ຮ່ວມມືກັນ ສ້າງປະຊາຄົມຮ່ວມຊະຕາກຳ ຈີນ-ລາວ ທີ່ມີຄວາມໝາຍຍຸດທະສາດ

ທ່ານ ສີ ຈິ້ນຜິງ ເລຂາທິການໃຫຍ່ພັກກອມມູນິດຈີນ ຕ້ອນຮັບທ່ານ ບຸນຍັງ ວໍລະຈິດ ເລຂາທິການໃຫຍ່ພັກ ປະຊາຊົນປະຕິວັດລາວ ເມື່ອຄັ້ງເຂົ້າຮ່ວມ ກອງປະຊຸມສຸດຍອດ ເວທີປຶກສາຫາລື ຮ່ວມມືສາກົນ “ໜຶ່ງແລວທາງໜຶ່ງເສັ້ນທາງ” ຈະໄຂຂຶ້ນ ຢູ່ນະຄອນຫລວງປັກກິ່ງ ແຕ່ວັນທີ 14-15 ພຶດສະພາ 2017. ຮູບ: China news

ໂດຍ: ສະຫາຍ ສີຈິ້ນຜິງ, ເລຂາທິການໃຫຍ່ ຄະນະກຳມະການ ສູນກາງພັກກອມມູນິດຈີນ, ປະທານປະເທດ ສປ ຈີນ

ໂດຍຕອບສະໜອງຕາມຄຳເຊີນ ຂອງສະຫາຍ ບຸນຍັງ ວໍລະຈິດ, ເລຂາທິການໃຫຍ່ ຄະນະບໍລິຫານງານ ສູນກາງພັກ ປະຊາຊົນ ປະຕິວັດລາວ, ປະທານປະເທດ ສປປ ລາວ. ຂ້າພະເຈົ້າ ຈະເດີນທາງມາຢ້ຽມຢາມ ສປປ ລາວ ທາງລັດຖະກິດ, ຂ້າພະເຈົ້າ ເຄີຍມາຢ້ຽມຢາມລາວ ສອງເທື່ອແລ້ວ, ເຊິ່ງປະຊາຊົນລາວ ຜູ້ທີ່ມັກແຂກມັກຄົນ, ພະທາດຫຼວງ ທີ່ນະຄອນຫຼວງວຽງຈັນ ທີ່ເຫຼືອງເຫຼື້ອມງາມຕາ ແລະ ແຄມຂອງທີ່ມີພາບວິວທິວທັດ ທີ່ສວຍສົດງົດງາມ ໄດ້ເຮັດໃຫ້ຂ້າພະເຈົ້າ ມີຄວາມປະທັບໃຈຢ່າງເລິກເຊິ່ງ. ຂ້າພະເຈົ້າຄອງຄອຍ ຈະໄດ້ພ້ອມກັບເພື່ອນເກົ່າ ແລະ ໃໝ່ຂອງລາວ ຫວນຄືນມິດຕະພາບ, ສະແຫວງຫາການພັດທະນາ ເພື່ອຮ່ວມກັນສ້າງອະນາຄົດ ອັນດີງາມແຫ່ງການພົວພັນ ລະຫວ່າງ ສອງປະເທດ.

