Homeຂ່າວພາຍ​ໃນສະພາຮັບຮອງກົດໝາຍວ່າດ້ວຍ ການປົກປ້ອງຜົນກະທົບ ຈາກການນຳເຂົ້າສິນຄ້າ

ສະພາຮັບຮອງກົດໝາຍວ່າດ້ວຍ ການປົກປ້ອງຜົນກະທົບ ຈາກການນຳເຂົ້າສິນຄ້າ

Published on

ກົດໝາຍວ່າດ້ວຍ ການປົກປ້ອງຜົນກະທົບ ຈາກການນຳເຂົ້າສິນຄ້າ, ຊຶ່ງເປັນກົດໝາຍສ້າງໃໝ່ ຄາດວ່າຈະນຳເອົາ ຜົນປະໂຫຍດມາສູ່ ສປປ ລາວ ຢ່າງຫລວງຫລາຍ ໂດຍສະເພາະ ແມ່ນການຮັກສາສະຖຽນລະພາບ ທາງດ້ານເສດຖະກິດ ແລະ ເຮັດໃຫ້ໜໍ່ແໜງການຜະລິດພາຍ ໃນມີການຂະຫຍາຍຕົວ.

ກົດໝາຍສະບັບນີ້, ສະເໜີໂດຍທ່ານ ນາງ ເຂັມມະນີ ພົນເສນາ ລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ ຢູ່ທີ່ ຂອງສະພາແຫ່ງຊາດ ຊຸດທີ VIII ໃນວັນທີ 30 ຕຸລາ ຊຶ່ງສະມາຊິກສະພາ ກໍໄດ້ປະກອບຄໍາຄິດຄໍາເຫັນ ຢ່າງກົງໄປກົງມາ, ເນື່ອງຈາກວ່າກົດໝາຍສະບັບນີ້ ສ້າງຂຶ້ນເພື່ອປົກປ້ອງ ຜູ້ຜະລິດ ສິນຄ້າພາຍໃນ ພາຍໃຕ້ເງື່ອນໄຂ ການເຊື່ອມໂຍງເສດຖະກິດ ກັບພາກພື້ນ ແລະ ສາກົນ, ພ້ອມທັງເປັນການ ສ້າງເງື່ອນໄຂ ໃຫ້ຜູ້ຜະລິດສິນຄ້າພາຍໃນ ໄດ້ປັບປຸງໂຕເອງ ໃຫ້ມີຄວາມເຂັ້ມແຂງ, ເຕີບໃຫຍ່ຂະຫຍາຍຕົວ ແລະ ສາມາດແຂ່ງຂັນກັບ ການນຳເຂົ້າສິນຄ້າ ເພື່ອປະກອບສ່ວນເຂົ້າໃນ ການພັດທະນາ ເສດຖະກິດ-ສັງຄົມຂອງຊາດ.

ພາຍຫລັງ ທີ່ສະພາແຫ່ງຊາດຮັບຮອງ ແລະ ປະກາດໃຊ້ ຢ່າງເປັນທາງການແລ້ວ, ກົດໝາຍສະບັບດັ່ງກ່າວ, ຈະເຮັດໃຫ້ ນັກລົງທຶນ ທັງພາຍໃນ ແລະ ຕ່າງປະເທດ ມີຄວາມເຊື່ອໝັ້ນ ໃນການລົງທຶນ, ດຳເນີນທຸລະກິດ ແລະ ການຜະລິດ ຢູ່ ສປປ ລາວ, ໂດຍສະເພາະແມ່ນ ວິສາຫະກິດຂະໜາດນ້ອຍ ແລະ ກາງ ທີ່ມີຄວາມສາມາດແຂ່ງຂັນ ກັບສິນຄ້ານຳເຂົ້າ, ພ້ອມທັງເຮັດໃຫ້ ຜູ້ຜະລິດສິນຄ້າພາຍໃນ ໄດ້ຮັບການປົກປ້ອງ ຈາກລະບຽບກົດໝາຍ ໃນເວລາທີ່ຕົນເອງ ໄດ້ຮັບຜົນກະທົບ ຈາກການນຳເຂົ້າສິນຄ້າ ແລະ ເຮັດໃຫ້ສິນຄ້າ ທີ່ຜະລິດຢູ່ພາຍໃນ ສປປ ລາວ ໄດ້ຮັບການພັດທະນາດີຂຶ້ນ, ສາມາດແຂ່ງຂັນກັບສິນຄ້ານຳເຂົ້າ ແລະ ສົ່ງອອກໄປສູ່ຕະຫລາດ ພາກພື້ນ ແລະ ສາກົນ ລວມທັງເປັນການສົ່ງເສີມ ສີມືແຮງງານ ກໍຄື ການນຳໃຊ້ນະວັດຕະກຳໃໝ່ ເຂົ້າໃນການຜະລິດ.

