spot_img
Homeຂ່າວພາຍ​ໃນບໍ່ຄຳເຊໂປນແລະພູເບ້ຍຈະປິດໃນປີ 2020 ຄາດວ່າຍ້ອນແຮ່ຄຳໝົດແລ້ວ

ບໍ່ຄຳເຊໂປນແລະພູເບ້ຍຈະປິດໃນປີ 2020 ຄາດວ່າຍ້ອນແຮ່ຄຳໝົດແລ້ວ

Published on

ນັບແຕ່ປີ 1990 ເປັນຕົ້ນມາ ລັດຖະບານລາວໄດ້ອະນຸຍາດໃຫ້ ບໍລິສັດທັງພາຍໃນແລະຕ່າງປະເທດ ເຂົ້າມາສຳຫຼວດ, ຂຸດຄົ້ນ ແລະພັດທະນາແຮ່ທາດ ເຊິ່ງມາຮອດປັດຈຸບັນ ມີບໍລິສັດທີ່ໄດ້ຮັບອະນຸຍາດແລ້ວ 229 ບໍລິສັດ ໃນນັ້ນ, ໄດ້ດຳເນີນການຂຸດຄົ້ນແລະຜະລິດ 81 ບໍລິສັດ. ແລະຄາດວ່າມີ 2 ບໍລິສັດໃຫຍ່ ຄື ບໍ່ຄຳເຊໂປນແລະບໍ່ຄຳພູເບ້ຍ ຈະປິດລົງໃນປີ 2020.

ປະເພດແຮ່ທາດທີ່ເຂົ້າສູ່ການຂຸດຄົ້ນແລະຜະລິດຈຳໜ່າຍມີ 18 ແຮ່ທາດ ເປັນຕົ້ນແມ່ນ: ແຮ່ຄຳ, ເງິນ, ທອງ, ກົ່ວ, ຊືນ, ສັງກະສີ, ອັງຕີມອນ, ຖ່ານຫີນ, ບາຣິດ, ຫີນກາວ, ຫີນປູນ, ບົກຊິດ, ເກືອໂປຕາສ, ເກືອກິນ, ດິນໜຽວ, ໂບຣມ ແລະອື່ນໆ

ທ່ານ ປອ ຄຳມະນີ ອິນທິລາດ ລັດຖະມົນຕີກະຊວງພະລັງງານແລະບໍ່ແຮ່ລາຍງານຕໍ່ກອງປະຊຸມສະພາວ່າງບໍ່ດົນມານີ້ວ່າ: “ຕະຫຼອດ 10 ປີຜ່ານມາ (2005-2015) ບັນດາບໍລິສັດຂຸດຄົ້ນແຮ່ທາດໄດ້ປະຕິບັດພັນທະທາງດ້ານການເງິນໄດ້ປະມານ 1.89 ຕື້ໂດລາສະຫະລັດ. ໃນນັ້ນ, ພົ້ນເດັ່ນແມ່ນປີ 2011 ໄດ້ 292 ລ້ານໂດລາສະຫະລັດ ແລະປີ 2012 ໄດ້ 293.6 ລ້ານໂດລາສະຫະລັດ. ຫຼັງຈາກນັ້ນ, ລາຍຮັບທາງດ້ານນີ້ກໍຄ່ອຍຫຼຸດລົງຕາມລຳດັບ ຍ້ອນວ່າແຮ່ທາດເລິ່ມໜ້ອຍລົງແລະລາຄາແຮ່ທາດໃນຕະຫຼາດໂລກກໍຖືກລົງ”. ແລະຄາດວ່າຮອດປີ 2020-2021 ສອງບໍລິສັດຂຸດຄົ້ນແຮ່ຄຳ ເຊໂປນ ແລະ ພູເບ້ຍ ຕ້ອງປິດໂຕລົງ ຍ້ອນແຮ່ທາດຈາກ 2 ບໍ່ນີ້ໝົດ.

 

ບົດຄວາມຫຼ້າສຸດ

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...

ພະນັກງານກວດກາ ສປປ ລາວ 30 ທ່ານ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນ

ພະນັກງານກວດກາ ສປປ ລາວ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນໃນລະຫວ່າງວັນທີ 17-25 ຕຸລາ 2025...

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນວັນທີ 26 ຕຸລາ 2025 ທີ່ກົວລາລໍາເປີ ປະເທດ ມາເລເຊຍ, ທ່ານ ສອນໄຊ...

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...