ປະເທດຈີນ ແລະປະເທດລາວ ແມ່ນປະເທດສັງຄົມນິຍົມ ທີ່ເປັນບ້ານໃກ້ເຮືອນຄຽງ ທີ່ມີມິດຕະພາບຕໍ່ກັນ, ມີອຸດົມການເຊັ່ນດຽວກັນ, ລະບອບສັງຄົມຄືກັນ ແລະ ເດີນຕາມເສັ້ນທາງ ການພັດທະນາທີ່ຄ້າຍຄືກັນ. ນັບແຕ່ສ້າງຕັ້ງສາຍພົວພັນທາງການທູດ ໃນເຄິ່ງສະຕະວັດມານີ້, ການພົວພັນລະຫວ່າງ ສອງພັກ, ສອງລັດ ໄດ້ຜ່ານການທົດສອບ ຂອງການປ່ຽນແປງ ແຫ່ງຍຸກສະໄໝ ແລະ ການປ່ຽນແປງ ຂອງສະພາບການທົ່ວໂລກ, ອັນໄດ້ສ້າງປະຫວັດສາດ ທີ່ໜ້າຈາລຶກໄວ້. ການນຳລຸ່ນອາວຸໂສເຊັ່ນ: ສະຫາຍ ເໝົາເຈີຕົງ; ສະຫາຍ ໂຈ່ວເອີ່ນລາຍ, ກັບ ສະຫາຍ ໄກສອນ ພົມວິຫານ ແລະ ສະຫາຍອື່ນໆ ໄດ້ຈົກຈິດຈົກໃຈໃສ່ກັນ, ໄດ້ຜູກພັນມິດຕະພາບອັນເລິກເຊິ່ງ ໃນການຕໍ່ສູ້ກັບສັດຕູ, ໄດ້ສ້າງພື້ນຖານອັນໝັ້ນແກ່ນ ໃຫ້ສອງປະເທດ ຈີນ-ລາວ ມີມິດຕະພາບຕໍ່ກັນທຸກເຊັ່ນຄົນ. ລູກຫຼານຂອງ ທ່ານ ກິນິມ ພົນເສນາ ຜູ້ນຳທີ່ສຳຄັນຂອງລາວ ເຄີຍໄປຮຽນຢູ່ຈີນເປັນເວລາ 10 ປີ, ພວກເພິ່ນໄດ້ຜ່ານຜ່າ ໄລຍະໄວໜຸ່ມຂອງຕົນຢູ່ຈີນ ແລະ ກໍ່ກາຍເປັນສັກຂີພິຍານ, ຜູ້ສືບທອດ ແລະ ຜູ້ທີ່ຊຸກຍູ້ມິດຕະພາບ ອັນເປັນມູນເຊື້ອລະຫວ່າງ ຈີນ-ລາວ. ໃນຊຸມປີ 1960-1970 ທະຫານ ແລະ ປະຊາຊົນຈີນ ໄດ້ຕັ້ງໜ້າສະໜັບສະໜູນ ພາລະກິດປົດປ່ອຍ ແລະ ຄວາມເປັນເອກະລາດ ຂອງຊາດລາວ, ທະຫານຈີນຈຳນວນ 200 ກວ່າຄົນ ໄດ້ເສຍສະຫຼະຊີວິດ ຢູ່ຜືນແຜ່ນດິນແຫ່ງນີ້ ທີ່ພວກເພິ່ນເຄີຍສູ້ຮົບກັນ, ອັນໄດ້ສ້າງອະນຸສາວະລີ ຊົ່ວນິລັນດອນໃຫ້ແກ່ມິດຕະພາບ ຈີນ-ລາວ ດ້ວຍເລືອດເນື້ອ ແລະ ຊີວິດຂອງຕົນ.

ເມື່ອເຂົ້າສູ່ຍຸກໃໝ່, ມິດຕະພາບ ຈີນ-ລາວ ໄດ້ຮັບການປັບປຸງຂຶ້ນຕື່ມ ແລະ ເຕັມໄປດ້ວຍ ຄວາມມີຊີວິດຊີວາອັນໃໝ່; ການພົວພັນຄູ່ຮ່ວມມື ຍຸດທະສາດຮອບດ້ານ ລະຫວ່າງ ສອງປະເທດໄດ້ຮັບການ ເປີດກວ້າງອອກເລື້ອຍໆ; ການໄປມາຫາສູ່ກັນ ລະຫວ່າງ ການນຳຂັ້ນສູງນັບມື້ນັບເນື່ອງນິດຂຶ້ນ, ການແລກປ່ຽນລະຫວ່າງ ສອງພັກກ້າວສູ່ລວງເລິກ ​ແລະ ຄວາມໄວ້ເນື້ອເຊື່ອໃຈກັນ ທາງການເມືອງ ມີຄວາມໝັ້ນທ່ຽງຂຶ້ນເລື້ອຍໆ. ຄຳບູຮານຂອງຈີນກ່າວວ່າ “ຜູ້ທີ່ມີອາຈານດຽວກັນ ເອີ້ນວ່າໝູ່, ຜູ້ທີ່ມີອຸດົມການຮ່ວມກັນ ເອີ້ນວ່າເພື່ອນ”, ນີ້ຄືການພັນລະນາ ການພົວພັນລະຫວ່າງ ຈີນ-ລາວ ຢ່າງແທດເໝາະທີ່ສຸດ. ໃນຖານເປັນເພື່ອນມິດບ້ານທີ່ດີ, ໝູ່ເພື່ອນທີ່ດີ, ສະຫາຍທີ່ດີ, ຄູ່ຮ່ວມທີ່ດີ ທີ່ມີອຸດົມການ ແລະ ເສັ້ນທາງກ້າວເດີນຄືກັນນັ້ນ, ຈີນ ແລະ ລາວ ໄດ້ປະຕິບັດຕໍ່ກັນ ຢ່າງສະເໝີພາບ ແລະ ຕ່າງຊ່ວຍຊູກຍູ້ໜູນກັນຕະຫຼອດ ຂະບວນການທີ່ຊອກຄົ້ນ ການປະດິດສ້າງທິດສະດີ ແລະ ພຶດຕິກຳຂອງສັງຄົມນິຍົມ, ຊຸກຍູ້ການສ້າງສາເສດຖະກິດ, ການເມືອງ, ວັດທະນະທຳ ແລະ ສັງຄົມຢ່າງຮອບດ້ານ ແລະ ເລັ່ງລັດຂະບວນການ ຫັນເປັນທັນສະໄໝ. ການພົວພັນລະຫວ່າງ ຈີນ-ລາວ ຖືເປັນແບບຢ່າງຂອງການພົວພັນ ແລະ ຮ່ວມມືຮອບດ້ານລະຫວ່າງຈີນ ກັບບັນດາປະເທດອ້ອມຂ້າງ ທີ່ເປັນບ້ານໃກ້ເຮືອນຄຽງທີ່ດີຕໍ່ກັນ.

