Homeຂ່າວຕ່າງປະເທດປະເດັນສຳຄັນລະດັບໂລກໃນການຮັບຮອງເອົາເມືອງ ເຢຣູຊາເລັມ ເປັນເມືອງຫລວງຂອງ ອິດສະຣາແອນ

ປະເດັນສຳຄັນລະດັບໂລກໃນການຮັບຮອງເອົາເມືອງ ເຢຣູຊາເລັມ ເປັນເມືອງຫລວງຂອງ ອິດສະຣາແອນ

Published on

ສືບເນື່ອງມາຈາກການປະກາດຮັບຮອງເອົາ ນະຄອນເຢຣູຊາເລັມ ເປັນເມືອງຫລວງຂອງ ປະເທດອິດສະຣາແອນ ທ່າມກາງສຽງວິຈານ ແລະ ຕຳນິຈາກຜູ້ນຳປະເທດທົ່ວໂລກວ່າ ເປັນການກໍ່ໄຟຄວາມຂັດແຍ້ງ ແລະ ທຳລາຍສັນຕິພາບໃນແຖບຕາເວັນອອກກາງຂອງ ຜູ້ນຳປະເທດສະຫະລັດອາເມລິກາ ໂດນອລ ທຣໍ້າ.

 

        US President Donald Trump 

ໃນວັນທີ 6 ທັນວາ 2017 ທີຜ່ານມາປະທານປະເທດສະຫະລັດອາເມລິກາ ໂດນອລ ທຣໍ້າ ໄດ້ຖະແຫລງການລົງນາມປະກາດຮັບຮອງເອົາ ນະຄອນເຢຣູຊາເລັມ ເປັນເມືອງຫລວງຂອງ ປະເທດອິດສະຣາແອນ ຢ່າງຊັດເຈນ, ເນື່ອງຈາກຄຳສັ່ງເລື່ອນການບັງຄັບໃຊ້ກົດຫມາຍວ່າດ້ວຍການສ້າງຕັ້ງສະຖານທູດສະຫະລັດອາເມລິກາ ໃນປະເທດອິດສະຣາແອນ ທີ່ມີຜົນຕັ້ງແຕ່ປີ 1995 ແລະ ຕ້ອງຕໍ່ເວລາ ທຸກໆ 6 ເດືອນ ທີ່ຫມົດອາຍຸລົງໃນວັນທີ 4 ທັນວາຜ່ານມານີ້.

 

ດັ່ງທີ່ຮູ້ກັນດີວ່າ ເມືອງດັ່ງກ່າວ ແມ່ນມີບົດບາດສຳຄັນຫລາຍຕໍ່ທາງສາດສະຫນາ ມຸດສະລິມ, ຍິວ ແລະ ຄິສ ເພາະມີສະຖານທີ່ສັກສິດຫລາຍແຫ່ງ ແຕ່ມັນກໍມີຄວາມສຳຄັນທາງດ້ານການເມືອງຢ່າງສູງເຊັ່ນກັນ.

ວັນທີ 17/12/2017 ທີ່ຜ່ານມາ ສຳນັກຂ່າວຕ່າງປະເທດ ລາຍງານວ່າກຸ່ມຜູ້ຊຸມນຸມປາເລສໄຕລ໌ ປະມານ 30 ຄົນ ລວມຕົວບໍລິເວນໂບສພຣະຄິສສົມພົບ ເຊີ່ງເຊື່ອວ່າ ເປັນສະຖານທີ່ປະສູດຂອງພະເຍຊູ ໃນເມືອງເບຣເລເຮມ ພ້ອມທັງຈຸດໄຟເຜົາປ້າຍ ທີ່ມີຮູບຂອງ ໄມຄ໌ ເພນຊ໌ ຮອງປະທານປະເທດ ແລະ ໂດນອລ ທຣໍ້າ ຜູ້ນຳສະຫະລັດອາເມລິກາ ໃນການຮອງຮັບເອົາເມືອງຫລວງດັ່ງກ່າວ ເປັນເມືອງຫລວງແຫ່ງ ປະເທດອິດສະຣາແອນ. ຖືວ່າເປັນການປະທ້ວງຄັ້ງໃຫຍ່ສຸດ ນັບຕັ້ງແນ່ຜູ້ນຳສະຫະລັດ ໄດ້ປະກາດຮັບຮອງ ນະຄອນເຢຣູຊາເລັມ ແລະ ຊາວມຸດສະລິມອີກ 80.000 ຄົນ ໃນເມືອງຈາກາຕາ, ປະເທດ ອິນໂດເນເຊຍ ໄດ້ຮ່ວມຕົວກັນດ້ານນອກ ສະຖານທູດ ອາເມລິກາ ປະຈຳນະຄອນຫລວງຈາກາຕ້າ ແລະ ບໍລິເວນອອ້ອມອານຸສາວະລີແຫ່ງຊາດ ເພື່ອປະທ້ວງຕໍ່ຕ້ານການຮັບຮອງ ນະຄອນເຍລູຊາເລັມ ເປັນເມືອງຫລວງຂອງປະເທດອິດສະຣາແອນ.