ການປົກປ້ອງຜົນກະທົບ ຈາກການນຳເຂົ້າສິນຄ້າ ແມ່ນການນຳໃຊ້ ມາດຕະການທາງດ້ານພາສີ ຫລື ການກຳນົດ ປະລິມານການນຳເຂົ້າ ໃນໄລຍະເວລາໃດໜຶ່ງ ເພື່ອປົກປ້ອງ ຜູ້ຜະລິດສິນຄ້າພາຍໃນ ທີ່ໄດ້ຮັບຄວາມເສຍຫາຍ ຢ່າງຫລວງຫລາຍ ຫລື ມີໄພຂົ່ມຂູ່ທີ່ຈະກໍ່ໃຫ້ເກີດ ຄວາມເສຍຫາຍຢ່າງຫລວງຫລາຍ ຈາກການນຳເຂົ້າ ສິນຄ້າທີ່ ເພີ່ມຂຶ້ນນັ້ນ ໃຫ້ສາມາດປັງປຸງຕົນເອງ ແລະ ແຂ່ງຂັນໄດ້.

ການ​ສ້າງ​ກົດໝາຍວ່າດ້ວຍ ການປົກປ້ອງຜົນກະທົບ ຈາກການນຳເຂົ້າສິນຄ້າ ແມ່ນ​ປະຕິບັດ​ຕາມ​ພັນທະ ຂອງ​ການ​ເຂົ້າ​ເປັນ​ສະມາຊິກ​ ຂອງ​ອົງການ​ການ​ຄ້າ​ໂລກ ​ເຊິ່ງ​ໄດ້​ກຳນົດ​ເງື່ອນ​ໄຂ ພາຍຫລັງ ​ເຂົ້າ​ເປັນ​ສະມາຊິກ​ ອົງ​ການ​ການ​ຄ້າ​ໂລກ​ແລ້ວ ລັດຖະບານ​ລາວ ຕ້ອງ​ສ້າງ​ກົດໝາຍ​ດັ່ງກ່າວ​ ​ໃຫ້​ສຳ​ເລັດ​ພາຍ​ໃນ 5 ປີ ຫລັງ​ການ​ເຂົ້າ​ເປັນ ​ສະມາຊິກ​ສົມບູນ, ໝາຍ​ຄວາມ​ວ່າ ສປປ ລາວ ຕ້ອງ​ສ້າງ​ກົດໝາຍ​ສະບັບ​ນີ້ ​ໃຫ້​ສຳ​ເລັດ​ກ່ອນ ​ວັນ​ທີ 2 ກຸມພາ 2018. ກົດໝາຍ​ສະບັບ​ດັ່ງກ່າວ, ຈະ​ບໍ່ສາມາດ​ສ້າງ​ເປັນ​ນິຕິ​ກຳ​ລຸ່ມ​ກົດໝາຍ​ໄດ້ ​ເພາະ​ໄດ້​ກຳນົດ​ມາດ​ຕະການ​ ຂຶ້ນ​ອັດຕາ​ພາສີ​ຕໍ່​ສິນຄ້າ​ນຳ​ເຂົ້າ ທີ່​ສ້າງ​ຜົນ​ກະທົບ ​ຕໍ່​ສິນຄ້າ​ຜະລິດ​ຕະພັນ​ພາຍ​ໃນ. ສະຫລຸບ​ລວມ​ແລ້ວ ການ​ສ້າງ​ກົດໝາຍ ​ສະບັບ​ດັ່ງກ່າວ, ​ແມ່ນ​ມີ​ຄວາມ​ຈຳ​ເປັນ​ຢ່າງ​ຍິ່ງ ​ເພື່ອ​ເປັນ​ເຄື່ອງມື​ທີ່​ສຳຄັນ​ ໃນ​ການ​ປົກ​ປ້ອງ​ ຜູ້​ຜະລິດ​ສິນຄ້າ​ຢູ່​ ສປປ ລາວ ​ໃຫ້​ສາມາດ​ແຂ່ງຂັນ​ກັບ ​ສິນຄ້າ​ນຳ​ເຂົ້າ ​ແລະ ອື່ນໆ.

ທ່ານ​ ນາງ ​ເຂັມ​ມະນີ ພົນ​ເສນາ ​ໃຫ້​ຮູ້​ຕື່ມວ່າ: ກົດໝາຍວ່າດ້ວຍ ການປົກປ້ອງຜົນກະທົບ ຈາກການນຳເຂົ້າສິນຄ້າ ປະກອບມີ 7 ພາກ, 53 ມາດຕາ ພາຍຫລັງຖືກຮັບຮອງ ແລະ ປະກາດໃຊ້ຢ່າງ​ເປັນ​ທາງ​ການ​ແລ້ວ ກໍຈະເປັນເຄື່ອງມືທີ່ດີ ໃຫ້ແກ່ການຄຸ້ມຄອງ, ຕິດຕາມ, ກວດກາ ການ​ນຳ​ເຂົ້າ​ສິນຄ້າ ​ແລະ ຊ່ວຍ​ເຫລືອ ​ຜູ້​ຜະລິດ​ສິນຄ້າ​ພາຍ​ໃນ ​ເພື່ອ​ສ້າງ​ຄວາມ​ເຂັ້ມ​ແຂງ ​ແລະ ສາມາດ​ແຂ່ງຂັນ​ກັບ​ສາກົນ​ໄດ້.

 

ຂ່າວຈາກ: ຂ່າວສານປະເທດລາວ.

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...