ເລັ່ງລັດການເຊື່ອມຈອດກັນ ດ້ານຍຸດທະສາດການພັດທະນາ ລະຫວ່າງ ຈີນ-ລາວ, ຂໍ້ລິເລີ່ມ “ໜຶ່ງແລວໜຶ່ງເສັ້ນທາງ” ຂອງຈີນ ແລະ ຍຸດທະສາດ “ຫັນຈາກປະເທດ ທີ່ບໍ່ມີທາງອອກສູ່ທະເລ ກາຍເປັນປະເທດເຊື່ອມຕໍ່ ໃນອະນຸພາກພື້ນ” ຂອງລາວ, ແຜນການ “5 ປີຄັ້ງທີ 13” ຂອງຈີນ ແລະ ແຜນການພັດທະນາສັງຄົມ “5 ປີ ຄັ້ງທີ 8 ” ຂອງລາວສາມາດເຊື່ອມຈອດກັນ ໃນລະດັບສູງ, ສອງປະເທດມີທັດສະນະ ການພັດທະນາຄ້າຍຄືກັນ. ປີກາຍນີ້ ໂຄງການທາງລົດໄຟ ຈີນ-ລາວ ທີ່ຖືເປັນໂຄງການສັນຍະລັກ ແຫ່ງການຮ່ວມມື ຢ່າງຕິດແທດຕົວຈິງ ລະຫວ່າງສອງປະເທດນັ້ນ ໄດ້ເລີ່ມກໍ່ສ້າງຢ່າງຮອບດ້ານ, ອັນເຮັດໃຫ້ເສັ້ນທາງຄົມມະນາຄົມ ທີ່ບັນຈຸຄວາມຝັນການພັດທະນາ ຂອງປະຊາຊົນລາວນັ້ນ ພວມຄ່ອຍໆກາຍເປັນຈິງ. ການກໍ່ສ້າງເຂດຮ່ວມມືເສດຖະກິດ ບໍ່ຫານ-ບໍ່ເຕັນ ແລະເຂດພັດທະນາເສດຖະກິດ ກວມລວມໄຊເສດຖາ ຂອງວຽງຈັນ ໄດ້ມີຄວາມຄືບໜ້າເປັນຢ່າງດີ, ວິສາຫະກິດ ແລະອົງການຈັດຕັ້ງຕ່າງໆ ພາກັນຕັ້ງສຳນັກງານຢູ່ເຂດນີ້, ເຊິ່ງຈະຊ່ວຍປະເທດລາວ ບັນລຸການໃຫ້ອຸດສາຫະກຳ ຍົກລະດັບໃຫ້ສູງຂຶ້ນ, ດຶງດູດທຶນຕ່າງປະເທດ, ຊຸກຍູ້ການປະກອບອາຊີບ, ພັດທະນາວິສາຫະກິດຂະໜາດກາງ ແລະ ຂະໜາດນ້ອຍ.