ໃນການຊຸມນຸມຄັ້ງນີ້ແມ່ນຈຸດປະສົງ ເພື່ອປະທ້ວງຕໍ່ຕ້ານການຮັບຮອງ ນະຄອນເຢຣູຊາເລັມ ເປັນເມືອງຫລວງຂອງປະເທດອິດສະຣາແອນ. ກ່ອນທີ່ຮອງປະທານປະເທດ ສະຫະລັດອາເມລິກາ ຈະເດີນທາງໄປ ປະເທດອິດສະຣາແອນ ແລະ ຂົງເຂດຕາເວັນອອກກາງຢ່າງເປັນທາງການ ໃນວັນທີ 20 ທັນວາ ນີ້.

ດ້ານນັກການທູດປະຈຳອົງການສະຫະປະຊາຊາດ ກ່າວວ່າ ຄະນະລັດຖະມົນຕີຄວາມຫມັ້ນຄົງແຫ່ງສະຫະປະຊາຊາດ ຫລື UNSC ກຽມຄັດຄ້ານການຮັບຮອງ ນະຄອນເຍລູຊາເລັມ ເປັນເມືອງຫລວງຂອງປະເທດອິດສະຣາແອນ, ເນື່ອງຈາກການຕັດສິນໃຈໃນຄັ້ງນີ້ ແມ່ນກໍໃຫ້ເກີດຄວາມຂັດແຍ້ງຢ່າງໃຫຍ່ຫລວງລະຫວ່າງປະເທດ ຂະນະນີ້ມີຫລາຍຝ່າຍຄາດການວ່າ ສະຫະລັດອາເມລິາ ຄົງຈະໃຊ້ສິດຍັບຢັ້ງການລົງມະຕິຄັດຄ້ານໃນມື້ນີ້.

 

ຮ່າງມະຕິຄະນະລັດຖະມົນຕີູວາມຫມັ້ນຄົງແຫ່ງສະຫະປະຊາຊາດ ສະບັບດັ່ງກ່າວແມ່ນໄດ້ຮຽກຮ້ອງໃຫ້ທຸກປະເທດຫລີກລ້ຽງການຈັດຕັ້ງສະຸຖານເອກອັກຄະລັດຖະທູດ ທີ່ ນະຄອນເຍລູຊາເລັມ, ປະເທດອິດສະລາເອວ  ນອກນີ້ຍັງໄດ້ຮຽກຮ້ອງໃຫ້ສະມາຊິກອົງກອນສະຫະປະຊາຊາດ ບໍ່ໃຫ້ຍອມຮັບຕໍ່ການກະທຳໃດໆທີ່ຂັດກັບມະຕິຂອງອົງການສະຫະປະຊາຊາດ.

ຂະນະທີ່ການຊຸມນຸມຕໍ່ຕ້ານຜູ້ນຳປະເທດສະຫະລັດອາເມລິກາ ໂດນອລ ທຣໍ້າ ໃນຫລາຍປະເທດທົ່ວໂລກ ຍັງຄົງເກີດຂື້ນຢ່າງຕໍ່ເນື່ອງ.

ແຫລ່ງຂ່າວ: ສຳນັກງານຂ່າວຕ່າງປະເທດPBS

ບົດຄວາມຫຼ້າສຸດ

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...