ສະພາ​ແຫ່ງ​ຊາດ ​ວ່າ​ດ້ວຍການ​ຮັບຮອງ​ເອົາ​ບົດ​ລາຍ​ງານລັດຖະບານ​ ກ່ຽວ​ກັບ​ການຈັດຕັ້ງປະຕິບັດ​ແຜນ​ພັດທະນາ​ເສດ​ຖະກິດ-ສັງຄົມ 6 ເດືອນ​ຕົ້ນ​ປີ ຄາດຄະເນ​ໝົດ​ປີ 2017 ແລະ ແຜນການ​ປີ 2018 ໄດ້​ຮັບຮອງ​ເອົາແຜນ​ງົບປະມານ​ແຫ່ງ​ລັດ ປີ 2018 ຕາມ​ການ​ສະເໜີ​ຂອງ​ລັດຖະ​ບານ ຄື: ລາຍ​ຮັບ​ທັງ​ໝົດ 24.452 ຕື້​ກີບ ໃນ​ນັ້ນ ລາຍ​ຮັບພູດ​ສູນ​ກາງ 20.472 ຕື້​ກີບ ແລະ ລາຍ​ຮັບ​ພູດ​ທ້ອງຖິ່ນ 4.979 ຕື້​ກີບ ລາຍ​ຈ່າຍ​ທັງ​ໝົດ 32.809 ຕື້​ກີບ ໃນ​ນັ້ນ ລາຍ​ຈ່າຍພູດ​ສູນ​ກາງ 23.832 ຕື້​ກີບ ແລະ ລາຍ​ຈ່າຍ​ພູດ​ທ້ອງຖິ່ນ 8.977 ຕື້​ກີບ ສ່ວນ​ການ​ຂາດດຸນ​ງົບປະມານ 7.357 ຕື້​ກີບ ເທົ່າ​ກັບ 4,92% ຂອງ GDP ແລະ ແຫຼ່ງ​ດຸນ​ດ່ຽງ​ງົບປະມານ 7.357 ຕື້​ກີບ.

ຄຽງ​ຄູ່​ນັ້ນ ກໍ່​ໄດ້​ຮັບຮອງ​ເອົາການ​ແບ່ງ​ງົບປະມານ​ລາຍ​ຈ່າຍ ໃຫ້​ຂະແໜງການ​ສະເພາະ ຄື: ຂະແໜງການ​ສຶກ​ສາ​ທິ​ການ ແລະ ກີລາ 4.004,53 ຕື້​ກີບ ໃນ​ນີ້ ລາຍ​ຈ່າຍ​ບໍລິຫານ​ປົກກະຕິ 3.390,38 ຕື້​ກີບ ລາຍ​ຈ່າຍ​ລົງທຶນ 614,15 ຕື້​ກີບ ໃນ​ນັ້ນ ທຶນຈາກ​ງົບປະມານ​ລັດ 102,21 ຕື້ກີບ ເຊິ່ງ​ມອບ​ໃຫ້​ຂະແໜງການກ່ຽວຂ້ອງ ​ຈັດ​ສັນ​ເຂົ້າ​ໃສ່​ໂຄງການສືບຕໍ່​ໂຄງການ​ສົມທົບ​ທຶນກັບ​ຕ່າງປະເທດ​ຕາມ​ສັນຍາ ສຳລັບ​ໂຄງການ​ສະເໜີ​ໃໝ່​ໃຫ້​ສຸມໃສ່​ການ​ກໍ່ສ້າງ​ພື້ນຖານ​ໂຄງ​ລ່າງ ໃນ​ບັນດາ​ເມືອງ​ທີ່​ທຸກ​ຍາກ​ຢ່າງ​ມີຈຸດ​ສຸມ ແລະ ຂະແໜງ​ສາ​ທາ​ລະນະ​ສຸກ 2.505,99 ຕື້​ກີບ ໃນ​ນີ້ ລາຍ​ຈ່າຍ​ບໍລິຫານ​ປົກກະຕິ 1.660,28 ຕື້​ກີບ ລາຍ​ຈ່າຍ​ລົງທຶນ 845,71 ຕື້​ກີບ ໃນ​ນັ້ນ ທຶນງົບປະມານ​ຂອງ​ລັດ 52,79 ຕື້ກີບ ມອບ​ໃຫ້​ຂະແໜງການ​ກ່ຽວຂ້ອງ​ຈັດ​ສັນ​ເຂົ້າ​ໃສ່​ໂຄງການ ສືບຕໍ່​ໂຄງການ​ສົມທົບ​ທຶນ​ກັບ​ຕ່າງປະເທດ​ຕາມ​ສັນຍາ ສຳລັບ​ໂຄງການ​ສະເໜີ​ໃໝ່​ໃຫ້​ສຸມ​ໃສ່​ການກໍ່ສ້າງ ປັບປຸງ​ສຸກສາລາ ແລະ ບາງ​ໂຮງໝໍ​ເມືອງ​ ທີ່​ເປັນ​ຈຸດ​ໃຈກາງຂອງ​ການ​ບໍລິການ​ສາ​ທາ​ລະນະ​ສຸກ​ຂັ້ນ​ພື້ນຖານ ອຸປະກອນການ​ແພດ​ທີ່​ຈຳເປັນ​ໃຫ້​ບັນດາເມືອງ​ທີ່​ທຸກ​ຍາກ​ຢ່າງ​ມີ​ຈຸດ​ສຸມ ແລະ ກອງ​ທຶນ​ຄົ້ນຄວ້າ​ວິທະຍາສາດ 28 ຕື້​ກີບ ເທົ່າ​ກັບ 1% ຂອງ​ລາຍ​ຈ່າຍ​ທັງ​ໝົດ.

 

ແຫລ່ງຂ່າວ: ໜັງສືພິມ ວຽງຈັນໃໝ່

ບົດຄວາມຫຼ້າສຸດ

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...