ການຮ່ວມມືທີ່ແທດເໝາະ ກັບຕົວຈິງລະຫວ່າງ ຈີນ-ລາວ ໄດ້ເລັ່ງລັດໄວຂຶ້ນ. ຈີນໄດ້ກາຍເປັນປະເທດ ທີ່ລົງທຶນຢູ່ລາວຫຼາຍທີ່ສຸດ, ແລະ ເປັນປະເທດຄູ່ການຄ້າໃຫຍ່ ອັນດັບທີ 2 ຂອງລາວ. ເດືອນມັງກອນຫາເດືອນກັນຍາປີນີ້ ການຄ້າລະຫວ່າງສອງຝ່າຍ ບັນລຸ 2 ຕື້ 100 ລ້ານໂດລາ, ເພີ່ມຂຶ້ນ 25,1% ເມື່ອທຽບໃສ່ ໄລຍະດຽວກັນຂອງປີຜ່ານມາ. ຈີນລົງທຶນຢູ່ລາວຫຼາຍກວ່າ 6 ຕື້ 100 ລ້ານໂດລາສະຫະລັດ, ອັນໄດ້ຊຸກຍູ້ການພັດທະນາ ຂອງໄຟຟ້ານ້ຳຕົກ, ບໍ່ແຮ່, ການບໍລິການ ແລະ ຂະແໜງການອື່ນໆຂອງລາວ. ຈີນໄດ້ຊຸກຍູ້ການສ້າງໂຄງການ ທີ່ມີຜົນດີຕໍ່ຊີວິດການເປັນຢູ່ ຂອງປະຊາຊົນລາວ ເຊັ່ນ: ໂຮງໝໍ, ເສັ້ນທາງ ແລະ ໂຮງຮຽນເປັນຕົ້ນ ເພື່ອຊ່ວຍປະຊາຊົນລາວ ຍົກລະດັບ ແລະ ຄຸນນະພາບ ຂອງຊີວິດການເປັນຢູ່ ໃຫ້ສູງຂຶ້ນ. ເຂື່ອນໄຟຟ້ານ້ຳລີກ ທີ່ວິສາຫະກິດຈີນ ເປັນຜູ້ສ້າງນັ້ນ ດຳເນີນງານເປັນຢ່າງດີ, ອັນໄດ້ເສີມຂະຫຍາຍບົດບາດທີ່ສຳຄັນ ໃນການສ້າງສາພັດທະນາ ເສດຖະກິດສັງຄົມລາວ.ສ່ວນປະເທດລາວ ກໍ່ມີການສົ່ງສິນຄ້າ ໄປຂາຍຢູ່ຈີນເພີ່ມຂຶ້ນ, ຜະລິດຕະພັນກະສິກຳຂອງລາວ ເຊັ່ນ: ເຂົ້າສານ, ກາເຟ, ໝາກກ້ວຍ ແລະ ໝາກໂມເປັນຕົ້ນ ນັບມື້ນັບໄດ້ຮັບຄວາມນິຍົມຊົມຊອບ ຈາກຜູ້ບໍລິໂພກຂອງຈີນ.

ການແລກປ່ຽນ ດ້ານວັດທະນະທຳ ຈີນ-ລາວ ນັບມື້ນັບເພີ່ມຫຼາຍຂຶ້ນ. ໃນ 6 ເດືອນຕົ້ນປີນີ້, ນັກທ່ອງທ່ຽວຈີນ 4 ແສນເທືຶຶຶ່ອຄົນ ໄດ້ມາທ່ອງທ່ຽວຢູ່ລາວ. ສ່ວນຄົນລາວ ກໍ່ໄດ້ໄປເຮັດທຸລະກິດ ຫຼືທ່ອງທ່ຽວຢູ່ຈີນ ນັບມື້ນັບຫຼາຍ, ຈຳນວນນັກສຶກສາລາວ ທີ່ໄດ້ຮັບທຶນການສຶກສາ ຂອງລັດຖະບານຈີນ ແລະ ຮຽນຢູ່ຈີນນັ້ນ ຫຼາຍທີ່ສຸດໃນບັນດາປະເທດອາຊຽນ. ການບໍລິການດ້ານການ ປິ່ນປົວພະຍາດຂອງຈີນເຊັ່ນ: ໂຄງການ “ຂະບວນລົດໄຟສັນຕິພາບ” ແລະໂຄງການ “ແສງສະຫວ່າງແມ່ນ້ຳຂອງ” ໄດ້ຮັບການຍ້ອງຍໍຊົມເຊີຍ ຈາກປະຊາຊົນລາວ ຢ່າງກວ້າງຂວາງ. ອາສາສະໝັກຊາວໜຸ່ມ ເກືອບຮ້ອຍຄົນຈາກ ນະຄອນຊຽງໄຮຂອງຈີນ ໄດ້ມາຮອດລາວເພື່ອໃຫ້ ການບໍລິການໃນດ້ານ ເຕັກນິກອິນເຕີເນັດ ແລະ ການສິດສອນ ດ້ານກິລາເປັນຕົ້ນ, ເຊິ່ງໃນນັ້ນ ມີຜູ້ໜຶ່ງໄດ້ກາຍເປັນຄູຝຶກໃຫຍ່ ຂອງທິມບານບ້ວງເພດຊາຍ ແຫ່ງຊາດລາວ. ລະຄອນສາລະຄະດີເລື່ອງ ຄວາມຊົງຈຳແຫ່ງການເວລາ ທີ່ຈີນ ແລະ ລາວ ຮ່ວມກັນຖ່າຍທຳນັ້ນ ໄດ້ຮັບການກົດເຂົ້າຊົມຜ່ານທາງ ອິນເຕີເນັດຫຼາຍລ້ານເທື່ອ, ອັນໄດ້ເຮັດໃຫ້ປະຊາຊົນ ສອງປະເທດປະທັບໃຈທີ່ສຸດ. ເພງ ໜຶ່ງແລວ ໜຶ່ງເສັ້ນທາງ ທີ່ແຕ່ງໂດຍຄົນລາວ ແລະ ຮ້ອງໂດຍຄົນລາວນັ້ນ ເມື່ອໄດ້ເຜີຍແຜ່ທາງອິນເຕີແນັດແລ້ວ ກໍ່ໄດ້ຮັບຄວາມນິຍົມຊົມຊອບ ແລະ ການຕີລາຄາເປັນຢ່າງດີ ຈາກຜູ້ໃຊ້ອິນເຕີເນັດ ເປັນຈຳນວນຫຼວງຫຼາຍ.

