spot_img
Homeຂ່າວການພັດທະນາທ່ານນາຍົກຍອມຮັບການຈັດຕັ້ງປະຕິບັດ ແຜນພັດທະນາ ບໍ່ສາມາດບັນລຸຄາດໝາຍໄດ້.

ທ່ານນາຍົກຍອມຮັບການຈັດຕັ້ງປະຕິບັດ ແຜນພັດທະນາ ບໍ່ສາມາດບັນລຸຄາດໝາຍໄດ້.

Published on

ນາຍົກລັດຖະມົນຕີລາວ ຍອມຮັບວ່າການຈັດຕັ້ງປະຕິບັດແຜນການພັດທະນາ ທີ່ບໍ່ສາມາດບັນລຸຄາດໝາຍໄດ້ເລີຍນັ້ນ ເປັນຍ້ອນລັດຖະບານ ຍັງມີບຸກຄະລາກອນຈຳນວນຫຼາຍ ທີ່ຂາດຄວາມຮັບຜິດຊອບຕໍ່ສ່ວນລວມ.

ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ໄດ້ຖະແຫລງຍອມຮັບຕໍ່ກອງປະຊຸມສະໄໝສາມັນ ຄັ້ງທີ 4 ຂອງສະພາແຫ່ງຊາດລາວ ຊຸດທີ 8 ທີ່ດຳເນີນກອງປະຊຸມໃນວັນທີ 16 ຕຸລາ ຫາ 17 ພະຈິກ 2017 ນີ້ ວ່າ ການຈັດຕັ້ງປະຕິບັດແຜນການພັດທະນາໃນດ້ານຕ່າງໆ ຂອງລັດຖະບານລາວ ທີ່ບໍ່ສາມາດບັນລຸຄາດໝາຍທີ່ວາງເອົາໄວ້ໄດ້ເລີຍນັ້ນມີສາເຫດສຳຄັນມາຈາກກົນໄກການຈັດຕັ້ງປະຕິບັດວຽງງານຂອງລັດຖະບານທັງໃນລະດັບສູນກາງ ແລະທ້ອງຖິ່ນ ຍັງມີບຸກຄະລາກອນຈຳນວນບໍ່ນ້ອຍ ທີ່ຂາດຄວາມຮັບຜິດຊອບຕໍ່ສ່ວນລວມ ທັງຍັງເປັນບຸກຄະລາກອນ ທີ່ບໍ່ມີຄວາມຮູ້ ແລະ ຄວາມສາມາດໃນວຽກງານ ທີ່ຮັບຜິດຊອບອີກດ້ວຍ ດັ່ງທີ່ທ່ານທອງລຸນ ຢືນຢັນວ່າ:

“ການບໍລິຫານ ຈັດການ ການປະສານ ແລະ ການປະຕິບັດພາລະບົດບາດຄວາມຮັບຜິດຊອບຂອງບັນດາຂະແໜງການ ແລະທ້ອງຖິ່ນ ມີຫຼາຍກໍລະນີບໍ່ເຂັ້ມງວດ ຍັງເອື່ອຍອິງ ຍັງໜິ້ງໃສ່ກັນ ບໍ່ກ້າປັບປ່ຽນວິທີເຮັດວຽກ ບໍ່ກ້າປັບປ່ຽນພະນັກງານ ທີ່ຂາດຄຸນສົມບັດ ຂາດຈັນຍາບັນ ຮວມທັງຜູ້ທີ່ຂາດຄວາມສາມາດໄດ້ເທື່ອ ຈຶ່ງພາໃຫ້ກົງຈັກຂາດປະ ສິດທິພາບ ຂາດຄວາມຄ່ອງຕົວ ແຕ່ຍັງສືບຕໍ່ດຳເນີນການຕາມເດີມຢູ່ ຖ້າມີການປັບປ່ຽນ ກໍຍັງມີລັກສະນະບໍ່ທັນເຂົ້າເຖິງ ແກ່ນແທ້ຂອງບັນຫາເທື່ອ.”

