Homeຂ່າວຕ່າງປະເທດນາຍົກເລບານອນຫາຍຕົວ ຫຼັງເຂົ້າພົບກະສັດຊາອຸຯ ລືສົງຄາມຈະເກີດ

ນາຍົກເລບານອນຫາຍຕົວ ຫຼັງເຂົ້າພົບກະສັດຊາອຸຯ ລືສົງຄາມຈະເກີດ

Published on

ພັກຮ່ວມລັດຖະບານເລບານອນຮຽກຮ້ອງໃຫ້ຊາອຸດີອາລະເບຍ ຊີ້ແຈງຄວາມຈິງ ກໍລະນີນາຍົກລັດຖະມົນຕີເລບານອນຫາຍໂຕໄປ ຫຼັງເດິນທາງເຂົ້າພົບກະສັດອາຊຸຯ ແລະປະກາດລາອອກຈາກຕຳແໜ່ງກະທັນຫັນເມື່ອອາທິດແລ້ວນີ້.

ສະມາຊິກພັກຟິວເຕີມູບເມນ ແກນນຳລັດຖະບານປະສົມຂອງເລບານອນ ຖະແຫຼງຮຽກຮ້ອງລັດຖະບານຊາອຸດິ ອາລະເບຍໃຫ້ສະແດງຄວາມຊັດເຈນ ກໍລະນີ ທ່ານ ຊາອັດ ອັນ ຮາຣີຣີ ອະດີດນາຍົກລັດຖະມົນຕີຂອງເລບານອນ ຫາຍໂຕໄປຫຼັງເຂົ້າພົບສົມເດັດພະຍາຊາທິບໍດີຊັນມານແຫ່ງຊາອຸດິອາຣະເບຍ ເມື່ອວັນທີ 4 ພະຈິກ 2017 ທີ່ຜ່ານມາ ເຊິ່ງບາງແຫຼ່ງຂ່າວລາຍງານວ່າ ທ່ານ ຮາຣີຣີ ຖືກກັກໂຕໃນນະຄອນຫຼວງຣິຢາດຂອງຊາອຸດິອາຣະເບຍ ເຖິງແມ່ນຈະມີຖະແຫຼງການໃນນາມ ທ່ານ ຮາຣີຣີ ອອກມາເພື່ອຊີ້ແຈງວ່າທ່ານບໍ່ໄດ້ຖືກກັກໂຕຢູ່ຊາອຸ ແຕ່ກໍບໍ່ໄດ້ມີການລະບຸເພິ່ມເຕີມວ່າຂະນະນີ້ເຂົາພຳນັກຢູ່ບ່ອນໃດ ແລະທ່ານ ຮາຣີຣີ ຍັງຕ້ອງຮັກສາການໃນຕຳແໜ່ງນາຍົກລັດຖະມົນຕີຕໍ່ໄປກ່ອນ ເພາະຍັງບໍ່ມີຂະບວນການຈັດຫາຜູ້ທີ່ຈະມາຮັບຕຳແໜ່ງແທນ.

ທ່ານ ຮາຣີຣີ ຖະແຫຼງລາອອກຈາກຕຳແໜ່ງຢ່າງກະທັນຫັນ ຫຼັງເດິນທາງໄປເຂົ້າພົບກະທັດແຫ່ງຊາອຸດິອາຣະເບຍເມື່ອວັນທີ 4 ພະຈິກ ໂດຍສະຖານີໂທລະພາບຊາອຸຯ ໄດ້ເຜີຍແພ່ເຫດການທີ່ ທ່ານ ຮາຣີຣີ ຖະແຫຼງປະນາມລັດຖະບານອິລານວ່າເປັນຜູ້ໃຫ້ທ້າຍກຸ່ມຮິດບັນເລາະ ເຊິ່ງເປັນກຸ່ມຕິດອາວຸດທີ່ມີອິດທິພົນຢ່າງສູງໃນເລບານອນ ແຕ່ສະມາຊິກຂອງພັກຟິວເຕີມູບເມນລະບຸວ່າ ຖະແຫຼງການຂອງ ທ່ານ ຮາຣີຣີ ອາດຈະເກີດຂຶ້ນຍ້ອນຖືກຊາອຸດິອາຣະເບຍບີບບັງຄັບ.

ທ່ານ ຊາອັດ ອັນ ຮາຣີຣີ ເຂົ້າພົບສົມເັດພະຍາຊາທິບໍດີຊັນມານແຫ່ງຊາອຸດິອາຣະເບຍເມື່ອວັນທີ 4 ພະຈິກ 2017

ເຫດການທີ່ເກີດຂຶ້ນເຮັດໃຫ້ເກີດຄວາມສັບສົນວຸ່ນວາຍພາຍໃນພັກຮ່ວມລັດຖະບານຂອງເລບານອນຫຼາຍ ເພາະທີ່ຜ່ານມາລັດຖະບານ ທ່ານ ຮາຣີຣີ ເປັນໂຕກາງທີ່ສຳຄັນໃນການຕ້ານທານອຳນາດລະຫວ່າງລັດຖະບານຊາອຸດິອາຣະເບຍແລະລັດຖະບານອິລານໃນຕາເວນອອກກາງ ເນື່ອງຈາກ ທ່ານ ຮາຣີຣີ ເປັນຄົນມຸດສະລິມນິກາຍຊຸນນີຄືກັບຊາອຸດິອາຣະເບຍ ແຕ່ກຸ່ມຮິດບັນເລາະເປັນມຸດສະລິມນິຍາຍຊີອະ.

ນອກຈາກນັ້ນ ລັດຖະບານຊາອຸດິອາຣະເບຍ, ຄູເວດ, ບາເຣນ ແລະສະຫະລັດອາຣັບເອມິເຣດ ຍັງໄດ້ປະກາດເຕືອນພົນລະເມືອງຂອງຕົນໃຫ້ຫຼີກລ້ຽງການເດິນທາງໄປຍັງເລບານອນ. ສ່ວນຜູ້ທີ່ອາໄສຢູ່ໃນເລບານອນກໍໃຫ້ເດິນທາງກັບປະເທດ ເຮັດໃຫ້ນັກວິເຄາະເບິ່ງວ່າ ກຸ່ມປະເທດດັ່ງກ່າວອາດຈະມີແຜນໂຈມຕີເລບານອນ ເພາະນັບແຕ່ວັນທີ 4 ພະຈິກທີ່ຜ່ານມາ ເຈົ້າຊາຍໂມຮັມເມັດ ບິນ ຊັນມານ ເຈົ້າຊາຍຂອງຊາອຸດິອາຣະເບຍ ຊົງມີຄຳສັ່ງກວາດລ້າງການທຸຈະລິດໃນປະເທດ ມີການຈັບກຸມເຈົ້າຊາຍແລະລັດຖະມົນຕີຈຳນວນຫຼາຍ ເຮັດໃຫ້ນັກວິເຄາະເບິ່ງວ່າ ນີ້ເປັນການຈັດລະບຽບບໍ່ໃຫ້ກຸ່ມອິທິພົນເກົ່າກີດຂວາງການຮວບເອົາອຳນາດຂອງເຈົ້າຊາຍອາຊຸຯ ແລະທ່ານ ຮາຣີຣີ ອາດຈະຖືກໃຊ້ເປັນລູກມືໃນການເຮັດສົງຄາມຕົວແທນລະຫວ່າງຊາອຸດິອາຣະເບຍແລະອິລານ.

ບົດຄວາມຫຼ້າສຸດ

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...