ໃນຂະບວນວິວັດອັນຍິ່ງໃຫຍ່ ແຫ່ງການສ້າງສາສັງຄົມນິຍົມ ທີ່ມີສີສັນພິເສດຂອງຕົນເອງ, ສອງປະເທດຈີນ ແລະ ລາວ ມີອຸດົມການຮ່ວມກັນ ແລະ ມີຄວາມເຫັນເປັນເອກະສັນກັນ. ໃນເດືອນທີ່ຜ່ານມາ, ພັກກອມມູນິດຈີນ ໄດ້ໄຂກອງປະຊຸມໃຫຍ່ ຜູ້ແທນທົ່ວປະເທດ ຄັ້ງທີ 19 ຢ່າງມີໄຊ, ເຊິ່ງກອງປະຊຸມຄັ້ງນີ້ ໄດ້ວາງທິດທາງລວມ ແລະ ໂຄງການດຳເນີນງານ ກ່ຽວກັບການພັດທະນາ ໃນອະນາຄົດຂອງພັກ ແລະ ລັດຈີນ. ກອງປະຊຸມຄັ້ງນີ້, ໄດ້ວາງແຜນຜັງອັນຍິ່ງໃຫຍ່ ກ່ຽວກັບການສ້າງສາພັດທະນາຈີນ ຈົນຮອດກາງສັດຕະວັດນີ້ ຄື ເມື່ອຮອດປີ 2020 ຈະສ້າງເປັນສັງຄົມ ທີ່ອີ່ມໜຳສຳລານຮອບດ້ານ; ນັບແຕ່ປີ 2020-2035 ສ້າງເປັນປະເທດສັງຄົມນິຍົມ ທີ່ທັນສະໄໝໂດຍພື້ນຖານ; ຈາກປິ 2035-ກາງສັດຕະວັດນີ້ ສ້າງປະເທດຈີນ ໃຫ້ເປັນປະເທດສັງຄົມນິຍົມທີ່ ເຂັ້ມແຂງ ທັນສະໄໝ ອຸດົມຮັ່ງມີ ມີປະຊາທິປະໄຕ ສີວິໄລ ມີຄວາມກົມກຽວກັນ ແລະ ສວຍງາມ. ພວກຂ້າພະເຈົ້າ ມີຄວາມສາມາດ ແລະມີຄວາມໝັ້ນໃຈ ໃນການນຳພາປະຊາຊົນຈີນ ເດີນໄປສູ່ຄວາມໃຝ່ຝັນຂອງຈີນ ທີ່ບັນລຸການຟື້ນຟູ ຄວາມຈະເລີນຮຸ່ງເຮືອງ ອັນຍິ່ງໃຫຍ່ຂອງ ປະຊາຊາດຈີນ. ພາຍໃຕ້ການນຳພາຂອງ ພັກປະຊາຊົນ ປະຕິວັດລາວ, ສັງຄົມລາວ ມີຄວາມປອງດອງ ແລະ ມີຄວາມສະຫງົບດີ, ເສດຖະກິດພັດທະນາຢ່າງຮຸ່ງເຮືອງ, ປະເທດມີການປ່ຽນແປງຢ່າງຫຼວງຫຼາຍ, ພວມຊຸກຍູ້ພາລະກິດປ່ຽນແປງໃໝ່ ຢ່າງຮອບດ້ານເດີນໄປສູ່ເປົ້າໝາຍ ທີ່ກຳນົດໂດຍກອງປະຊຸມໃຫຍ່ ຜູ້ແທນທົ່ວປະເທດ ຄັ້ງທີ 10 ຂອງພັກປະຊາຊົນ ປະຕິວັດລາວ. ພາລະກຳທີ່ເຊັ່ນດຽວກັນ ແລະ ຄວາມໃຝ່ຝັນທີ່ຄຶກັນ ເໝືອນດັ່ງສາຍນ້ຳ ໃນແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ, ເຮັດໃຫ້ພວກເຮົາ ມີອະນາຄົດທີ່ຕິດຕໍ່ກັນ ແລະ ມີຊະຕາກຳທີ່ເຊື່ອມຈອດກັນ.