ໃນລະຍະ 6 ເດືອນຕົ້ນປີ 2017 ລັດຖະບານລາວສາມາດລົບລ້າງຄວາມຍາກຈົນຂອງປະຊາຊົນ ລາວ ໄດ້ເຖິງ 6,546 ຄອບຄົວ ໂດຍເຂດທີ່ຍັງມີປະຊາຊົນຍາກຈົນຫຼາຍທີ່ສຸດຄືແຂວງສາລະວັນ ບໍ່ແກ້ວ ເຊກອງ ຫົວພັນ ຊຽງຂວາງ ແລະອຸດົມໄຊ.

ກ່ອນໜ້ານີ້ ທ່ານ ທອງລຸນ ກໍຍັງໄດ້ຢືນຢັນວ່າ ເປົ້າໝາຍຂອງລັດຖະລາວ ທີ່ຈະລົບລ້າງຄວາມຍາກຈົນໃຫ້ໄດ້ຢ່າງສິ້ນເຊີງ ເພື່ອເຮັດໃຫ້ລາວ ຫລຸດພົ້ນຈາກສະພາບການດ້ອຍພັດທະນາໃຫ້ໄດ້ຢ່າງແທ້ຈິງພາຍໃນປີ 2020 ນັ້ນ ບໍ່ໄດ້ໝາຍຄວາມວ່າຈະບໍ່ມີຄົນທຸກຍາກຫລົງເຫລືອຢູ່ໃນລາວເລີຍແຕ່ຢ່າງໃດ ຫາກແຕ່ເປົ້າໝາຍລົບລ້າງຄວາມທຸກຍາກໃນລາວ ແນໃສ່ເຮັດໃຫ້ປະຊາຊົນມີຢູ່ ມີກິນ ໄດ້ຮັບການຮັກສາປິ່ນປົວເມື່ອເຈັບປ່ວຍ ລູກຫລານໄດ້ເຂົ້າໂຮງຮຽນ ແລະສ້າງເງື່ອນໄຂໃຫ້ມີການຜະລິດ ເພື່ອກຸ້ມຕົນເອງໃຫ້ໄດ້ຢ່າງຍືນຍົງ.

ໂດຍໃນແຜນການປະຈຳສົກປີ 2015-2016 ທີ່ຜ່ານມາ ລັດຖະບານລາວ ໄດ້ວາງເປົ້າໝາຍ ລົບລ້າງບັນຫາຄວາມຍາກຈົນຂອງປະຊາຊົນໃຫ້ໄດ້ໃນ 179 ບ້ານ ຄິດເປັນ 0.48 ເປີເຊັນ ຂອງບ້ານທຸກຈົນທັງໝົດໃນທົ່ວປະເທດ ຫາກແຕ່ຈາກການຈັດຕັ້ງປະຕິບັດຕົວຈິງສາມາດບັນລຸໄດ້ພຽງແຕ່ 50 ບ້ານ ຄິດເປັນ 0.03 ເປີເຊັນ ເທົ່ານັ້ນຂອງບ້ານທຸກຍາກທີ່ມີຢູ່ທັງໝົດ 1,736 ບ້ານ.

ສ່ວນຄະນະພັດທະນາຊົນນະບົດແລະລົບລ້າງຄວາມທຸກຍາກຂັ້ນສູນກາງ ລາຍງານວ່າ ການຈັດຕັ້ງປະຕິບັດໂຄງການພັດທະນາຊົນນະບົດໃນປີ 2017 ໄດ້ວາງເປົ້າໝາຍຈະລົບລ້າງບັນຫາທຸກຈົນຂອງປະຊາຊົນລາວໃຫ້ໄດ້ 5,580 ຄອບຄົວ ເພື່ອເຮັດໃຫ້ເຫຼືອ 70,924 ຄອບຄົວທີ່ຍາກຈົນ ຫຼື 6,09 ເປີເຊັນ ຂອງຈຳນວນຄອບຄົວທັງໝົດໃນທົ່ວປະເທດລາວ.

