Homeຂ່າວພາຍ​ໃນສະພາແຫ່ງຊາດ ຮັບຮອງເອົາ ກົດໝາຍວ່າດ້ວຍ ການຈັດຊື້-ຈັດຈ້າງ ດ້ວຍທຶນຂອງລັດ

ສະພາແຫ່ງຊາດ ຮັບຮອງເອົາ ກົດໝາຍວ່າດ້ວຍ ການຈັດຊື້-ຈັດຈ້າງ ດ້ວຍທຶນຂອງລັດ

Published on

​ໃນ​ກອງປະຊຸມ​ສະ​ໄໝ​ສາມັນ ​ເທື່ອ​ທີ 4 ຂອງ​ສະພາ​ແຫ່ງ​ຊາດ ຊຸດ​ທີ VIII ​​ໃນ​ວັນ​ທີ 2 ພະຈິກ 2017 ​ໂດຍ​ການ​ເປັນ​ປະທານ​ຂອງ ​ທ່ານ ບຸນ​ປອນ ບຸດ​ຕະນະ​ວົງ ຮອງ​ປະທານ​ ສະພາ​ແຫ່ງ​ຊາດ ​ໄດ້​ພ້ອມ​ກັນພິຈະ​ລະນາ, ປະກອບ​ຄຳ​ຄິດ​ຄຳ​ເຫັນ​ ໃສ່​ຮ່າງ​ກົດໝາຍ​ວ່າ​ດ້ວຍ​ ການຈັດ​ຊື້-ຈັດ​ຈ້າງ ດ້ວຍ​ທຶນ​ຂອງ​ລັດ, ​ເຊິ່ງ​ເປັນ​ກົ​ດ​ໝາຍສ້າງ​ໃໝ່ ທີ່​ສະ​ເໜີ​ໂດຍ ທ່ານ ສົມ​ດີ ດວງ​ດີ ຮອງ​ນາຍົກລັດຖະມົນຕີ, ລັດຖະມົນຕີ ​ກະຊວງ​ການ​​ເງິນ.

​ໃນ​ວາລະ​ດຳ​ເນີນ​ກອງ​ປະຊຸມ, ທ່ານ ສົມ​ດີ ດວງ​ດີ ​ໄດ້​ຂຶ້ນ​ລາຍ​ງານ ​ກ່ຽວກັບ​ຮ່າງກົດໝາຍວ່າ​ດ້ວຍ​ ການຈັດ​ຊື້-ຈັດ​ຈ້າງ ດ້ວຍ​ທຶນ​ຂອງ​ລັດ (ສ້າງ​ໃໝ່), ​ໂດຍ​ທ່ານ​ ໄດ້​ຍົກ​ໃຫ້​ເຫັນ​ສະພາບ ​ຄວາມ​ເປັນ​ມາ​ໃນ​ການ​ຄົ້ນ​ຄວ້າ​, ເຫດຜົນ ​ແລະ ຄວາມ​ຈຳ​ເປັນ ​​ໃນ​ການ​ສ້າ​ງ​ຮ່າງ​ກົດໝາຍ ວ່າ​ດ້ວຍ​ການຈັດ​ຊື້-ຈັດ​ຈ້າງ​ ດ້ວຍ​ທຶນ​ຂອງ​ລັດ ເຊິ່ງການຄົ້ນຄວ້າ ​ສ້າງ​ຮ່າງ​ກົດໝາຍ​ດັ່ງກ່າວ, ​ເນື້ອ​ໃນ​ຫລັກ​ແມ່ນ​ ບົນ​ພື້ນຖານ​ການ​ປັບປຸງ​ ຈາກ​ເນື້ອ​ໃນ​ຂອງ​ດຳລັດ ​ວ່າ​ດ້ວຍ​ການຈັດ​ຊື້​-ຈັດ​ຈ້າງ​ສິນຄ້າ, ການ​ກໍ່ສ້າງ​ສອມ​ແປງ ​ແລະ ການ​ບໍລິການ ​ດ້ວຍ​ທຶນ​ຂອງ​ລັດ​ (ສະບັບ​ປັບປຸງ) ສະບັບ​ເລກທີ 03/ນຍ, ລົງ​ວັນ​ທີ 9 ມັງກອນ 2004, ​ໂດຍ​ໄດ້​ປ່ຽນ​ແທນ​ຊື່​ ຈາກ​ດຳ​ລັດດັ່ງກ່າວ ມາ​ເປັນ​ກົດໝາຍ​ວ່າ​ດ້ວຍ ການ​ຈັດ​ຊື້-ຈັດ​ຈ້າງ​ ດ້ວຍ​ທຶນ​ຂອງ​ລັດ ​ເພື່ອ​​​ເປັນ​ເຄື່ອງມື​ ທາງ​ດ້ານ​ນິຕິ​ກຳທີ່​ໜັກ​ແໜ້ນ​ ໃນ​ການ​ປະຕິບັດ​ວຽກ​ງານ​ ຈັດ​ຊື້-ຈັດ​ຈ້າງ ​ດ້ວຍ​ທຶນ​ຂອງ​ລັດ ທັງ​ເປັນ​ການ​ເຮັດ​ໃຫ້ ການ​ຈັດ​ຕັ້ງ​ປະຕິບັດ​ ແຜນ​ພັດທະນາ​ເສດຖະກິດ​-ສັງຄົມ ​ໃນ​ແຕ່ລະ​ໄລຍະ​ ໃຫ້​ມີ​ປະສິດ​ທິຜົນ ​ແລະ ​ເຂັ້ມງວດ​ໃນ​ການ​ປະຕິບັດ ​ລັດຖະທຳ​ມະນູນ, ກົດໝາຍ, ນິຕິ​ກຳຕ່າງໆ ທີ່​ກ່ຽວຂ້ອງ​ ​ແລະ ​ໃຫ້ສອດຄ່ອງ​ກັບ​ ຫລາຍ​ປະ​ເທດໃນ​ພາກ​ພື້ນ ​ແລະ ອື່ນໆ.

