Homeຂ່າວພາຍ​ໃນງານວາງສະແດງສີນຄ້າ ລາວ - ຈີນ (ກວາງຊີ) 2014 ຈະໄຂຂຶ້ນໃນວັນທີ 5-9 ກັນຍານີ້

ງານວາງສະແດງສີນຄ້າ ລາວ – ຈີນ (ກວາງຊີ) 2014 ຈະໄຂຂຶ້ນໃນວັນທີ 5-9 ກັນຍານີ້

Published on

 

ກົມສົ່ງເສີມ ແລະ ພັດທະນາສີນຄ້າ ກະຊວງອຸດສະຫະກຳ ແລະ ການຄ້າລາວ ຮ່ວມກັບກົມງານວາງສະແດງສາກົນ

ແຂວງກວາງຊີ ສປ ຈີນ ຈະໄຂງານວາງສະແດງສີນຄ້າ ລະຫວ່າງລາວ ແລະ ຈີນ (ເຂດປົກຄອງຕົນເອງກວາງຊີ) ປິ

2014 ເປັນຄັ້ງທຳອິດຂຶ້ນ ຢູ່ສູນການຄ້າລາວ-ໄອເຕັກ ນະຄອນຫລວງວຽງຈັນ ແຕ່ວັນທີ 5-9 ກັນຍານີ້, ເຊິ່ງຈະມີ 72

ຫົວໜ່ວຍທຸລະກິດ ນຳເອົາສີນຄ້າພັນກວ່າລາຍການ ມາວາງສະແດງ ແລະ ຈຳໜ່າຍ ໃນນັ້ນມີ 64 ຫົວໜ່ວຍແມ່ນ

ຈາກແຂວງກວາງຊີປະກອບມີ: ຜະລິດຕະພັນເອເລັກໂຕຼນິກ, ກົນຈັກໜັກ, ຜະລິດຕະພັນພະລັງງານໃໝ່, ອຸປະ

ກອນໂລຫະ -ເຄມີພັນ, ວັດສະດຸກໍ່ສ້າງ, ເຄື່ອງອຸປະໂພກ-ບໍລິໂພກ, ເຄື່ອງນຸ່ງຫົ່ມ ແລະ ຜະລິດຕະພັນອາຫານ ແລະ

ເຄື່ອງດື່ມທີ່ມີຊື່ສຽງ ແລະ ຄຸນນະພາບດີຂອງແຂວງກວາງຊີ.

 

ຊຸມປີຜ່ານມາ ການຮ່ວມມືດ້ານເສດຖະກິດ ແລະ ການຄ້າ ລະຫວ່າງ ສປ ຈີນ ແລະ ລາວ ໄດ້ມີການຂະຫຍາຍຕົວສູງ

ຂຶ້ນເລື້ອຍໆ, ອີງຕາມຕົວເລກສະຖິຕິຂອງພາສີ ສປ ຈີນ ໃນປີ 2013 ບັນລຸ 2,74 ຕື້ໂດລາສະຫະລັດ, ເພີ່ມຂຶ້ນ 58%

ເມື່ອທຽບກັບປີກ່ອນ ແລະ ປັດຈຸບັນ, ການລົງທຶນໂດຍກົງໃນຂະແໜງການ ທີ່ບໍ່ແມ່ນການເງິນຢູ່ລາວຂອງ ສປ ຈີນ

ບັນລຸ 3,11 ຕື້ໂດລາສະຫະ ລັດ, ໄດ້ກາຍເປັນເປົ້າໝາຍການລົງທຶນອັນດັບ 3 ຂອງ ສປ ຈີນ ໃນບັນດາປະເທດອາຊຽນ.

 

ສຳລັບເຂດປົກຄອງຕົນເອງເຜົ່າຈວ້າງກວາງຊີ, ເປັນແຂວງໜຶ່ງທີ່ມີການພັດທະນາໄວຂອງຈີນ ແລະ ເປັນແຂວງ

ໜຶ່ງທີ່ມີການພົວພັນດ້ານການຄ້າກັບຫລາຍປະເທດ ແລະ ບັນດາປະເທດອາຊຽນປີ 2013 ມີມູນຄ່າການຄ້າພາຍ

ນອກບັນລຸ 32,8 ຕື້ໂດລາສະຫະລັດ, ສະເພາະການຄ້າລະຫວ່າງລາວ ແລະ ກວາງຊີ ແມ່ນ 15 ລ້ານກວ່າໂດລາສະຫະ

ລັດ ແລະ ນັບແຕ່ເດືອນມັງກອນຫາເດືອນກໍລະກົດປີນີ້, ມູນຄ່າການຄ້າເພີ່ມຂຶ້ນ 35 ລ້ານ ກວ່າໂດລາສະຫະລັດ

ແລະ ການລົງທຶນຂອງແຂວງກວາງຊີຢູ່ລາວ ມີປະມານ 135 ລ້ານໂດລາສະຫະລັດ, ສ່ວນຫລາຍແມ່ນຂະແໜງການ

ພະລັງງານ, ບໍ່ແຮ່ ແລະ ກະສິກຳ.

 

ທັງຝ່າຍລາວ ແລະ ສປ ຈີນ ໄດ້ຢືນຢັນເປັນເອກກະພາບວ່າ: ງານດັ່ງກ່າວຈະເປັນເວທີຊຸກຍູ້ສົ່ງເສີມການພົວພັນ

ຮ່ວມມືດ້ານການຄ້າ, ການລົງທຶນ ລະຫວ່າງສປຈີນ ກັບບັນດາປະເທດອາຊຽນເວົ້າລວມ, ເວົ້າສະເພາະແມ່ນ ສປປ

ລາວ ໃຫ້ນັບມື້ນັບຂະຫຍາຍຕົວຍິ່ງຂຶ້ນ, ທັງເປັນການປະຕິບັດເນື້ອໃນຈິດໃຈຜົນກອງປະຊຸມຄັ້ງທີ VI ຂອງຄະນະກຳ

ມະການຮ່ວມມືດ້ານເສດຖະກິດ ແລະ ການຄ້າລະຫວ່າງ ສປປ ລາວ ແລະ ສປ ຈີນ ໃນກາງເດືອນກໍລະກົດຜ່ານມານີ້,

ກ່ຽວກັບວຽກງານການຄ້າຜະລິດຕະພັນກະສິກຳ, ການສ້າງຕັ້ງເຂດຮ່ວມມືຂ້າມຊາດ ແລະ ຂົງເຂດສຳຄັນອື່ນໆ ເພື່ອ

ຊຸກຍູ້ການຮ່ວມມືແລກປ່ຽນເສດຖະກິດ ແລະ ການຄ້າລາວ-ຈີນ ໃຫ້ບັນລຸເປົ້າໝາຍຕ່າງຝ່າຍຕ່າງມີ ຜົນປະໂຫຍດ

ແລະ ພ້ອມກັນພັດທະນາ.

 

ແຫຼ່ງຂ່າວ: ລາວພັດທະນາ

 

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...