ພ້ອມກັນນີ້ ຄະນະພັດທະນາຊົນນະບົດ ແລະລົບລ້າງຄວາມທຸກຍາກຂັ້ນສູນກາງຍັງວາງຄາດໝາຍການລົບລ້າງບ້ານທຸກຈົນ ໃຫ້ໄດ້ 178 ບ້ານ ຊຶ່ງຖ້າຫາກສາມາດຈັດຕັ້ງປະຕິບັດໄດ້ຈິງ ກໍຈະເຮັດໃຫ້ຍັງເຫຼືອບ້ານທຸກຍາກບໍ່ເກີນ 1,511 ບ້ານ ຄິດເປັນ 18 ເປີເຊັນ ຂອງບ້ານທັງໝົດ.

 

ແຫລ່ງຂ່າວ: Support Prime Minister Thongloun Sisoulith

ບົດຄວາມຫຼ້າສຸດ

ໄຂກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025 ຢ່າງເປັນທາງການ

ໄຂກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025. ກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025 ໄດ້ໄຂຂຶ້ນໃນຕອນເຊົ້າ ວັນທີ 9 ຕຸລາ 2025 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສອນໄຊ...

ລາວເສຍຫາຍໜັກ! ຜົນກະທົບຈາກພາຍຸບົວລອຍ ພັດຖະລົ່ມລາວ ເຮັດໃຫ້ມີຜູ້ເສຍຊີວິດທັງໝົດ 4 ຄົນ.

ພາຍຸບົວລອຍ ສົ່ງຜົນກະທົບຕໍ່ 34 ເມືອງໃນທົ່ວປະເທດ ມີຜູ້ເສຍຊີວິດ 4 ຄົນ ຮອງນາຍົກຊີ້ນຳໃຫ້ເລັ່ງໃຫ້ການຊ່ວຍເຫຼືອຜູ້ໄດ້ຮັບຜົນກະທົບໂດຍດ່ວນ. ໃນຕອນເຊົ້າວັນທີ 6 ຕຸລາ 2025, ທີ່ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ຄະນະກໍາມະການຄຸ້ມຄອງໄພພິບັດຂັ້ນສູນກາງ ໄດ້ຈັດກອງປະຊຸມ...

ແລກເມຍກັບງົວ 1 ໂຕ ເມື່ອໜຸ່ມອິນໂດເນເຊຍຖືກເມຍຄົບຊູ້ ຈຶ່ງສະເໜີການແລກປ່ຽນເພື່ອຈົບບັນຫາ

ໃນວັນທີ 07/10/2025 ລາຍງານຈາກສຳນັກຂ່າວໃນປະເທດອິນໂດເນເຊຍ ມີຄລິບເຫດການທີ່ເປັນກະແສເນື່ອງຈາກມີຊາຍຄົນໜຶ່ງຍອມໃຫ້ເມຍຕົນເອງໄປຄົບກັບຊູ້ ພ້ອມຍອມແລກເມຍກັບງົວ 1 ໂຕ, ແລະເງິນອີກປະມານ 5,000,000 ລູເປຍອິນໂດເນເຊຍ (ປະມານ 6,800,000 ກີບ) ຜ່ານການຕົກລົງຈາກທັງ 2...

14 ຂໍ້ຫ້າມພາຍໃນບຸນອອກພັນສາ ແລະ ຊ່ວງເຮືອປະເພນີ້່ ທີ່ທ່າວັດຈັນ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ຈັດຂຶ້ນໃນ ວັນທີ 04-08 ຕຸລາ 2025

ທ່ານ ແສງສາທິດ ພິມເມືອງ ຕາງໜ້າອົງການປົກຄອງເມືອງຈັນທະບູລີ ປະທານຄະນະກໍາມະການຈັດງານບຸນອອກພັນສາປະວໍລະນາ ແລະ ຊ່ວງເຮືອປະເພນີ ທີ່ທ່າວັດຈັນ ປະຈໍາປີ 2025 ໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນໃນການກະກຽມ ແລະ ຈັດງານບຸນ ລະຫວ່າງ...