Homeຂ່າວພາຍ​ໃນສະພາຮັບຮອງເອົາກົດໝາຍ ວ່າດ້ວຍສັນຊາດລາວ ສະບັບປັບປຸງ.

ສະພາຮັບຮອງເອົາກົດໝາຍ ວ່າດ້ວຍສັນຊາດລາວ ສະບັບປັບປຸງ.

Published on

ໃນຕອນບ່າຍຂອງວັນທີ 1 ພະຈິກ 2017 ທ່ານ ໄຊສີ ສັນຕິວົງ, ລັດຖະມົນຕີກະຊວງຍຸຕິທຳ, ໄດ້ສະເໜີກ່ຽວກັບກົດໝາຍວ່າດ້ວຍສັນຊາດລາວສະບັບປັບປຸງ ຕໍ່ກອງປະຊຸມສະໄໝສາມັນເທື່ອທີ 4 ຂອງສະພາແຫ່ງຊາດຊຸດທີ VIII.

ໃນກົດໝາຍ ວ່າດ້ວຍສັນຊາດລາວສະບັບປີ 2004 ທີ່ເວົ້າເຖິງຂັ້ນຕອນສຸດທ້າຍໃນການຕົກລົງ ອະນຸມັດໃຫ້ສັນຊາດລາວ, ໃຫ້ສັນຊາດລາວຄືນ, ໃຫ້ເສຍສັນຊາດ, ໃຫ້ປະສັນຊາດ ແລະ ໃຫ້ຖອນສັນ ຊາດລາວຄືນ ແມ່ນສິດ ແລະ ໜ້າທີ່ຂອງຄະນະປະຈຳສະພາແຫ່ງຊາດ ເຊິ່ງບໍ່ສອດຄ່ອງກັບລັດຖະ ທຳມະນູນສະບັບເລກທີ 63/ສພຊ, ລົງວັນທີ, 8 ທັນວາ 2015.

ດ້ານການປັບປຸງ ແລະ ເພີ່ມເຂົ້າໃໝ່ໃນກົດໝາຍສະບັບນີ້ ແມ່ນເພິ່ນໄດ້ມີການປັບປຸງເງື່ອນ ໄຂການໄດ້ສັນຊາດລາວຂອງພົນລະເມືອງຕ່າງປະເທດ ຫຼື ຄົນບໍ່ມີສັນຊາດ, ປັບປຸງການຍື່ນ ແລະ ພິຈາລະນາຄຳຮ້ອງກ່ຽວກັບ ວຽກງານສັນຊາດ, ປັບປຸງການຕົກລົງກ່ຽວກັບສັນຊາດ, ການຈົດທະບຽນ ກ່ຽວກັບສັນຊາດ, ໂດຍໄດ້ ເພີ່ມໝວດເຂົ້າໃໝ່ຈຳນວນ 4 ໝວດຄື: ໝວດທີ 6 ຫາ ໝວດທີ 9 ເພື່ອ ໃຫ້ສອດຄ່ອງກັບເຕັກນິກຂອງການສ້າງນິຕິກຳ ແລະ ໂຄງປະກອບກົດໝາຍທີ່ສະພາແຫ່ງຊາດໄດ້ ຮັບຮອງໃນໄລຍະຜ່ານມາ.

ນອກນັ້ນ, ຍັງໄດ້ມີການປັບປຸງເນື້ອໃນ 11 ມາດຕາ ແຕ່ໂດຍລວມແມ່ນຍັງຮັກສາເນື້ອໃນເກົ່າ ແລະ ໄດ້ມີການເພີ່ມມາດຕາເຂົ້າໃໝ່ຈຳນວນ 23 ມາດຕາຄື: ມາດຕາ 3, 4, 5, 11, 12, 20, 33, 35 ຫາ 50 ສັງລວມແລ້ວກົດໝາຍວ່າດ້ວຍສັນຊາດລາວສະບັບປັບປຸງນີ້ປະກອບມີ 10 ໝວດ ແລະ 52 ມາດຕາ.

 

ແຫຼ່ງຂ່າວ: ສຳນັກຂ່າວສານປະເທດລາວ

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...