ສປປ ລາວ ກຳລັງຢູ່ໃນໄລຍະຂ້າມຜ່ານຂອງການພັດທະນາ ເຊິ່ງມີຄວາມຈຳເປັນດ້ານທຶນຮອນ ເພື່ອເຂົ້າມາພັດທະນາຢູ່ແຕ່ລະຂົງເຂດເພື່ອຍົກລະດັບຊີວິດການເປັນຢູ່ຂອງປະຊາຊົນບັນດາເຜົ່າໃຫ້ດີຂຶ້ນ ເທື່ອລະກ້າວ ໂດຍສະເພາະ ແມ່ນຂີດໜາຍໃຫຍ່ກໍ່ຄືກ້າວອອກຈາກບັນຊີຄວາມດ້ອຍພັດທະນາໃນປີ 2020.
ນັກເສດຖະສາດໃນຫຼາຍສຳນັກ ລວມທັງໃນພາກລັດ ແລະ ເອກະຊົນ ໃຫ້ສຽງສ່ວນໃຫຍ່ວ່າ: ເຖິງ ແມ່ນວ່າລັດຖະບານລາວຈະພົບກັບບັນຫາໜີ້ສິນຄຸມເຄືອ ຈາກການກູ້ຢືມມາລົງທຶນໃສ່ສາທາລະນຸປະໂພກ ປະມານ 50%-60% ຂອງລາຍໄດ້ເສດຖະກິດແຫ່ງ ຊາດ, ຈຳນວນໜີ້ສິນທີ່ກູ້ຢືມມາສ່ວນໃຫຍ່ແມ່ນມາຈາກທະນາຄານໂລກ, ADB, IFC ທີ່ເປັນດອກເບ້ຍຕ່ຳໄລຍະຍາວ ເພື່ອນຳມາສຸມໃສ່ກໍ່ສ້າງພື້ນຖານໂຄງລ່າງ, ການສຶກສາ, ສາທາລະນະສຸກ ເປັນຕົ້ນ ດ້ວຍການຍົກລະດັບຊີວິດການເປັນຢູ່ຂອງປະຊາຊົນໃຫ້ດີຂຶ້ນເທື່ອລະກ້າວ ຕາມແຜນຍຸດທະສາດໄລຍະສັ້ນ, ກາງ ແລະ ໄລຍະຍາວທີ່ວາງໄວ້.
ການເພີ່ມຂຶ້ນໜີ້ສິນຂອງລັດຖະບານເພື່ອມາພັດທະນາປະເທດ ບໍ່ແມ່ນໜີ້ສິນທີ່ເປັນຕາຢ້ານພໍປານໃດ? ເພາະຖືວ່າຍັງຈັດຢູ່ໃນປະເພດໜີ້ດີ ເນື່ອງຈາກປະຊາຊົນຈະໄດ້ຜົນປະໂຫຍດໃນອະນາຄົດ.
ຢ່າງໃດຕາມ, ລັດຖະບານຄວນຈະມີການບໍລິຫານໜີ້ທີ່ມີຢູ່ແບບເປັນຂັ້ນເປັນຕອນ ເພື່ອບໍ່ໃຫ້ມີຄວາມສ່ຽງ ໂດຍສະເພາະແມ່ນໜີ້ສິນທີ່ຕ້ອງຊຳລະປີ 2018 ກໍ່ຕ້ອງໄດ້ຈັດສັນປັນສ່ວນໃຫ້ລະອຽດ, ສ່ວນງົບປະມານທີ່ຈະຕ້ອງໄດ້ລົງທຶນສຸມໃສ່ໃນຂະແໜງຕ່າງໆກໍ່ຕ້ອງໃຫ້ມີຄວາມຊັດເຈນ ແລະ ກຳນົດແຜນຊຳລະຢ່າງລະອຽດ, ຊັດເຈນ ລວມທັງແຜນຮັບມືໄພພິບັດແຫ່ງຊາດ ນຳອີກ.
ແຫລ່ງຂ່າວ: ເສດຖະກິດ-ການຄ້າ