ຫລັງ​ຈາກ​ນັ້ນ, ທ່ານ ບຸນ​ປອນ ບຸດ​ຕະນະ​ວົງ ປະທານ​ກອງ​ປະຊຸມ ​ໄດ້​ມີ​ຄຳ​ຖາມ​ ເຈາະ​ຈີ້ມບາງ​  ໝວດ, ບາງ​ມາດຕາ ແລະ ບັນດາ​ສະມາຊິກ​ ສະພາ​ແຫ່ງ​ຊາດ​ແຕ່ລະ​ເຂດ ​ໄດ້​ປະກອບ ​ຄຳ​ຄິດ​ຄຳ​ເຫັນ ຢ່າງ​ກົງ​ໄປ​ກົງ​ມາ ​ໃສ່​ຮ່າງ​ກົດໝາຍ​ດັ່ງກ່າວ, ເຊິ່ງໂດຍ​ລວມ​ແລ້ວ ​ແມ່ນ​ເຫັນ​ດີ​ເປັນ​ເອກະ​ພາບ​ ເປັນ​ພື້ນຖານ​ ທາງ​ດ້ານ​​ເນື້ອ​ໃນ, ​ໂຄງ​ສ້າງ, ແຕ່​ຍັງ​ມີ​ບາງ​ໝວດ, ບາງ​ມາດຕາ ທີ່​ຈະ​ຕ້ອງ​ໄດ້ປັບປຸງ, ດັດ​ແກ້, ​ຕັດ​ອອກ ແລະ ​ເຕີ່​ມ​ໃສ່ບາງ​ຄຳ​ສັບ ​ເພື່ອ​ໃຫ້​ສອດຄ່ອງ, ຖືກຕ້ອງ ​ແລະ ຊັດ​ເຈນ ກັບ​ສະພາບ​ຄວາມ​ເປັນ​ຈິງ. ພ້ອ​ມດຽວ​ກັນ​ນັ້ນ, ກໍ​ເຫັນ​ດີ​ເປັນ​ເອກະ​ພາບ​ ຮັບຮອງ​ເອົາ​ກົດໝາຍ​ວ່າ ​ດ້ວຍ​ການຈັດ​ຊື້-ຈັດ​ຈ້າງ ດ້ວຍ​ທຶນ​ຂອງ​ລັດ ດ້ວຍຄະ​ແນນ​ສຽງ​ເຫັນ​ດີ ​ເປັນ​ສ່ວນ​ຫລາຍ. ກອງ​ປະຊຸມຍັງ​ໄດ້​ສະ​ເໜີ​ ໃຫ້​ອະນຸ​ກຳມະການ​ເນື້ອ​ໃນ​ກົດໝາຍ​ ​ນຳ​ເອົາ​ຄຳ​ຄິດ​ຄຳ​ເຫັນ​ຂອງ ສສຊ ​ໄປ​ປັບປຸງ​ໃສ່​ກົດໝາຍ​ດັ່ງກ່າວ ​ໃຫ້​ເໝາະ​ສົມ ​ແລະ ຖືກຕ້ອງ​ສອດຄ່ອງ​ ກັບ​ຄວາມ​ເປັນ​ຈິງ, ທັງ​ນີ້ກໍ​ເພື່ອ​ເຮັດ​ໃຫ້​ກົດໝາຍ ​ວ່າ​ດ້ວຍການຈັດ​ຊື້-ຈັດ​ຈ້າງ​ ດ້ວຍ​ທຶນ​ຂອງ​ລັດ ມີ​ຄວາມ​ສັກສິດ ​ແລະ ສາມາດນຳ​ໄປ​ຈັດ​ຕັ້ງ​ປະຕິບັດ​ ໄດ້​ຢ່າງ​ມີ​ປະສິດທິ​ຜົນ.