ພວກເຮົາຄວນເພີ່ມທະວີ ການແລກປ່ຽນກັນ ດ້ານຍຸດທະສາດ ເພື່ອສ້າງປະຊາຄົມ ຮ່ວມຊາຕາກຳທີ່ຕ່າງເຄົາລົບກັນ ແລະ ໄວ້ເນື້ອເຊື່ອໃຈ ເຊິ່ງກັນ ແລະ ກັນ.  ຈີນ-ລາວ ຕ້ອງສືບທອດ ແລະ ເສີມຂະຫຍາຍ ມິດຕະພາບອັນເປັນມູນເຊື້ອ ລະຫວ່າງສອງປະເທດ, ກຳກັບທິດທາງທີ່ຖືກຕ້ອງ ໃນການຂະຫຍາຍການພົວພັນ ສອງຝ່າຍຢ່າງໜັກແໜ້ນ, ລົງເລິກຄວາມໄວ້ເນື້ອເຊື່ອໃຈ ດ້ານການເມືອງ, ຖອດຖອນບົດຮຽນ ໃນດ້ານການຊຸກຍູ້ ການປະຕິຮູບ, ຊອກຄົ້ນທິດສະດີ ແລະ ພຶດຕິກຳຂອງການ ສ້າງສາສັງຄົມນິຍົມ, ຮັດແໜ້ນການໄປມາຫາສູ່ກັນ ລະຫວ່າງພັກ, ລັດຖະບານ, ພາກສ່ວນນິຕິບັນຍັດ ແລະ ລະດັບທ້ອງຖີ່ນ, ເຮັດໃຫ້ການພົວພັນຄູ່ຮ່ວມມື ຍຸດທະສາດຮອບດ້ານລະຫວ່າງ ຈີນ-ລາວ ກ້າວສູ່ລວງກວ້າງ ແລະ ລວງເລິກ. ສອງປະເທດຄວນສືບຕໍ່ ສະໜັບສະໜູນເຊິ່ງກັນ ແລະ ກັນ ໃນບັນຫາທີ່ກ່ຽວພັນເຖິງ ຜົນປະໂຫຍດໃຈກາງ ແລະ ບັນຫາສຳຄັນທີ່ເອົາໃຈໃສ່ ຂອງກັນ ແລະ ກັນ, ອີງຕາມຄວາມຖືກຄວາມຜິດ ຂອງບັນຫາມາຕົກລົງ ນະໂຍບາຍການຕ່າງປະເທດ, ຮ່ວມກັນປົກປັກຮັກສາສິດ ແລະ ຜົນປະໂຫຍດຂອງປະເທດ ທີ່ພວມພັດທະນານຳກັນ.

ພວກເຮົາຄວນລົງເລິກ ການເຊື່ອມຈອດກັນ ດ້ານຍຸດທະສາດ ເພື່ອສ້າງປະຊາຄົມຮ່ວມຊະຕາກຳ ທີ່ຕ່າງຊ່ວຍເຫຼືອກັນ. ຈີນສະໜັບສະໜູນ ລາວເສີມຂະຫຍາຍທ່າແຮງດ້ານພູມີພາກ ເພື່ອບັນລຸການພັດທະນາ ແບບສີຂຽວແລະຍືນຍົງ. ໃນຖານະເປັນພາກສ່ວນໜຶ່ງ ທີ່ສຳຄັນຂອງເຄືອຂ່າຍທາງລົດໄຟຜ່ານອາຊີ ໂຄງການທາງລົດໄຟ ລາວ-ຈີນ ມີຄວາມໝາຍດ້ານຍຸດທະສາດ ແລະ ຄວາມໝາຍຕົວຈິງ ທີ່ສຳຄັນຕໍ່ລາວ. ສອງຝ່າຍຄວນ ເພີ່ມທະວີການປະສານສົມທົບກັນ, ເພື່ອສ້າງທາງລົດໄຟສາຍນີ້ ໃຫ້ສຳເລັດ ແລະ ເປີດການບໍລິການໂດຍໄວ, ເຮັດໃຫ້ລາວເຊື່ອມຕໍ່ກັບ ບັນດາປະເທດຢູ່ອ້ອມຂ້າງ ກໍ່ຄືທົ່ວໂລກ. ພວກເຮົາຕ້ອງຊຸກຍູ້ການສ້າງ ແລະ ດຳເນີນງານຂອງໂຄງການໃຫຍ່ ທີ່ສຳຄັນຕ່າງໆເຊັ່ນ: ເຂດຮ່ວມມືເສດຖະກິດ, ດາວທຽມ ແລະ ເຂື່ອນໄຟຟ້ານ້ຳຕົກເປັນຕົ້ນ ເພື່ອໃຫ້ປະຊາຊົນລາວ ໄດ້ຮັບຜົນປະໂຫຍດໂດຍໄວ ແລະ ຫຼາຍກວ່າເກົ່າ.

ພວກເຮົາຄວນເປີດກວ້າງການຮ່ວມມືທີ່ແທດເໝາະກັບຕົວຈິງ ເພື່ອສ້າງປະຊາຄົມຮ່ວມຊາຕາກຳທີ່ຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດ. ຈີນ-ລາວມີພູຜາສາຍນ້ຳຕິດຈອດກັນ, ເສດຖະກິດມີລັກສະນະຕ່າງຄ້ຳຊູກັນ. ລາວມີຊັບພະຍາກອນທຳມະຊາດທີ່ອຸດົມຮັ່ງມີ, ເສດຖະກິດພັດທະນາຢ່າງວ່ອງໄວ ເຊິ່ງພວມຢູ່ໃນໄລຍະຂໍກະແຈທີ່ຊຸກຍູ້ການຫັນເປັນອຸດສາຫະກຳ ແລະ ຫັນເປັນທັນສະໄໝ. ຈີນມີບົດຮຽນແລະທ່າແຮງຢ່າງຫຼວຍຫຼາຍໃນດ້ານທຶນຮອນ, ເຕັກນິກ ແລະອຸປະກອນ. ສອງຝ່າຍຄວນຂຸດຄົ້ນກຳລັງບົ່ມຊ້ອນໃນການຮ່ວມມືເລື້ອຍໆ, ປະດິດສ້າງຮູບການຮ່ວມມືອັນໃໝ່, ເປີດກວ້າງການຮ່ວມມືທີ່ຕິດແທດຕົວຈິງໃນຂົງເຂດສ້າງເຄືອຂ່າຍໄຟຟ້າໃຫ້ເຊື່ອມຈອດກັນ, ການທະນາຄານ ແລະພະລັງງານເປັນຕົ້ນ, ຊຸກຍູ້ການສ້າງສາພື້ນຖານໂຄງລ່າງດ້ານກະສິກຳ, ຊົນລະປະທານ, ເສັ້ນທາງຄົມມະນາຄົມ ແລະໂທລະຄົມຂອງລາວ, ເພື່ອນຳເອົາຜົນປະໂຫຍດຕົວຈິງມາໃຫ້ປະຊາຊົນສອງປະເທດ.

ພວກເຮົາຄວນເປີດກວ້າງ ການແລກປ່ຽນດ້ານວັດທະນະທຳ ເພື່ອສ້າງປະຊາຄົມ ຮ່ວມຊາຕາກຳທີ່ຕ່າງຮ່ຳຮຽນ ແລະ ຖອດຖອນບົດຮຽນ ເຊິ່ງກັນ ແລະ ກັນ. ພວກເຮົາຕ້ອງເພີ່ມທະວີ ການຮ່ວມມືໃນຂົງເຂດວັດທະນະທຳ, ເຕັກນິກວິທະຍາສາດ, ຊາວໜຸ່ມ ແລະ ລະດັບທ້ອງຖີ່ນ, ເຮັດໃຫ້ມິດຕະພາບ ຈີນ-ລາວ ໄດ້ຮັບການສືບທອດ ໄປທຸກເຊັ່ນຄົນ. ຍິນດີຕ້ອນຮັບເພື່ອນລາວໄປຮຽນ, ທ່ອງທ່ຽວ ແລະ ເຮັດວຽກຢູ່ຈີນ ໃຫ້ຫຼາຍກວ່າເກົ່າ ເພື່ອກາຍເປັນຜູ້ສືບທອດ ແລະ ຜູ້ເສີມຂະຫຍາຍມິດຕະພາບ ອັນເປັນມູນເຊື້ອລະຫວ່າງ ຈີນ-ລາວ. ຈີນຈະຕັ້ງໜ້າສະໜັບສະໜູນລາວ ໃນການຈັດກິດຈະກຳ ປີທ່ອງທ່ຽວລາວ 2018 ໃຫ້ດີ, ສົ່ງເສີມໃຫ້ນັກທ່ອງທ່ຽວຈີນ ໄປທ່ອງທ່ຽວຢູ່ລາວ ຫຼາຍກວ່າເກົ່າ ເພື່ອສຳຜັດກັບສະເໜ່ ທີ່ມີເອກະລັກພິເສດ ຂອງປະຫວັດສາດ ແລະ ວັດທະນະທຳລາວ.