ກົດໝາຍ​ວ່າ​ດ້ວຍ​ການ ຈັດ​ຊື້-ຈັດ​ຈ້າງ ດ້ວຍ​ທຶນ​ຂອງລັດ ປະກອບ​ມີ 11 ພາກ, 15  ໝວດ, 90 ມາດຕາ ພາຍຫລັງ ກົດໝາຍ​ດັ່ງກ່າວ, ຖືກ​ຮັບຮອງ ​ແລະ ປະກາດ​ໃຊ້​ ຢ່າງ​ເປັນ​ທາງ​ການ ຈະ​ເປັນ​ນິຕິ​ກຳ​ທີ່​ເປັນ​ບ່ອນ​ອີງ​ທີ່​ໜັກ​ແໜ້ນ ໃຫ້​ແກ່​ການ​ຄຸ້ມ​ຄອງ ​ແລະ ຕິດຕາມ​ກວດກາ​ ການຈັດ​ຕັ້ງ​ປະຕິບັດ ວຽກ​ງານ​ຈັດ​ຊື້-ຈັດ​ຈ້າງ ດ້ວຍ​ທຶນ​ຂອງ​ລັດ ​ໃຫ້​ມີ​ປະສິດທິ​ຜົນ ​ແລະ ປະສິດທິ​ພາບ​ສູງ​ຂຶ້ນ, ມີ​ຄວາມ​ໂປ່​ງ​ໃສ ​ແລະ ຍຸຕິ​ທຳ, ​ເຮັດ​ໃຫ້​ອົງການ​ຈັດ​ຕັ້ງ​ ລັດ​ຂັ້ນ​ສູງ​ກາງ, ຂັ້ນ​ທ້ອງ​ຖິ່ນ ​ແລະ ລັດ​ວິ​ສາ​ຫະກິດ ​ເຂົ້າ​ໃຈ​ເຖິງ​ຄວາມ​ສຳຄັນ ​ໃນ​ການ​ຄຸ້ມ​ຄອງ​ວຽກ​ງານ ​ຈັດ​ຊື້-ຈັດ​ຈ້າງ​ ດ້ວຍ​ທຶນ​ຂອງ​ລັດ ດ້ວຍ​ກົດໝາຍ​ຫລາຍ​ຂຶ້ນ, ທັງ​ເປັນ​ການສ້າງ​ຄວາມ​ເຊື່ອ​ໝັ້ນ​ ໃຫ້​ແກ່​ນັກ​ລົງທຶນ ທັງ​ພາຍ​ໃນ ​ແລະ ຕ່າງປະ​ເທດ ກ່ຽວ​ກັບ​ວຽກ​ງານ​ຈັດ​ຊື້-ຈັດ​ຈ້າງ​ດ້ວຍ​ທຶນ​ຂອງ​ລັດອີກ​ດ້ວຍ.

 

ແຫລ່ງຂ່າວ: ທະນູ​ທອງ
ພາບປະກອບຂ່າວ: ສະຫວາດ (ສຳນັກຂ່າວສານປະເທດລາວ)

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...