ຈີນ ແລະ ລາວ ເປັນສະມາຊິກທີ່ສຳຄັນ ໃນກົນໄກ ແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ. ກົນໄກການຮ່ວມມື ແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ ໄດ້ຮັບຜົນງານຢ່າງຫຼວງຫຼາຍ ນັບແຕ່ສ້າງຕັ້ງຂຶ້ນ ຢ່າງເປັນທາງການເມື່ອປີ 2016 ເປັນຕົ້ນມາ, ອັນໄດ້ສະແດງໃຫ້ເຫັນເຖິງ “ຄວາມໄວແຫ່ງ ແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ” ແລະ “ສະມັດຕະພາບແຫ່ງ ແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ”, ອັນໄດ້ຈໍ່ຕົວເປັນວັດທະນະທຳ ແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ ທີ່ປະຕິບັດຕໍ່ກັນຢ່າງສະເໝີພາບ, ຊ່ວຍເຫຼືອເຊິ່ງກັນ ແລະ ກັນຢ່າງຈິງໃຈ ແລະ ຖືກຕ້ອງປອງດອງ ຄືກັບຄອບຄົວດຽວ. ປີໜ້າ ລາວຈະເປັນປະເທດປະທານຮ່ວມ ຂອງການຮ່ວມມື ແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ. ຈີນຍິນດີຮ່ວມກັບລາວ ທຳຄວາມພະຍາຍາມນຳກັນ, ຊຸກຍູ້ ການຮ່ວມມື ແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ ໃຫ້ໄດ້ຮັບໝາກຜົນຫຼາຍກວ່າເກົ່າ, ຜັນຂະຫຍາຍໂຄງການຜົນງານ ໄລຍະຕົ້ນທີ່ສະເໜີໂດຍລາວ, ເພື່ອນຳພາການພັດທະນາ ຂອງອະນຸພາກພື້ນ, ສ້າງຄວາມຜາສຸກ ໃຫ້ແກ່ປະຊາຊົນບັນດາປະເທດ ຢູ່ພາກພື້ນແຫ່ງນີ້ຫຼາຍກວ່າເກົ່າ.

ຄຳສຸພາສິດລາວກ່າວໄວ້ວ່າ “ໄມ້ລຳດຽວລ້ອມຮົ້ວບໍ່ໄຂວ່, ໄພ່ບໍ່ພ້ອມແປງບ້ານບໍ່ເຮືອງ”, ຄົນຈີນມັກເວົ້າວ່າ “ທຸກຄົນຮ່ວມຈິດຮ່ວມໃຈກັນ ຈະກາຍເປັນກຳແພງ ທີ່ໝັ້ນແກ່ນ”, “ຫຼາຍຄົນພາກັນ ພະຍາຍາມສຸມຟືນ ກໍສາມາດເຮັດໃຫ້ໄຟຮຸ່ງຂຶ້ນ”. ຂ້າພະເຈົ້າເຊື່ອໝັ້ນວ່າ, ຂໍພຽງແຕ່ ຈີນ-ລາວ ໄວ້ເນື້ອເຊື່ອໃຈເຊິ່ງກັນ ແລະ ກັນ ແລະ ຮ່ວມມືກັນ, ກໍຍ່ອມຈະສ້າງອະນາຄົດ ຂອງການພົວພັນສອງປະເທດ ທີ່ສົດໃສກວ່າເກົ່າຢ່າງແນ່ນອນ.

ແຫຼ່ງຂ່າວ: ສຳນັກຂ່າວສານປະເທດລາວ